ໂຮງງານຕັດຫຍິບ ກຳປູເຈຍ ໄລ່ຄົນງານ 300 ຄົນ ອອກ

ຄົນງານ ຂອງໂຮງງານຕັດຫຍິບຢູ່ກຳປູເຈຍ ພາກັນປະທ້ວງ

ໂຮງງານຕັດຫຍິບແຫ່ງນຶ່ງ ຂອງກຳປູເຈຍ ທີ່ແຂວງ Kampong
Speu ໄດ້ໄລ່ຄົນງານຂອງຕົນ 300 ຄົນອອກຈາກວຽກ ລຸນຫຼັງ ທີ່ໄດ້ມີການເດີນຂະບວນໃນມື້ວັນພຸດຜ່ານມາ ເພື່ອຮຽກຮ້ອງຂໍ ຂຶ້ນເງິນເດືອນ.

ວີໂອເອ ພະແນກພາສາຂະແມ ລາຍງານວ່າ ພວກຄົນງານຢູ່ທີ່
ໂຮງງານຕັດຫຍິບ Sabrina Cambodia Garment Manu-
facturing ພາກັນຮຽກຮ້ອງ ຂໍຂຶ້ນເງິນເດືອນເປັນ 74 ໂດລາຕໍ່
ເດືອນ ຄື 14 ໂດລາສູງກວ່າອັດຕາຄ່າຈ້າງໃນລະດັບຕໍ່າສຸດຢູ່
ໃນປະເທດດັ່ງກ່າວ.

ການໄລ່ພວກຄົນງານເປັນຈຳນວນຫຼວງຫຼາຍ ອອກຈາກການໃນຄັ້ງນີ້ ເຊື່ອວ່າ ເປັນການ
ໄລ່ພວກຄົນງານອອກຈາກວຽກຄັ້ງນຶ່ງທີ່ໃຫຍ່ທີ່ສຸດຂອງປະເທດ ແລະໄດ້ສະແດງໃຫ້ເຫັນ ເຖິງຄວາມຍຸ່ງຍາກ ທີ່ພວກຄົນງານກຳລັງປະເຊີນຢູ່ໃນອຸດສາຫະກຳດ້ານນີ້ ຊຶ່ງເປັນຜູ້ສະ ໜອງເສື້ອຜ້າ ແລະເກີບ ໃຫ້ແກ່ບໍລິສັດຜູ້ຈຳໜ່າຍ ທີ່ສຳຄັນຕ່າງໆຂອງສະຫະລັດແລະຢູ ໂຣບແລະໄດ້ວ່າຈ້າງຊາວກຳປູເຈຍຫຼາຍໆຮ້ອຍພັນຄົນນັ້ນ.

ມີຄົນງານຢ່າງໜ້ອຍ 10 ຄົນ ໄດ້ຮັບບາດເຈັບ ໃນການປະທະກັນລະຫວ່າງການປະທ້ວງ ໃນມື້ວັນພຸດຜ່ານມານີ້.