ນາຍ Holmes ສົ່ງຮູບແຕ້ມການໂຈມຕີ ໄປໃຫ້ເຈົ້າໜ້າທີ່ (ເບິ່ງສະໄລດ໌)

ນາຍ James Holmes ນັ່ງໃນທ່າທາງເໝີລອຍ ມື້ໄປປາກົດໂຕຕໍ່ໜ້າສານ ເມື່ອວັນຈັນ ທີ 23 ກໍລະກົດ 2012.

ບັນດາ​ເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງກົດໝາຍ ກ່າວ​ວ່າ ​ຜູ້​ຕ້ອງ​ສົງໄສ​ໃນ​ການ​ຍິງສັງຫານ​ໝູ່​ໃນ​
ວັນສຸກ​ຜ່ານ​ມາ​ ທີ່ໂຮງສາຍ​ຮູບ​ເງົາ​ໃນລັດ Colorado ນັ້ນ​ ໄດ້​ສົ່ງ​ຫໍ່ໆ​ນຶ່ງໄປ​ຫາ​ຈິດ
ຕະ​ແພດຄົນ​ນຶ່ງທີ່​ມະຫາວິທະຍາ​ໄລ ລັດ Colorado ຊຶ່ງ​ໃນ​ນັ້ນ​ ມີ​ປື້​ມຂຽນ​ທີ່​ອະທິ
ບາຍ​ເຖິງ​ການ​ໂຈມ​ຕີ​ດັ່ງກ່າວ.

ຫໍ່ດັ່ງກ່າວ ທີ່ລາຍ​ງານ​ຂ່າວ​ເວົ້າ​ວ່າ ​ມີ​ຮວມທັງຮູບວາດພາບ​ມື​ປືນ​ຍິງ​ໃສ່​ຜູ້​ຄົນນັ້ນ​ ​ແມ່ນ
ໄດ້​ສົ່ງໄປ ​ກ່ອນ​ເກີດເຫດການ​ຍິງກັນ.​ ວັນ​ທີ່​ສົ່ງ​ໄປ​ແທ້ໆ​ນັ້ນ​ແມ່ນ​ບໍ່​ຊາບ.

ມະຫາວິທະຍາ​ໄລລັດ Colorado ທີ່ Denver ​ໄດ້​ກ່າວ​ວ່າ ​ໄປສະນີ​ໄດ້​ເອົາ​ຫໍ່​ທີ່​ໜ້າ​
ສົງ​ໄສ​ນັ້ນໄປ​ສົ່ງ ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ​ແລະ​ກໍ​ໄດ້​ນໍາ​ໄປມອບ​ໃຫ້ເຈົ້າ​ໜ້າ​ທີ່ຕໍາຫລວດ​
ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ.

ນາຍ Holmes ຜູ້​ຕ້ອງ​ສົງ​ໄສ ​ເປັນ​ນັກ​ສຶກສາປະລິນ​ຍາ​ເອກ ຂະ​ແໜງ neuroscience ​
ໃນມະຫາວິທະຍາ​ໄລດັ່ງກ່າວ ກ່ອນ​ຈະ​ຢຸດ​ຮຽນໃນ​ເດືອນ​ແລ້ວ​ນີ້.

ບັນດາໄອ​ຍະ​ການ ຄາດ​ວ່າ ຈະ​ທໍາ​ການ​ຟ້ອງ​ຮ້ອງ ນາຍ Homes ຢ່າງ​ເປັນ​ທາງ​ການ​
ໃນ​ວັນ​ທີ 30 ກໍລະກົດນີ້. ຜູ້​ກ່ຽວ​ອາດ​ໄດ້​ຮັບ​ໂທດທັນ ​ເຖິງ​ຖືກ​ປະຫານ​ຊີວິດ ຖ້າຖືກ​ຕັດ
ສິນ​ວ່າ​ມີ​ຄວາມ​ຜິ​ດ.

ເຫ​ດການ​ຍິງກັນ​ເມື່ອວັນ​ທີ່ 20 ຜ່ານ​ມານີ້​ ໄດ້​ສັງຫານ 12 ຄົນ​ແລະເຮັດ​ໃຫ້ບາດ​ເຈັບ​ 58 ຄົນ.

ເບິ່ງສະໄລດ໌ຮູບກ່ຽວຂ້ອງກັບເລື້ອງນີ້