ການໂຈມຕີ ດ້ວຍລະເບີດ ຂະໜາດແຮງ ທີ່ ນະຄອນຫຼວງ ອັຟການິສຖານ

ພະນັກງານ ເທດສະບານເມືອງ ທີ່ນະຄອນຫຼວງ ອັຟການິສຖານ ປັດກວາດຖະໜົນຫົນທາງ ຢູ່ຕໍ່ໜ້າສະຖານທູດ ເຢຍຣະມັນ ຫລັງຈາກການໂຈມຕີ ດ້ວຍລະເບີດສະຫຼະຊີບ ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 31 ພຶດສະພາ, 2017.

ລະເບີດລົດບັນທຸກຂະໜາດ​ແຮງ ໄດ້ແຕກຂຶ້ນ ຢູ່ທີ່​ຄຸ້ມ​ນັກການທູດໃນນະຄອນຫຼວງຂອງ ອັຟການິສຖານ ໃນ​ເຊົ້າວັນພຸດມື້ນີ້, ເຮັດໃຫ້ປະຊາ ຊົນຢ່າງໜ້ອຍ 90 ຄົນ ເສຍຊີວິດ
ແລະ ໄດ້ຮັບບາດເຈັບຫຼາຍກວ່າ 300 ຄົນ.

ເຈົ້າໜ້າທີ່ຮັກສາຄວາມປອດໄພຄົນໜຶ່ງທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ວີໂອເອ ກ່ຽວ​ກັບ ຕົວ ເລກຜູ້ເສຍຊີວິດ ແລະ ບາດເຈັບພຽງບໍ່ເທົ່າໃດຊົ່ວ ໂມງຫຼັງຈາກລະເບີດແຕກ. ກ່ອນໜ້າ
ນີ້, ໂຄສົກກະຊວງສາທາລະນະສຸກ ອັຟການິສຖານ ທ່ານ Wahidullah Majroh ​ແຈ້ງ​
ວ່າ ຕົວເລກຜູ້ເສຍຊີວິດ​ແມ່ນ​ມີຢູ່ 80 ຄົນ, ແລະ ກ່າວວ່າ ມັນອາດເພີ່ມຂຶ້ນອີກ.

ຜູ້ຊາຍ ອັຟການິສຖານ ຄົນໜຶ່ງສະແດງອາການເສຍໃຈ ຢູ່ສະຖານທີ່ສະເບີດແຕກໃນນະຄອນຫຼວງ ກາບູລ, ອັຟການິສຖານ. 31 ພຶດສະພາ, 2017.

ລະເບີດໄດ້ທຳລາຍຄຸ້ມ Wazir Akbar Khan ​ເຊິ່ງ​ເປັນ​ໃ​ຈກາງຂອງນະຄອນຫຼວງ ກາ
ບູລ, ບ້ານພັກຂອງທູດຕ່າງປະເທດ ແລະຫ້ອງການ ລັດຖະບານຫຼາຍແຫ່ງ, ໄດ້ສ້າງ
ຄວາມເສຍຫາຍໃຫ້ລົດຫຼາຍສິບຄັນແລະ ອາຄານທີ່ຢູ່ອ້ອມ​ແອ້ມ. ລາຍງານເບື້ອງຕົນ
ໄດ້ກ່າວວ່າ ລະເບີດໄດ້ຖືກເຊື່ອງໄວຢູ່​ໃນຖັງນໍ້າ.

ລະເບີດໄດ້ແຕກຢູ່ໃນບໍລິເວນທີ່ບໍ່​ໄກປານ​ໃດຈາກສະຖານທູດ ເຢຍຣະມັນ. ຮູບພາບຂອງ ເຫດການທີ່ລົງໃນສື່ສັງຄົມໄດ້ສະແດງໃຫ້ເຫັນວ່າ ​ເຫດລະເບີດໄດ້ປ່ຽນພາກສ່ວນໜຶ່ງ
ຂອງເຂດສະຖານທູດເປັນຊາກຫັກພັງ. ລັດຖະມົນຕີການຕ່າງປະເທດ ເຢຍຣະມັນ ທ່ານ Sigmar Gabriel ໄດ້ກ່າວໃນ Twitter ວ່າ ເຈົ້າໜ້າທີ່ຮັກສາຄວາມປອດໄພ ອັຟກາ​ນິສ
ຖານ ແມ່ນຮວມຢູ່ໃນບັນດາພວກທີ່ຖືກຂ້າຕາຍ ແລະ ວ່າພະນັກງານຈຳນວນໜຶ່ງແມ່ນ ໄດ້ຮັບບາດເຈັບ.

ເຫດລະເບີດຍັງໄດ້ສ້າງຄວາມເສຍຫາຍໃຫ້ອາຄານທີ່ຢູ່ໃກ້ຄຽງ, ແລະ ຕຶກໃຫຍ່ຂອງບໍລິ
ສັດ Roshan, ​ເຊິ່ງເປັນບໍລິສັດໂທລະຄົມມະນາຄົມທີ່ສຳຄັນໃນ ອັຟການິສຖານ.

ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ໄດ້ປິດລ້ອມບໍລິເວນດັ່ງກ່າວ ຢ່າງວ່ອງ
ໄວ ແລະ ກອງທະຫານນາໆຊາດ ກໍໄດ້ເດີນທາງ​ໄປຍັງສະຖານທີ່ເກີດເຫດ ເພື່ອຊ່ວຍ
ເຫຼືອໃນການກູ້ໄພ.

ຜູ້ຊາຍ ອັຟການິສຖານ ທີ່ໄດ້ຮັບບາດເຈັບ ເດີນທາງຮອດໂຮງໝໍ ຫຼັງຈາກລະເບີດແຕກໃນ ນະຄອນຫຼວງ ກາບູລ, ອັຟການິສຖານ. 31 ພຶດສະພາ, 2017.

ໂທລະພາບ ອັຟການິສຖານ ໄດ້ສະແດງໃຫ້ເຫັນລົດພະຍາບານຫຼາຍສິບຄັນນຳພາຄົນ ບາດເຈັບພ້ອມດ້ວຍແມ່ຍິງຫຼາຍຄົນໄປໂຮງໝໍ.

​ໂທລະພາບ​ທີ່​ສຳຄັນ​ສອງ​ສະຖານີ​ຂອງ​ອັຟກາ​ນິສຖານ ຕ່າງ​ກໍ​ລາຍ​ງານວ່າ ກຸ່ມ​ລັດ​ອິສ
ລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ຕໍ່​ອັນ​ທີ່ປະຊາຊົນໃນນະຄອນຫຼວງ ກາບູລ ໄດ້ກ່າວ
ວ່າ ປາກົດເປັນ​ເຫດລະເບີດທີ່ຮ້າຍແຮງທີ່ສຸດໃນຮອບຫຼາຍປີ.

ກຸ່ມ​ກໍ່​ການ​ຮ້າຍ​ທີ່​ມີ​ຖານ​ປະຕິບັດ​ງານ​ຕັ້ງຢູ່​ ຊີ​ເຣຍ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ​ໃນ
ການໂຈມ​ຕີ​ຕໍ່​ເປົ້າໝາຍ​ທີ່​ສຳຄັນໆ​ໃນ ​ອັຟກາ​ນິສຖານ ຫວ່າງ​ສອງ​ສາມ​ເດືອນ​ຜ່ານ​ມານີ້
ຮວມທັງ​ການ​ໂຈມ​ຕີ​ສະຫຼະຊີບ ​ທີ່​ຮ້າຍ​ແຮງ​ສຸດ​ຕໍ່​ໂຮງໝໍ​ທະຫານ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​
ເທດທີ່​ນະຄອນຫຼວງ ກາ​ບູລ ໃນ​ເດືອນ​ມີນາ​ຜ່ານ​ມາ.

ການ​ໂຈມ​ຕີ​ດັ່ງກ່າວ​ເຮັດ​ໃຫ້​ມີ​ຢ່າງ​ໜ້ອຍ 50 ຄົນ​ເສຍ​ຊີວິດ ຮວມທັງພວກ​ທະຫານ​ ແລະ
​ທ່ານໝໍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ