“ຂ້າພະເຈົ້າ ຂໍປະກາດວ່າ ພາລະກິດຂອງ Opportunity ແມ່ນສຳເລັດລົງ ແລ້ວ”
ທ່ານ ທອມມັສ ຊູຣບູເຊຈນ໌ ເຈົ້າໜ້າທີ່ບໍລິຫານ ຮັບຜິດຊອບດ້ານ ວິທະຍາສາດ ຢູ່ທີ່
ອົງການການບິນ ແລະອະວະກາດແຫ່ງຊາດ ຫຼື NASA ໄດ້ກ່າວໄປ ຢູ່ທີ່ກອງປະຊຸມ
ຖະແຫລງຂ່າວ ໃນວັນພຸດວານນີ້ ກ່ຽວກັບ ພາລະກິດ ຂອງລົດສຳຫຼວດດາວອັງຄານ
ສະຫະລັດ ທີ່ປະຕິບັດງານມາໄດ້ ຫຼາຍກວ່າ 14 ປີ ເກີນຄວາມຄາດໝາຍ ໃນຕະຫຼອດ
ໄລຍະຊີວິດຂອງມັນ.
ໂດຍຮູ້ຈັກກັນດີ ໃນຊື່ Opportunity ລົດສຳຫຼວດນີ້ ໄດ້ສູ້ຊົນກັບພາຍຸຝຸ່ນ ຂອງດາວ
ອັງຄານ ມາຈົນນາທີສຸດທ້າຍ ແລະກໍໄດ້ສູນເສຍການຕິດຕໍ່ກັບໂລກ ເກືອບແປດເດືອນ
ຜ່ານມາ. ອົງການນາຊາ ໃນທີ່ສຸດ ກໍຕ້ອງໄດ້ຍົກເລີກການ ຕິດຕໍ່ກັບມັນ ຫຼັງຈາກພະຍາ
ຍາມມາໄດ້ 800 ເທື່ອແລ້ວ.

ພາບແຕ້ມຈຳລອງນີ້ ນຳສະເໜີໂດຍ ອົງການນາຊາ (NASA) ສະແດງໃຫ້ເຫັນ ລົດສຳຫຼວດ Opportunity ຢູ່ເທິງພື້ນຜິວຂອງດາວອັງຄານ.
ທ່ານ ຊູຣບູເຊຈນ໌ ໄດ້ກ່າວບອກບັນດານັກຂ່າວ ວ່າ ທ່ານ ແບ່ງປັນຂ່າວນີ້ “ດ້ວຍຄວາມ
ຮູ້ສຶກ ຮູ້ບຸນຄຸນ ຢ່າງເລິກເຊິ່ງ ແລະດ້ວຍຄວາມຂອບອົກຂອບໃຈ.”
ລົດສຳຫຼວດ Opportunity ໄດ້ຖືກສົ່ງຂຶ້ນໄປ ໃນປີ 2003 ແລະ ໄດ້ໄປເຖິງດາວອັງຄານ
ໃນປີຕໍ່ມາ ຕາມຫລັງ “ຄູ່ແຝດ” ຂອງມັນ ອັນເປັນລົດສຳຫຼວດ ຊື່ວ່າ Spirit.
ລົດສຳຫຼວດທັງສອງດັ່ງກ່າວ ໄດ້ປະຕິບັດພາລະກິດ ໃນເບື້ອງຕົ້ນຂອງພວກມັນ ເກີນ
ຄວາມໝາຍ ດ້ວຍການໃຊ້ເວລາຫຼາຍໆປີ ໃນການຄົ້ນຄວ້າ ພື້ນທີ່ໆເຕັມໄປ ດ້ວຍພູຜາ
ຂອງດາວໜ່ວຍນີ້ ໃນຂະນະທີ່ ນຳໃຊ້ແຜ່ນເກັບແສງອາທິດ ເພື່ອເປັນພະລັງງານຂັບ
ເຄື່ອນຈັກ.

ພາບນີ້ ຖ່າຍເມື່ອວັນທີ 26 ກໍລະກົດ 2004, ເປີດເຜີຍໂດຍ ອົງການ NASA ສະແດງໃຫ້ເຫັນເົງາຂອງລົດສຳຫຼວດ ດາວອັງຄານ Opportunity ໃນຂະນະທີ່ມັນ ໄດ້ເດີນທາງເລິກເຂົ້າໄປ ໃນຂຸມທີ່ເກີດຈາກດາວຕົກໃສ່ ເອີ້ນວ່າ Endurance Craterໃນຂົງເຂດ Meridiani Planum ຂອງດາວອັງຄານ.