ການປຸ້ນຈີ້ ຂອງໂຈນທະເລ ເພີ້ມຂຶ້ນ ໃນເຂດເອເຊຍ ຕາເວັນອອກສຽງໃຕ້

ຮູບກຳປັ່ນບັນທຸກນ້ຳມັນ Naniwa Maru 1 ທີ່ສິງກະໂປ ເປັນເຈົ້າຂອງ ພວມຖິ້ມສະໝໍຈອດຢູ່ທີ່ທ່າເຮືອ Klang ຂອງມາເລເຊຍ ຫລັງຈາກຖືກປຸ້ນໂດຍພວກໂຈນທະເລ ເມື່ອວັນທີ 23 ເມສາ ປີ 2014.

​ຫລັງຈາກການປຸ້ນຈີ້ກຳປັ່ນໃນທະເລ ໄດ້ຫລຸດລົງເປັນລຳດັບ ໃນ
ໄລຍະສອງສາມປີຜ່ານມາ​ນີ້ ການໂຈມຕີຂອງພວກໂຈນທະເລ ກໍ
ໄດ້ເພີ້ມຂຶ້ນອີກ 10 ເປີເຊັນໃນໄຕຣມາດທຳຂອງປີນີ້ປຽບທຽບໃສ່
ໄລຍະດຽວກັນ ໃນປີ 2014. ຜູ້ສື່ຂ່າວວີໂອເອ Steve Herman
ມີລາຍລະອຽດເພີ້ມຕື່ມກ່ຽວກັບເລື້ອງນີ້ ຈາກຫ້ອງການພວກເຮົາ ປະຈຳເຂດເອເຊຍຕາເວັນອອກສຽງໃຕ້ ທີ່ບາງກອກ ດັ່ງໄພສານ
ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ຟັງລາຍງານ ການປຸ້ນຈີ້ ຂອງ ພວກໂຈນທະເລ ເພີ້ມຂຶ້ນ ໃນເຂດເອເຊຍ ຕາເວັນອອກສຽງໃຕ້

ເຂດນ່ານນ້ຳ ທີ່ເປັນອັນຕະລາຍຫຼາຍທີ່​ສຸດສຳ​ຫຼັບການປະ​ເຊີນ​
ໜ້າກັບພວກໂຈນທະເລ ໃນປີ 2015 ແມ່ນເອເຊຍຕາເວັນອອກ
ສຽງໃຕ້.

ລາຍງານສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນອັງຄານວານນີ້ໂດຍຫ້ອງການຄຸ້ມຄອງການ ເດີນເຮືອທາງທະເລສາກົນ ຫລື IMB ກ່າວວ່າ ຫຼາຍກວ່າເຄິ່ງນຶ່ງ ຂອງການໂຈມຕີທັງໝົດ ນັບຕັ້ງແຕ່ເລີ້ມຕົ້ນປີ 2015 ມາ ແມ່ນເກີດຢູ່ໃນຂົງເຂດດັ່ງກ່າວ.

ທ່ານ Pottengal Mukundan ຜູ້ອຳນວຍການຂອງອົງການ IMB ກ່າວວ່າ ກຳປັ່ນບັນທຸກ ນ້ຳມັນຂະໜາດນ້ອຍທີ່ແລ່ນເລາະຕາມເຂດແຄມຝັ່ງ ໄດ້ຖືກພວກໂຈນທະເລປະກອບອາ ວຸດຢູ່ໃນຂົງເຂດ ຈີ້​ເອົາ​ໄປ ໂດຍສະເລ່ຍແລ້ວ ແມ່ນໃນທຸກໆສອງອາທິດ.

“ມັນເປັນທ່າອຽງ ທີ່ໜ້າລົບກວນໃຈ ເນື່ອງຈາກວ່າ ຖ້າຫາກບໍ່ມີການເອົາມາດຕະ ການແບບເດັດຂາດແລ້ວ ພວກເຮົາຄາດວ່າ ຄວາມຮຸນແຮງດັ່ງກ່າວ ຈະເພີ້ມຂຶ້ນ
ແລະພວກໂຈນທະເລຈະມີຄວາມກ້າຫານຕື່ມຂຶ້ນໃນການເລືອກໂຈມຕີເປົ້າໝາຍ
ຕ່າງໆທີ່ພວກເຂົາຊອກຫານັ້ນ.”

ຜູ້ອຳນວຍການ ອົງການ IMB ກ່າວຕື່ມວ່າ ກຳປັ່ນບັນທຸກນ້ຳມັນຂະໜາດນ້ອຍ ທີ່ແລ່ນ
ຊ້າໆ ເລາະໃກ້ແຄມຝັ່ງເຂດເອເຊຍຕາເວັນອອກສຽງໃຕ້ ກໍມີຄວາມຫລໍ່ແຫຼມເປັນອັນຕະ
ລາຍເຊັ່ນດຽວກັນ ເພາະວ່າມັນບໍ່ສູງປານໃດຈາກລະດັບນ້ຳ.

“ພວກໂຈນທະເລແມ່ນແລ່ນເຂົ້າໄປໃກ້ໆກຳປັ່ນໂດຍເຮືອນ້ອຍທີ່ໄວຫຼາຍ. ພວກ
ເຂົາເຂົ້າຍຶດເອົາກຳປັ່ນ ແລະຫລັງຈາກນັ້ນ ກໍດູດເອົານ້ຳມັນຫລືລັກຂະໂມຍເອົາ ເຄື່ອງອາໄຫຼ່ທີ່ຢູ່ເທິງກຳປັ່ນໂດຍສະເພາະນ້ຳມັນແລ່ນຈັກ ນ້ຳມັນກາຊວນຫລືຜະ ລິດຕະພັນທີ່ສາມາດຂາຍໄດ້ງ່າຍຢູ່ໃນທ້ອງຖິ່ນ.”

ປະເທດທີ່ຖືກໂຈມຕີຫຼາຍທີ່ສຸດໃນປີນີ້ແມ່ນອິນໂດເນເຊຍຊຶ່ງປະກອບເປັນເກືອບ 40 ເປີ ເຊັນຂອງການໂຈມຕີທັງໝົດ.

ລັກສະນະຂອງການໂຈມຕີ ແລະການຈັບໂຕປະກັນເພີ້ມຂຶ້ນ

ຢູ່ໃນ 8 ເຫດການ ທີ່ມີການລາຍງານ ໃນໄລຍະ 3 ເດືອນຜ່ານ
ມານີ້ ຫວຽດນາມ ແມ່ນໄດ້ປະເຊີນ ກັບການລັກຂະໂມຍປຸ້ນຈີ້
ດ້ວຍອາວຸດ​ເພີ້​ມຂຶ້ນໂດຍທີ່ກຳປັ່ນໄດ້ຖືກບຸກເຂົ້າໄປໃນຂະນະ
ທີ່ຖິ້ມສະໝໍຈອດຢູ່ໃນ​ແລະ​ອ້ອມ​ແອ້ມ ບໍລິເວນທ່າເຮືອໄຮຟອງ
ແລະ Vung Tau.

ສະພາບ​ການ​ທີ່​ດີ​ຂຶ້ນ​ຢ່າງໜ້າສັງເກດໄດ້ແມ່ນຢູ່ນອກຊາຍຝັ່ງ
ຂອງ Somalia ຊຶ່ງໃນປີນີ້ ຍັງບໍ່ທັນມີລາຍງານ ກ່ຽວກັບການ
ປຸ້ນຈີ້ເກີດຂຶ້ນເທື່ອ.

ການປຸ້ນຈີ້ເທື່ອສຸດທ້າຍ ທີ່ມີລາຍງານວ່າ ໄດ້ເກີດຂຶ້ນຢູ່ໃນເຂດນ່ານນ້ຳແຫ່ງນັ້ນແມ່ນໃນ
ເດືອນພຶດສະພາ ປີ 2012.

ການປາດສະຈາກການໂຈມຕີຂອງພວກໂຈນທະເລແມ່ນເຊື່ອວ່າເປັນຍ້ອນ Somalia ມີ ລັດຖະບານ ທີ່ບໍລິຫານງານອີກຄັ້ງນຶ່ງ ມີກອງທັບເຮືອຂອງນາໆຊາດ ແລ່ນລາດຕະເວນ ປ້ອງກັນບໍ່ໃຫ້ກຳປັ່ນແມ່ຂອງພວກໂຈນທະເລອອກປະຕິບັດງານ ແລະແນເປົ້າໃສ່ກຳປັ່ນ ຕ່າງໆ ໂດຍນຳໃຊ້ມາດຕະການຕໍ່ຕ້ານໂຈນທະເລ ຮວມທັງຍາມຕິດອາວຸດ ຢູ່ເທິງກຳປັ່ນ ຕ່າງໆ.

ແຕ່ທ່ານ Mukundan ຈາກອົງການ IMB ເຕືອນວ່າ ມັນຈະງ່າຍຫລາຍທີ່ສະຖານະການ ຈະຕ່າວປີ້ນກັບຄືນໄປສູ່ສະພາບທີ່ບໍ່ດີຄືແຕ່ກ່ອນ.

“ທັງໝົດທີ່ຕ້ອງການ ກໍ​ຄືການຈີ້ທີ່ປະສົບຄວາມສຳເລັດພຽງຄັ້ງດຽວ ແລະໃນທັນ ທີຜູ້ຄົນກໍຈະໃຫ້ຄວາມສົນໃຈຄືນອີກ ຕໍ່ກິດຈະກຳກໍ່​ອາ​ຊະ​ຍາ​ກຳດັ່ງກ່າວ ດັ່ງນັ້ນ
ພວກເຮົາຈຶ່ງຕ້ອງ​ໄດ້ລະວັງ ບັນດາກຳປັ່ນຕ້ອງໄດ້ຮອບຄອບ ແລະ ພວກເຮົາກໍ
ຕ້ອງການກອງທັບເຮືອຂອງນາໆຊາດຢູ່ທີ່ນັ້ນ.”

ເຂດອາຟຣິກາຕາເວັນຕົກຍັງສືບຕໍ່ເປັນຈຸດເດືອດໃນການປຸ້ນຈີ້ຢ່າງຮຸນແຮງຂອງພວກ
ໂຈນທະເລ ໂດຍໃນປີນີ້ໄດ້ສັງຫານຜູ້ຊາຍຄົນນຶ່ງໃນການຈີ້ເຮືອຫາປາຢູ່ນອກຝັ່ງທະເລ ຂອງການາ. ລູກເຮືອ 5 ຄົນ ໄດ້ຖືກພວກໂຈນທະເລ ຈາກໄນຈີເຣຍລັກພາໂຕ​ໄປ ຢູ່ໃນ ການປຸ້ນຈີ້ 2 ຄັ້ງ. ນອກນັ້ນ​ແລ້ວ ມີລາຍງານວ່າ ກຳປັ່ນບັນທຸກຜະລິດຕະພັນ ຂະໜາດ ນ້ອຍລຳນຶ່ງ ຖືກຈີ້ໄປ​ເຊັ່ນ​ກັນ.