ທ່ານ Manafort ອະດີດ ຫົວໜ້າ ໂຄສະນາ ຫາສຽງ ຂອງ ທ່ານທຣຳ ຖືກຟ້ອງຮ້ອງ

ທ່ານ Paul Manafort ອອກຈາກສານລັດຖະບານກາງ ໃນວໍຊີງຕັນ, 30 ຕຸລາ 2017.

ທ່ານ Paul Manafort ຜູ້ຊຶ່ງ​ໄດ້​ເປັນ​ປະ​ທານ​ຄະນະ​ໂຄສະນາ​ຫາ​ສຽງໃຫ້ປະທານາທິບໍດີ​
ດໍ​ໂນລ ທຣຳ ​ເປັນ​ເວລາ 3 ​ເດືອນ​ໃນ​ປີ​ກາຍ​ນີ້ ​ໄດ້​ຖືກ​ຟ້ອງ​ຮ້ອງ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຄະ
ດີ​ສົມຮູ້ຮ່ວມຄິດ​ຕໍ່ຕ້ານ​ສະຫະລັດ, ຟອກ​ເງິນແລະ​ໃຫ້ການເທັດ​ຕໍ່ລັດຖະບານ ​ຊຶ່ງເປັນສ່ວນ​ນຶ່ງຂອງຄວາມ​ພະຍາຍາມວິ່ງເຕັ້ນໃນຂອບເຂດ​ທີ່​ກວ້າງຂວາງ ​ໃຫ້​ແກ່ອະດີດຜູ້ນຳ​ຄົນ​ສຳຄັນ​ຂອງ​ຢູ​ເຄຣນ ທ່ານ Viktor Yanukovych.

ທ່ານ Manafort ​ແລະ​ອະດີດ​ເພື່ອນ​ຮ່ວມ​ງານທາງທຸລະກິດ ທ່ານ Rick Gates ​
ໄດ້​ຖືກ​ຟ້ອງ​ຮ້ອງ ​ໂດຍ​ຄະນະ​ຕຸລາການຂອງ​ລັດຖະບານ​ກາງ ​ທີ່ນະຄອນ​ວໍ​ຊີງ​ຕັນ ​
ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງການສື​ບສວນ ​ກ່ຽວກັບການ​ເຂົ້າ​ແຊກ​ແຊງ​ຂອງຣັດ​ເຊຍ ​ເຂົ້າໃນ
​ການ​ເລືອກ​ຕັ້ງ​ປະ ທານາທິບໍດີ ປີ 2016 ໂດຍໄອຍະການພິ​ເສດ ທ່ານ Robert
Mueller. ພວກ​ເຂົາ​ເຈົ້າ​ແມ່ນພວກ​ທີ່​ຖືກ​ຟ້ອງ​ຈຸທຳ​ອິດ ທີ່​ທ່ານ Mueller ​ໄດ້​ປະກາດ
ຕໍ່​ສາທາລະນະ ​ໃນ​ການ​ຊອກ​ຫາ​ຫຼັກ​ຖານ​ເປັນ​ເວລາ 5 ​ເດືອນ​, ແຕ່​ເຖິງ​ຢ່າງ​ນັ້ນກໍ​ຕາມ
ການ​ຟ້ອງ​ຮ້ອງ​ທີ່​ວ່າ​ນີ້ ບໍ່​ໄດ້​ມີການ​ພົວພັນ​ໂດຍ​ກົງ​ກັບ​ການ​ເລືອກ​ຕັ້ງ​ແຕ່​ຢ່າງ​ໃດ.

ອົງການ​ສືບ​ລັບ​ຂອງ​ສະຫະລັດ ​ໄດ້​ສະຫຼຸບ​ຜົນ​ໃນ​ລາຍ​ງານ​ທີ່ເປີດເຜີຍໃຫ້​ສາທາລະນະ​
ຮູ້ໃນ​ເດືອນ​ມັງກອນວ່າ ປະທານາທິບໍດີ​ຣັດ​ເຊຍ ທ່ານ Vladimir Putin ​ແມ່ນເປັນ​ຜູ້​ສັ່ງ
ການໃນ ການໂຄສະນາ​ດ້ວຍ​ຕົວ​ທ່ານ​ເອງ ​ເພື່ອ​ເປັນ​ບ່ອນ​ທຳລາຍ​ລະບອບປະຊາທິ
ປະ​ໄຕແລະ​ຊ່ອຍ ​ໃຫ້​ທ່ານ​ທຣຳ ​ໄດ້​ຊະນະ​ການ​ເລືອກ​ຕັ້ງ. ​ໃນ​ວັນ​ອັງຄານ​ມື້​ນີ້, ລັດ​ຖະ
ມົນຕີ​ການ​ຕ່າງປະ​ເທດ ຣັດ​ເຊຍ ທ່ານ Sergei Lavrop ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ ​
ໂດຍ​ກ່າວ​ວ່າ ບໍ່​ໄດ້​ມີ​ຫຼັກ​ຖານ​ໃດ​ໆທີ່​ພົວພັນກ່ຽວກັບການແຊກແຊງເຂົ້າການ​ເລືອກ​ຕັ້ງ​
ຂອງ​ສະຫະລັດ ຫຼື ປະ​ເທດ​ອື່ນ​ໃດ.

ທ່ານ​ທຣຳ ຍັງໄດ້ສືບ​ຕໍ່​ປະຕິ​ເສດ​ກ່ຽວກັບການ​ສົມຮູ້​ຮ່ວມຄິດລະຫວ່າງ ຄະນະ​ໂຄສະນາ
​ຫາ​ສຽງຂອງ​ທ່ານ ກັບຣັດ​ເຊຍ.

ທ່ານ Paul Manafort, ຜູ້ຊຶ່ງໄດ້ເປັນປະທານຄະນະໂຄສະນາຫາສຽງໃຫ້ປະທານາທິບໍດີ ດໍໂນລ ທຣຳ, ກ່າວຕໍ່ພວກນັກຂ່າວທີ່ກອງປະຊຸມນັກ Republican ແຫ່ງຊາດ ທີ່ຫໍ Quicken Loans Arena ໃນເມືອງ Cleveland, 17 ກໍລະກົດ 2016.

ທັງ​ທ່​ານ Manafort ​ແລະ​ທ່ານ Gates ​ໄດ້​ເຂົ້າ​ມອບ​ຕົວ​ກັບ​ອົງການ​ສັນຕິ​ບານ​ກາງ
FBI ​ໃນ​ວໍ​ຊີງ​ຕັນ ​ເພື່ອດຳ​ເນີນ​ການ​ແລະ​ຕໍ່​ມາ “​ໄດ້ປະຕິ​ເສດ​ບໍ່​ຍອມຮັບ​ຜິດ” ​ຕໍ່ສານ
​ລັດຖະບານກາງສະຫະລັດ. ຜູ້​ພິພາກສາ​ສານ​ຄົນນຶ່ງ ​ສັ່ງ​ໃຫ້​ກັກ​ບໍລິ​ເວນ​ບຸກຄົນທັງສອງ.

ຍິ່ງ​ໄປ​ກວ່າ​ນັ້ນ, ທ່ານ Mueller ​ໄດ້​ເປີດເຜີຍ​ວ່າ ທ່ານ George Papadopoulos
ອະດີດທີ່​ປຶກສາ​ການ​ຕ່າງປະ​ເທດ​ຂອງທ່ານ​ທຣຳ ​ໄດ້​ຍອມຮັບຜິດ​ ໃນ​ວັນ​ທີ 5 ຕຸ​ລາ
ຜ່ານ​ມາ​ນີ້ ໂດຍໃຫ້ການ​ເທັດ​ຕໍ່​ເຈົ້າໜ້າທີ່​ລັດຖະບານກາງໃນ​ເດືອນ​ມັງກອນ ກ່ຽວ​ກັບ​
ການ​ຕິດ​ຕໍ່ ​ຂອງທ່ານ ກັບ​ພວກ​ຜູ້​ຄົນ “ທີ່​ທ່ານ​ເຂົ້າ​ໃຈ​ວ່າ​ໄດ້​ມີ​ການ​ພົວພັນ​ຢ່າງ​ໃກ້ຊິດ​
ກັບ​ເຈົ້າໜ້າ​ທີ່ອາ​ວຸ​ໂສຂອງລັດຖະບານ​ລັດຣັດ​ເຊຍ.” ​

ເອກ​ກະສາ​ນຂອງ​ສານ​ລະບຸ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ຈັບ​ກຸມທ່ານ Papadopoulos
ໃນ ​ເດືອນກໍລະກົດ​ຜ່ານ​ມາ​ນີ້ ​ແລະ​ວ່າ ​ໃນ​ການ​ໃຫ້​ປາກຄຳ​ກັບ​ເຈົ້າ​ໜ້າ​ທີ່ສືບສວນ
ຫລາຍໆຄັ້ງນັ້ນ ທ່ານ​ໄດ້​ເວົ້າເຖິງການຫາລື ກ່ຽວກັບ​ການຈັດ​ການ​ພົບ​ປະກັນ ລະຫວ່າງ
ຄະນະ​ໂຄສະ ນາ​ຫາ​ສຽງ ກັບບັນດາເຈົ້າ​ໜ້າ​ທີ່ຣັດ​ເຊຍ​ເພື່ອ​ຫາລື​ກ່ຽວກັບຄວາມສຳພັນ
​ລະຫວ່າງ​ສະຫະລັດ ກັບຣັດ​ເຊຍ.​

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ພວກຜູ້ຄົນເດີນເຂົ້າສານລັດຖະບານກາງ, 30 ຕຸລາ, 2017, ໃນ ວໍຊີງຕັນ.