ພິທີຕ່າງໆ ໄດ້ຖືກຈັດຂຶ້ນ ໃນທົ່ວໂລກ ເພື່ອ ເປັນຂີດໝາຍ ວັນແມ່ຍິງສາກົນ

Your browser doesn’t support HTML5

ແມ່ຍິງຫຼາຍພັນຄົນຈາກທົ່ວສະຫະລັດ ໄດ້ຢຸດເຮັດວຽກນຶ່ງມື້ ໃນວັນພຸດວານນີ້ ເພື່ອ
ສະແດງໃຫ້ເຫັນເຖິງຄຸນຄ່າທາງເສດຖະກິດ ຂອງພວກເຂົາເຈົ້າ ອັນເປັນການເຄື່ອນ
ໄຫວທີ່ກົງກັບ ວັນແມ່ຍິງສາກົນ ຫຼື International Woman’s Day.

ພວກແມ່ຍິງ ອອກມາເຕົ້າໂຮມກັນ ສຳລັບ ງານເດີນຂະບວນປະທ້ວງ “A Day Without a Woman ຫຼື ມື້ນຶ່ງທີ່ປາດສະຈາກແມ່ຍິງ” ທີ່ກົງກັບວັນແມ່ຍິງສາກົນ ຫຼື International Women’s Day, ໃນນະຄອນ Los Angeles, ວັນທີ 8 ມີນາ 2017. (E. Lee/VOA)

ການ​ສະຫຼອງວັນແມ່ຍິງສາກົນນີ້ ຊຶ່ງພວກຜູ້ຈັດງານເອີ້ນວ່າ “ມື້ນຶ່ງທີ່ປາດສະຈາກ
ແມ່ຍິງ”
ແມ່ນມີຄວາມໝາຍ ເພື່ອສະແດງໃຫ້ເຫັນເຖິງອຳນາດທາງເສດຖະກິດ ຂອງ
ພວກແມ່ຍິງມີ ໂດຍການຂໍຮ້ອງໃຫ້ພວກເຂົາເຈົ້າບໍ່ໃຫ້ໄປເຮັດວຽກ ແລະ ຫລີກລ່ຽງ
ການໃຊ້ຈ່າຍເງິນ ຍົກເວັ້ນແຕ່ທຸລະກິດນ້ອຍໆທັງຫຼາຍ ທີ່ພວກແມ່ຍິງ ແລະພວກຊົນ
ກຸ່ມນ້ອຍ ເປັນເຈົ້າຂອງ. ພວກຜູ້ຈັດງານ ຍັງໄດ້ຊຸກຍູ້ໃຫ້ພວກແມ່ຍິງ ໃສ່ເຄື່ອງສີແດງ
ໃນການສະແດງອອກເຖິງຄວາມສາມັກຄີ. ກຸ່ມທີ່ຈັດການ​ໂຮມ​ຊຸມນຸມເດີນຂະບວນ
ຂອງພວກແມ່ຍິງຢູ່ທີ່ວໍຊິງຕັນ ເມື່ອວັນທີ 21 ມັງກອນ ນັ້ນ ໄດ້ຮຽກຮ້ອງໃຫ້ພວກແມ່ຍິງ
ໃນສະຫະລັດ ຢຸດເຮັດວຽກນຶ່ງມື້.

ພວກແມ່ຍິງ ອອກມາເຕົ້າໂຮມກັນ ສຳລັບ ງານເດີນຂະບວນປະທ້ວງ “A Day Without a Woman ຫຼື ມື້ນຶ່ງທີ່ປາດສະຈາກແມ່ຍິງ” ທີ່ກົງກັບວັນແມ່ຍິງສາກົນ ຫຼື International Women’s Day, ໃນນະຄອນ Los Angeles, ວັນທີ 8 ມີນາ 2017. (E. Lee/VOA)

ການຮຽກຮ້ອງ​ໃຫ້​ຢຸດ​ເຮັດ​ວຽກ​ດັ່ງກ່າວ ​ແມ່ນເປັນຂີດໝາຍ ການປະຕິບັດການທີ່ສຳຄັນ ຄັ້ງທຳອິດ ນັບຕັ້ງແຕ່ນັ້ນມາ ໃນເວລາຫຼາຍລ້ານຄົນ ໄດ້ພາກັນລົງສູ່ຖະໜົນຫົນທາງ
ໃນນະຄອນຫຼວງວໍຊິງຕັນ ແລະ ໃນຫົວເມືອງຕ່າງໆທົ່ວສະຫະລັດ ເພື່ອປະທ້ວງ ນຶ່ງມື້
ຫລັງຈາກປະທານາທິບໍດີ ດໍໂນລ ທຣຳ ໄດ້ສາບານໂຕເຂົ້າຮັບຕຳແໜ່ງ.

ການ​ປະ​ທ້ວງ “ມື້ນຶ່ງທີ່ປາດສະຈາກແມ່ຍິງ” ​ແມ່ນເປັນສ່ວນນຶ່ງ ຂອງຫຼາຍຮ້ອຍ​ເຫດການ
ທີ່ໄດ້ມີ​ການວາງແຜນເອົາໄວ້ ໃນທົ່ວສະຫະລັດ ສຳລັບວັນພຸດວານນີ້. ແຕ່ພວກແມ່ຍິງ
ບາງສ່ວນໄດ້ກ່າວວ່າ ແທ້ຈິງແລ້ວ ການຢຸດເຮັດວຽກນຶ່ງມື້ນັ້ນ ແມ່ນເປັນ​ເລື່ອງ​ທີ່​ບໍ່​ມີ
ປະໂຫຍດຫຼາຍ​ເກີນ​ໄປ.

ພວກແມ່ຍິງ ອອກມາຮ່ວມໃນ ງານເດີນຂະບວນປະທ້ວງ ໃນວັນແມ່ຍິງສາກົນ ຫຼື International Women’s Day, ໃນນະຄອນຫຼວງ ວໍຊິງຕັນ ດີຊີ ເມື່ອວັນທີ 8 ມີນາ 2017. (Photo: E. Sarai / VOA)

ນາງ Kathleen McGovern Dinsmore ຈາກເມືອງ Wilmington ລັດ Delaware
ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ສິ່ງທັງໝົດ ກ່ຽວກັບ ‘ມື້ນຶ່ງທີ່ປາດສະຈາກແມ່ຍິງ’
ແມ່ນໃຫຍ່ເກີນໄປ. ແຕ່ວ່າ ຂ້າພະເຈົ້າ​ເປັນແຟນທີ່ສະໜັບສະໜູນ ການເດີນຂະ
ບວນຂອງແມ່ຍິງ ໃນວັນທີ 21 ມັງກອນ. ການເດີນຂະບວນນັ້ນ ແນ່ນອນທີ່ສຸດວ່າ ​
ແມ່ນມີຈຸດປະສົງ. ຂ້າພະເຈົ້າບໍ່ສາມາດ ກຳນົດເອົາມື້ພິ ເສດມື້ໃດນຶ່ງໄດ້ ເພື່ອຮັບຮູ້ ເຖິງຜົນງານຂອງພວກແມ່ຍິງ ເລີຍ.”

ໃນເວລາຖືກຖາມວ່າ ແມ່ນຫຍັງທີ່ນາງເຮັດເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ
ນາງ Reid Carpenter ຈາກນະຄອນ New York ໄດ້ກ່າວວ່າ “ຂ້າ ພະເຈົ້າໄດ້ໃສ່
ເຄື່ອງສີແດງ! ແລະ.....ໄດ້ອາສາສະໝັກ ຢູ່ທີ່ໂຮງຮຽນຂອງລູກຊາຍ ຂ້າພະ​ເຈົ້າ
ໄດ້ໄປເຮັດວຽກ ໄດ້ຮັບໃຊ້ເປັນຄະນະຕຸລາການ ໄດ້ໄປຮັບເອົາລູກຂອງຂ້າພະ​ເຈົ້າ
ໄດ້ເຮັດຢູ່ເຮັດກິນ ແລະ ນອກເໜືອຈາກນັ້ນ ກໍໄດ້ເຮັດວຽກຕື່ມອີກ. ແຕ່ອັນນັ້ນ ເປັນພຽງອີກນຶ່ງມື້ ໃນການດຳລົງຊີວິດ ຂອງແມ່ຍິງ ແມ່ນບໍ່?”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ