ນັກຂຽນ Blog ຕໍ່ຕ້ານ ສາສະໜາອິສລາມ ອີກຄົນໜຶ່ງ ຖືກສັງຫານ ໃນ Bangladesh

ຕຳຫຼວດ ກວດກາ ບ່ອນເກີດເຫດ ທີ່ທ່ານ Ananta Bijoy Das ຖືກສັງຫານ ໃນເມືອງ Sylhet, ວັນທີ 12, 2015.

ຄົນ​ຮ້າຍ​ຈຸ​ໜຶ່ງ​ທີ່ໃສ່​ໜ້າ​ກາກ ມືຖື​ພ້າ ​ໄດ້​ສັງຫານ ນັກ​ຂຽນຂ່າວ
ຄວາມ​ເຫັນ​ລົງທາງ ອິນ​ເຕີແນ໊ດ ຫຼື blogger ​ໃນ​ວັນ​ອັງຄານມື້​ນີ້
ຢູ່ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ບັງ​ກລາ​ແດັ​ສ ຊຶ່ງຕຳຫຼວດ
ກ່າວ​ວ່າ ເປັນ​ການ​ໂຈມ​ຕີ​ຄັ້ງ​ທີ ​3 ຂອງ​ປີ​ນີ້ ຕໍ່​ນັກ​ຂຽນທາງ​ໂລກ ​
ໃນ​ປະ​ເທດ​ທີ່​ສ່ວນ​ໃຫຍ່​ນັບຖື​ອີສລາມ​ນັ້ນ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ໂຈມ​ຕີ ​ໄດ້ເອົາ​ພ້າຟັນທ້າວ Ananta
Bijoy Das ຈົນ​ຕາຍ ​ໃນ​ເມືອງ Sylhet. ຕຳຫລວດ​ບໍ່​ໄດ້​ລະບຸ​ຕົວ
​ຜູ້​ໂຈມ​ຕີວ່າ ​ແມ່ນ​ໃຜ ​ຫລື​ວ່າ ​ດ້ວຍ​ສາ​ເຫດ​ໃດ.

ທ້າວ Das ​ໄດ້​ຂຽນລົງ​ໃນ website ທີ່​ເອີ້ນ​ວ່າ Mukto-Mona
ຊຶ່ງເມື່ອ​ກ່ອນບໍລິ​ຫານ​ໂດຍ​ມື້​ລາງທ່ານ Avijit Roy ທີ່​ເປັນຊາວອາ​ເມຣິກັນເຊື້ອສາຍ Bangladesh ທີ່ໂດ່ງດັງ. ​ໃນ​ທ້າ​ຍ​ເດືອນ​ກຸມພາຜ່ານ​ມາ​ນີ້ ທ່ານ Roy ຊື່​ງມີ​ຊື່​ສຽງ​ຍ້ອນ​ຂຽນ​ຄວາມ​ເຫັນ ທີ່​ກົງ​ກັນ​ຂ້າມ ​ກັບ​ຫລັກການ​ພື້ນຖາ​ນອັນ​ເຄັ່ງ​ຄັດ ຂອງສາສະໜາອິສລາມ ​ ​ກໍ​ໄດ້​ຖືກ​ສັງຫານ ຫຼັງ​ຈາກ​ທີ່​ໄດ້​ອອກ​ຈາກ​ງານ​ສະແດງ​ປື້​ມ ທີ່​ມະຫະວິທະຍາ​ໄລ Dhaka.

​ເຈົ້າ​ໜ້າ​ທີ່​ໄດ້​ຈັບ​ກຸມ​ຜູ້​ຕ້ອງ​ສົງ​ໄສຄົນ​ໜຶ່ງ ​ໃນ​ຄະດີ ​ສັງຫານ​ທ່ານ Roy ນັ້ນ.

ໃນການໂຈມຕີບັ້ນ​ໜຶ່ງ​ເມື່ອເດືອນມີນາແລ້ວນີ້ ທີ່ຄ້າຍຄືກັນກັບການສັງຫານທ່ານ Das ​ໃນວັນອັງຄານມື້ນີ້ ຊາຍ 3 ຄົນ ໄດ້ຟັນ ທ່ານ Washiqur Rahman ຈົນຕາຍ ໃນ ນະຄອນ
ຫລວງ Dhaka. ຕຳຫຼວດກ່າວວ່າ ທ່ານ Rahman ​ໄດ້​ຕົກເປັນເປົ້າໝາຍ ຍ້ອນບົດຂຽນຂອງ
ທ່ານທີ່ຕໍ່ຕ້ານສາສະໜາອີສລາມ ແລະກໍໄດ້ຈັບກຸມ ພວກຕ້ອງສົງໄສ 2 ຄົນ ທີ່ພວກເຂົາ
ເຈົ້າໄດ້ກ່າວວ່າ ເປັນນັກສຶກສາຈາກໂຮງຮຽນສາສະໜາ.