ການ​ໂຈມ​ຕີ​ຂະ​ໜາດ​ໃຫຍ່​ໂດຍ ຣັດ​ເຊຍ ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ໂຮງ​ໄຟ​ຟ້າຫຼາຍ​ແຫ່ງ​ຂອງ ຢູ​ເຄ​ຣນ

  • ວີໂອເອ

ແມ່​ຄ້າ​ຄົນ​ນຶ່ງ​ເປີດ​ໄຟ​ສາຍ​ໃນ​ລະ​ຫວ່າງ​ໄຟ​ຟ້າ​ມອດ​ຢູ​່​ຫ້າງ​ຊັບ​ພະ​ສິນ​ຄ້າ​ໃຕ້​ດິນ​ໃນ​ໃຈ​ກາງ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 19 ມິ​ຖຸ​ນາ 2024

ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ ແລະ ໂດ​ຣນ​ຂະ​ໜາດ​ໃຫຍ່​ໂດຍ ຣັດ​ເຊຍ ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ໂຮງ​ໄຟ​ຟ້າຫຼາຍ​ແຫ່ງ​ໃນ​ທົ່ວ​ ຢູ​ເຄ​ຣນ, ນຶ່ງວັນຫຼັງ​ຈາກ​ປະ​ເທດ​ໄດ້​ປະ​ກາດ​ປ່ຽນ​ການມອດ​ໄຟ​ຟ້າ​ເປັນ​ຈຸດ ​ຍ້ອນ​ການ​ຂາດ​ແຄນ​ໄຟ​ຟ້າ​ເນື່ອງຈາກ​ສົງ​ຄາມ.

ບໍ​ລິ​ສັດ Ukrenergo ເຊິ່ງ​ແມ່ນ​ຜູ້​ສະ​ໜອງ​ໄຟ​ຟ້າ​ແຫ່ງ​ຊາດ​ຂອງ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ​ມື້ນີ້​ວ່າ​ ການ​ໂຈມ​ຕີ​ເມື່ອ​ຂ້າມ​ຄືນ​ໃສ່​ໂຮງ​ໄຟ​ຟ້າພະລັງ​ຄວາມ​ຮ້ອນ​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ ແລະ ມີ​ພະ​ນັກ​ງານ​ບາດ​ເຈັບ​ສາມ​ຄົນ.

ຖະ​ແຫຼງ​ການ​ຂອງ​ບໍ​ລິ​ສັດ Ukrenergo ໄດ້​ກ່າວ​ຕື່ມ​ວ່າ “ອຸ​ປະ​ກອນ​ຢູ່​ໂຮງ​ງານ​ຕ່າງໆ​ໃນ​ພາກ​ພື້ນ ວິນ​ນິ​ດ​ເຊຍ, ດິ​ນິບ​ໂປ​ຣ​ເປ​ຕ​ຣອບ, ໂດ​ເນັດ​ສ໌ ແລະ ຂົງເຂດ ກີ​ຢິບ ໄດ້​ຮັບ​ຄວາມ​ເສຍ​ຫາຍ.”

ໃນ​ວັນ​ພຸດ​ວານນີ້, ບໍ​ລິ​ສັດ Ukrenergo ໄດ້​ປະ​ກາດ​ວ່າ ການ​ໝູນ​ວຽນ​ມອດ​ໄຟ​ຟ້າຈະ​ຖືກ​ປະ​ຕິ​ບັດ​ທົ່ວ​ປະ​ເທດ. ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ ແລະ ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ໄດ້​ຕັດ​ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດ​ພະ​ລັງ​ງານ​ຂອງ ຢູ​ເຄ​ຣນ ລົງ​ເຄິ່ງ​ນຶ່ງ​ ຈາກ​ທີ່​ສາ​ມາດ​ຜະ​ລິດ​ໄດ້​ໃນ​ປີ​ກາຍນີ້, ປະ​ທານ​າ​ທິ​ບໍ​ດີ ໂວ​ໂລ​ດີ​ເມຍ ເຊ​ເລັ​ນ​ສ​ກີ ໄດ້​ກ່າວ​ໃນ​ຕົ້ນ​ເດືອນນີ້.

ໃນ​ການ​ກ່າວ​ຄຳ​ປ​າ​ໄສ​ປະ​ຈຳ​ວັນ​ຂອງ​ທ່ານ, ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ ​ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ແມ່ນ​ກຳ​ລັງ​ຊອກ​ຫາ​ວິ​ທີ​ທາງ​ເພື່ອ​ປັບ​ປຸງ​ສະ​ຖາ​ນະ​ການ​ໃຫ້​ດີ​ຂຶ້ນ.

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ກຳ​ລັງ​ກຽມ​ວິ​ທີ​ແກ້​ໄຂ​ທີ່​ຈະ​ຮັບ​ປະ​ກັນ​ການ​ຢູ່​ລອດ​ໃນ​ລະ​ດູ​ທີ່​ຕ້ອງ​ໄດ້​ໃຊ້​ອາຍ​ຮ້ອນ ແລະ ໃຫ້​ປະ​ຊາ​ຊົນ​ມີ​ໂອ​ກາດຫຼາຍກວ່າ​ເກົ່າ​ ເພື່ອ​ຜ່ານ​ຜ່າ​ໄລ​ຍະ​ທີ່​ຫຍຸ້ງ​ຍາກ​ຢ່າງ​ຍິ່ງ​ນີ້, ໃນ​ແງ່​ຂອງ​ການ​ຂາດ​ແຄນ​ໄຟ​ຟ້າ ແລະ ໄຟ​ຟ້າ​ມອດ.”

ກອງທັບອາກາດຂອງຢູເຄຣນ ໄດ້ກ່າວວ່າ ຕົນໄດ້ຍິງລູກສອນໄຟຕົກ ຫ້າລູກ ໃນຈຳນວນ ເກົ້າລູກ ແລະເຮືອບິນບໍ່ມີຄົນຂັບ ທັງໝົດ 27 ລຳ ທີ່ໄດ້ຖືກສົ່ງເຂົ້າມາໃນຂົງເຂດ 10 ແຫ່ງຂອງຢູເຄຣນ ໂດຍ ຣັດເຊຍ ໃນລະຫວ່າງ ການໂຈມຕີຂອງວັນພະຫັດມື້ນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ