ຜູ້ຊາຍ ມາຣົກໂກ ຍອມຮັບຜິດ ໃນຂໍ້ຫາ ວາງແຜນໂຈມຕີ ຕືກສະພາ ສຫລ

ຮູບແຕ້ມຂອງນາຍ Amine El Khalifi ຢືນຢູ່ຕໍ່ໜ້າຜູ້ພິພາກສາ T. Rawles Jones Jor ທີ່ ສານ U.S. District ໃນເມືອງ Alexandria, Va. ໃນວັນສຸກ ທີ່ 17, 2012.

ຜູ້​ຊາ​ຍ ມາຣົກ​ໂກຄົນ​ນຶ່ງ ທີ່​ຖື​ກກ່າວ​ຫາ​ວ່າ ພະຍາຍາມທໍາການໂຈມ​ຕີສະລະຊີ​ບ ດ້ວຍ
ລະ​ເບີດ ​ຕໍ່​ຕຶກ​ລັດຖະສະພາ​ສະຫະລັດ ​ເມື່ອ​ຕົ້ນ​ປີ​ນີ້​ ໄດ້​ຍອມຮັບ​ຜິດ ​ແລະ​ປະເຊີນ​ກັບ​
ການ​ຕິດ​ຄຸກ​ ເປັນ​ເວລາດົນ​ເຖິງ 30 ປີ.

ນາຍ Amine El Khalifi ຄົນ​ເຂົ້າ​ເມືອງຜິດ​ກົດ​ໝາຍ ທີ່​ອາ​ໄສຢູ່​ທີ່​ລັດ Virginia ​ທາງ
​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ ໄດ້​ຍອມຮັບ​ຜິດ​ ຢູ່​ໃນ​ສານ​ຂອງລັດຖະບານ​ກາງ ​ຢູ່
​ລັດ​ດັ່ງກ່າວ ​ໃນ​ວັນ​ສຸກວານນີ້ ຊຶ່ງ​ເປັ​ນການ​ຕົກລົງ​ກັບຄະນະ​ໄອຍະ​ການ​ທີ່ໄຕ່​ສວນຄະດີ.

ນາຍ El Khalifi ອາຍຸ 29 ປີໄດ້​ຖືກ​ຈັບ​ໃນ​ເດືອນກຸ​ມພາຜ່ານ​ມາ ຢູ່​ບ່ອນ​ຈອດ​ລົດ​ຢູ່ໃກ້​
ກັບ​ຕຶກ​ລັດຖະສະພາ ຊຶ່ງ​ໄດ້​ໃສ່​ໃນ​ອັນ​ທີ່​ລາວ​ຄິດ​ວ່າ ​ເປັນ​ເສື້ອ​ໃຫຍ່​ບັນຈຸ​ລະ​ເບີດ ທີ່​
ມອບ​ໃຫ້​ໂດຍ​ກຸ່ມ​ກໍ່​ການ​ຮ້າຍ al-Qaida​. ຄວາມ​ຈິງ​ແລ້ວ ນາຍ El Khalifi ​ໄດ້​ຮັບ​ເສື້ອ​
ໃຫຍ່​ດັ່ງກ່າວ ແລະ​ປືນ ຈາກ​ເຈົ້າໜ້າ​ທີ່​ສື​ບລັບ​ຂອງສະຫ​ະລັດທີ່​ປອມ​ຕົວ​ເປັນໜ່ວຍ​ປະຕິ
ບັດ​ງານ​ຂອງ​ພວກ​ກໍ່​ການ​ຮ້າຍ al-Qaida.

ອົງການ​ສັນຕິ​ບານ​ກາງ FBI ກ່າວ​ວ່າ ທັງປືນ​ແລະ​ລະ​ເບີດແມ່ນ​ຂອງ​ປອມ ​ໃຊ້ການ​ບໍ່​ໄດ້
​ແລະ​ສາທາລະນະຊົນບໍ່​ໄດ້ຕົກຢູ່​ໃນອັນ​ຕະລາຍ​ແຕ່​ປະການ​ໃດ.

ນາຍ El Khalifi ​ໄດ້​ຖືກ​ຈັບ ຫຼັງຈາກ​ການ​ປະຕິບັດ​ງານ​ເປັນ​ເວລາຫລາຍ​ເດືອນ​ ທີ່​ພວກ
​ເຈົ້າໜ້າທີ່ FBI ​ກ່າວ​ວ່າ ລາວ​ໄດ້​ເວົ້າ​ກັບ​ບັນດາ​ນັກ​ສືບ​ທີ່​ປອມ​ຕົວ​ ກ່ຽວ​ກັບຄວາມ​ປາດ
​ຖະໜາ​ທີ່​ຈະ​ໂຈມ​ຕີ​ເປົ້າໝາຍ​ຫຼາຍແຫ່ງ ​ໃນເຂດນະຄອນຫລວງ ວໍ​ຊິງ​ຕັນ ​ເພື່ອ​ແກ້​ແຄ້ນ
ຕໍ່​ອັນທີ່​ລາວເຫັນ​ວ່າ ການ​ເຮັດ​ສົງຄາມ​ຂອງສະຫະລັດຕໍ່​ຊາວມຸສລີ​ມນັ້ນ.

ລາວ​ໄດ້​ຖືກ​ຂໍ້​ຫາວ່າ ພະຍາຍາມໃຊ້ອາວຸດທີ່​ມີ​ອະນຸ​ພາບ​ຮ້າຍ​ແຮງແລະ​ອາດ​ຈະໄດ້ຮັບ
ໂທດ​ຈຳຄຸ​ກຕະຫລອດ​ຊີວິດ ຖ້າ​ຫາກ​ຖືກ​ພົບ​ເຫັນ​ວ່າລາວ​ມີ​ຄວາມ​ຜິດ ​ຢູ່ໃນ​ການ​ດໍາ
ເນີນ​ຄະ​ດີ.