ການເດີນຂະບວນ ທີ່ນຳພາໂດຍ ພວກນັກຮຽນ ຢູ່ວໍຊິງຕັນ ແມ່ນແນໃສ່ ການຄວບຄຸມປືນ

ເວທີຖືກຈັດຂຶ້ນ ຢູ່ເຂດຖະໜົນເພັນຊິລວາເນຍ ໃກ້ກັບລັດຖະສະພາ ທີ່ນະຄອນຫຼວງວໍຊິງຕັນ ວັນທີ 23 ມີນາ 2018.

ຫຼາຍ​ຮ້ອຍ​ພັນ​ຄົນ ​ຄາດ​ວ່າ ​ຈະ​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ​ເພື່ອ​ຊີວິດຂອງພວກເຮົາ
ຊຶ່ງ​ເປັນ​ການ​ປະ​ທ້ວງ ​ທີ່​ນະຄອນຫຼວງ​ວໍ​ຊິງ​ຕັນ ໃນວັນ​ເສົາມື້​ນີ້.

ພວກ​ນັກຮຽນ​ ຈາກ ມັດ​ທະ​ຍົມມາຈໍຣີ ສະ​ໂຕນ​ແມນ ດັກກ​ລັສ ​ໃນເມືອງ​ພາກ​ແລນ ລັດ​
ຟລໍຣິດາ ບ່ອນ​ທີ່​ນັກຮຽນ 17 ຄົນ​ໄດ້​ຖືກ​ສັງຫານ​ໃນ​ວັນ​ທີ 14 ​ເດືອນ​ກຸມພາ​ທີ່​ຜ່ານ​ມາ
​ໃນ​ການ​ສັງຫານໝູ່ ເທື່ອ​ຫລ້າ​ສຸດ ຢູ່ໃນໂຮງຮຽນ​ຂອງ​ສະຫະລັດ ແມ່ນເປັນ​ຜູ້​ຈັດ ​ໃຫ້ມີ
ການເດີນຂະບວນ ​ໃນ​ວັນ​ເສົາ​ມື້​ນີ້.

ພວກ​ນັກຮຽນ​ທີ່​ຈັດ​ການເດີນຂະບວນ ພາກັນ​ຮຽກຮ້ອງວ່າ ຊີ​ວີ​ດຂອງ​ພວກ​ເດັກນ້ອຍ
​ເປັນ​ບູລິມະສິດ ​ທີ່​ສຳຄັນ​ຂອງ​ປະ​ເທດຊາດ​. ​ເຂົາ​ເຈົ້າ​ຍັງ​ຮຽກຮ້ອງໃຫ້ຍຸຕິ​ການຍິງສັງ
ຫານໝູ່​ຢູ່​ໃນ​ໂຮງຮຽນທີ່ກຳລັງມີການແຜ່ລະບາດ.

ມີການເດີນຂະບວນຫຼາຍ​ກວ່າ 800 ​ບ່ອນ ​ໄດ້​ວາງແຜນ​ຈະຈັດຂຶ້ນຢູ່ໃນ 50 ລັດ​ຂອງ
​ສະຫະລັດ ​ແລະ​ຢູ່ໃນ​ທົ່ວ​ໂລກ.

ນາງ​ເຈ​ນີ​ເຟິ ສະ​ມິ​ດ ຊາວ​ເອ​ເມຣິກັນທີ່ພຳນັກຢູ່​ປະ​ເທດ​ອອສ​ເຕຣ​ເລຍ ​ແລະ​ຜູ້​ຈັດ​ການ
​ເດີນ​ຂະ​ບວນ​ເພື່ອ​ຊີວິດ​ຂອງ​ພວກ​ເຮົາ ທີ່​ນະຄອນ​ຊິດ​ນີກ່າວ​ໃນ​ວັນ​ເສົາມື້​ນີ້​ວ່າ “ເວລາ
ຂ້າພະເຈົ້າສົ່ງລູກຂ້າພະເຈົ້າໄປໂຮງຮຽນ ຂ້າພະເຈົ້າບໍ່ເຄີຍເປັນຫ່ວງກ່ຽວກັບວ່າ ພວກ
ເຂົາເຄີຍຝຶກແອບເວລາມີການຍິງກັນເກີດຂຶ້ນ..ພວກເຮົາ​ຍັງ​ມີ​ຄອ​ບຄົວ ​ແລະໝູ່​ເພື່ອນ
​ຢູ່​ທົ່ວ​ສະຫະລັດ ​ແລະ​ນັ້ນ ​ແມ່ນ​ຄວາມ​ຫວັງ​ຂອງ​ຂ້າພະ​ເຈົ້າ​ສຳລັບພວກເຂົາເຈົ້າທັງ
ໝົດ ທີ່ວ່າ​ທຸກໆ​ຄົນ ບໍ່​ວ່າ​ ເຈົ້າເປັນ​ນັກຮຽນ​ເຂົ້າ​ໂຮງຮຽນ ຫຼື​ໄປເບິ່ງ​ຄອນ​ເສີດ ທີ່​ທ່ານ
ບໍ່​ມີ​ຄວາມ​ຢ້ານ​ກົວ​ກ່ຽວກັບ​ຊີວິດ​ຂອງ​ທ່ານ.”

ຊາວ​ອາ​ເມຣິກັນ​ໄດ້ພາກັນ​ລັງ​ເລ​ໃຈ​ທີ່​ຈະສະຫຼະສິດບໍ່​ຖືປືນ ​ແລະໄດ້​ມີການປ່ຽນແປງ​
ພຽງເລັກນ້ອຍ ໃນ​ກົດໝາຍ​ປືນ ​ເພື່ອສະໜອງ​ຕອບ​ ​ຕໍ່​ການ​ສັງຫານ​ໝູ່ນີ້.

ທ້າວອີລານ ອາລຮາແດຟ ຢືນຢູ່ຂ້າງຊ້າຍ ຮ່ວມກັບເມຍຂອງລາວ ນາງລໍຣີ ຖືຮູບພາບລູກສາວ ຂອງເຂົາເຈົ້າ ນາງອາລິສຊາ ອາລຮາແລຟ ອາຍຸ 14 ປີ ຜູ້ທີ່ຖືກສັງຫານ ຢູ່ມັດທະຍົມ ດັກກລັສ ທີ່ພາກແລນ ລັດຟລໍຣິດາ.

ການ​ຍັ່ງ​ສຽງ​ຄັ້ງໃໝ່ ໂດຍ​ອົງການ​ຂ່າວເອພີ ກັບ​ສູ​ນກາງ​ຄົ້ນຄວ້າ​ກິດຈະການມະຫາຊົນ
​ເຖິງ​ຢ່າງ​ໃດ​ກໍ​ດີ ​ໄດ້​ສະແດງໃຫ້ເຫັນວ່າ ​ຄວາມຮູ້ສຶກອາດ​ມີການປ່ຽນ​ແປງ. ການ​ຢັ່ງ​ສຽງ
ພົບ​ວ່າ 69 ​ເປີ​ເຊັນ​ຂອງ​ຊາວ​ອາ​ເມຣິກັນ ​ທີ່​ໄດ້​ສຳ​ຫຼວດ ໃນເວລານີ້​ຄິດ​ວ່າ​ ກົດໝາຍ​ປືນ​
ຄວນ​ທີ່​ຈະ​ເຄັ່ງ​ຄັດ​ກວ່າເກົ່າ ​ເພີ້ມຂຶ້ນຈາກ 61 ​ເປີ​ເຊັນ​ ໃນ​ເດືອນ​ຕຸລາ 2016 ​ແລະ 55 ​
ເປີ​ເຊັນ​ໃນ​ເດືອນ​ຕຸລາ​ປີ 2013.

ໂດຍທົ່ວໄປແລ້ວ ການ​ສຳ​ຫຼວດ ສະແດງໃຫ້ເຫັນວ່າ 90 ​ເປີ​ເຊັນ​ຂອງ​ພັກ​ເດ​ໂມ​ແຄຣັດ
50 ​ເປີ​ເຊັນ​ຂອງ​ພັກຣີພັບ​ບລິ​ກັນແລະ 54 ​ເປີ​ເຊັນ​ຂອງ​ເຈົ້າຂອງ​ປືນ ເວລາ​ນີ້​ແມ່ນ​ເຫັນ
​ພ້ອມ​ກັບ​ກົດໝາຍ​ຄວບຄຸມ​ປືນ ທີ່ເຄັ່ງຄັດກວ່າເກົ່າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ