ນັກສະແດງຊາວອາເມຣິກັນທ່ານນາງ Mary Tyler Moore ຜູ້ຊຶ່ງໄດ້ຮັບບົດບາດສະແດງ ໃນລະຄອນສອງເລື່ອງທີ່ໂດ່ງດັງໃນປະຫວັດສາດຂອງອາເມຣິກາ ໄດ້ເສຍຊີວິດແລ້ວ ໃນ ວັນພຸດວານນີ້ ທີ່ນະຄອນນິວຢອກ.
ບໍ່ໄດ້ມີການປະກາດ ເຖິງສາເຫດໃນການເສຍຊີວິດຂອງທ່ານນາງ ຊຶ່ງຮວມອາຍຸໄດ້ 80 ປີ.
ທ່ານນາງ Moore ທີ່ເປັນນັກເຕັ້ນທີ່ມີປະສົບພະການ ໄດ້ເລີ່ມອາຊີບຂອງເພິ່ນໂດຍຜ່ານການໂຄສະນາທາງໂທລະພາບຂອງບໍລິສັດເຄື່ອງໃຊ້ໃນເຮືອນ ທີ່ແຕ່ງຕົວເປັນຜີທີ່ມີຮ່າງນ້ອຍ. ແລະເຕັ້ນເທິງເຕົາໄຟແລະເຕົາອົບ.
ນັກສະແດງ Dick Van Dyke, ຂວາ, ເພັ່ງມອງນັກສະແດງສາວ Mary Tyler Moore ທີ່ຍ່າງຜ່ານມາ, 22 ກຸມພາ, 1962, Los Angeles, California.
ບໍ່ມີຜູ້ໃດໄດ້ເຫັນໜ້າຂອງທ່ານນາງ ໃນບົດບາດຕໍ່ໄປ ພຽງແຕ່ເຫັນຂາຂອງທ່ານນາງ ໃນບົດບາດທີ່ສະແດງເປັນເລຂາ ທີ່ມີຊື່ວ່າ Sam ໃນເລື່ອງ Richard Diamond, Private Detective.
ແຕ່ວ່າ ທັງປະເທດ ໄດ້ເຫັນໜ້າຂອງທ່ານນາງ ແລະທັງໝົດຕົນຕົວຂອງທ່ານນາງ ໃນປີ 1961 ຕອນທີ່ທ່ານນາງ ໄດ້ຮັບລາງວັນຮ່ວມສະແດງ ທີ່ເປັນບົດຕະລົກຊວນຫົວ ຂອງ ການເປັນແມ່ບ້ານ ຊື່ວ່າ Laura Petrie Dick Van Dyke Show.
ສະມາຊິກຂອງລະຄອນ "The Mary Tyler Moore Show" ຢືນຖ່າຍຮູບ ໃນພິທີມອບລາງວັນ Emmys ປະຈຳປີ ຄັ້ງທີ 28th annual Emmy Awards in Los Angeles, 18 ພຶດສະພາ, 1976.
ມີການຂຽນບົດຫຼາຍຂຶ້ນ ກ່ຽວກັບບ້ານແລະຊີວິດການເຮັດວຽກຂອງລາຍການຕະລົກທາງໂທລະພາບ ຊຶ່ງຜູ້ຂຽນໄດ້ດຶງບົດບາດຂອງທ່ານນາງອອກມາທີ່ສະແດງໃຫ້ເຫັນເຖິງຄວາມສາມາດຂອງທ່ານນາງ ໃນການທີ່ຈະຮ້ອງເພງແລະເຕັ້ນນຳ. ທ່ານນາງເປັນແບບຢ່າງທີ່ດີໃຫ້ແກ່ພວກເດັກນ້ອຍ ໂດຍສະແດງເຖິງບົດບາດ ການເປັນພັນລະຍາ ທີ່ຢູ່ຄຽງຂ້າງສາມີທ່ານນາງ. ບົດລະຄອນຫຼາຍໆຕອນນີ້ ແມ່ນໂດ່ງດັງຫຼາຍຈົນສາຍມາເຖິງ ປີ 1966 ແລະຍັງສາຍຢູ່ຕໍ່ມາເລື້ອຍໆ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ນັກສະແດງ Mary Tyler Moore ເຂົ້າຮ່ວມກອງປະຊຸມ ທີ່ກະຊວງຮັກສາຄວາມປອດໄພແຫ່ງຊາດ ແລະຄະນະກຳມະການ ທີ່ຮັບຟັງລາຍງານເລື້ອງໂຣກເບົາຫວານ Type 1 ທີ່ ລັດຖະສະພາ, ວໍຊີງຕັນ