ຜູ້ຊາຍຄົນນຶ່ງ ໃຊ້ມີດແທງ ເດັກນ້ອຍ 22 ຄົນ ໃນປະເທດຈີນ

ເດັກນ້ອຍຄົນນຶ່ງ ທີ່ໄດ້ຮັບບາດເຈັບ ຈາກການຖືກມິດແທງ ໄດ້ຮັບການປິ່ນປົວ ທີ່ໂຮງໝໍ Leizhou, ແຂວງ Guangdong ໃນການໂຈມຕີເດັກນ້ອຍ ເມືອເດືອນເມສາ ທີ່ 28 ປີ 2010.

ທີ່​ປະ​ເທດ​ຈີນ​ນັ້ນ ກໍ​ໄດ້​ເກີດ​ເຫດການ​ເສົ້າ​ສະ​ລົດ​ໃຈ​ຄ້າຍຄື​ກັນ.
ສື່​ມວນ​ຊົນ​ຈີນກ່າວ​ວ່າ ຜູ້​ຊາຍ​ຄົນ​ນຶ່ງ​ໄດ້​ແທງ​ເດັກນ້ອຍ 22 ຄົນ ​
ແລະ​ຜູ້​ໃຫຍ່​ນຶ່ງ​ຄົນ ຢູ່ໂຮງຮຽນ​ປະຖົມ​ແຫ່ງ​ນຶ່ງ ທາງພາກ​ກາງ
ຂອງ​ປະ​ເທດ​ຈີນ ​ໃນ​ວັນ​ສຸກ​ວານ​ນີ້.

​ອົງການ​ຂ່າວ Xinhua ຂອງ​ທາງ​ການ​ຈີນ ກ່າວ​ວ່າ ຜູ້​ຊາຍຖື​ມີດຄົນ​ນັ້ນ ໄດ້​ໂຈມ​ຕີ​ພວກ​ເດັກນ້ອຍຢູ່​ນອກ​ໂຮງຮຽນທີ່ໝູ່​ບ້ານ Chengpeng ​ໃນ​ແຂວງ Henan. ຂ່າວເວົ້າວ່າ ພວກ​ເດັກນ້ອຍ ທີ່​ບໍ່​ຊາບ​ອາຍຸ ​ໄດ້​ຮັບ​ບາດ​ເຈັບ ​ແຕ່​ບໍ່​ເຖິງ​ຂັ້ນ​ຂົ່ມຂູ່​ຕໍ່ຊີວິດ.

​ຕໍາຫລວດ​ກ່າວ​ວ່າ ຄົນ​ຮ້າຍ​ໄດ້​ຖືກ​ກັກໂຕ​ໃນ​ເວລາ​ຕໍ່​ມາ ​ແຕ່​ບໍ່​ໄດ້ບອກ​ສາ​ເຫດ ທີ່ເຮັດ​ໃຫ້​ເຂົາ​ໄປແທງ​ເດັກນ້ອຍ.

ບັນດາ​ໂຮງຮຽນ​ໃນ​ປະ​ເທດ​ຈີນ ​ໄດ້ເພີ້​ມການຮັກສາ​ຄວາມ​ປອດ​ໄພຂຶ້ນ ຫລັງ​ຈາກ​ທີ່​ໄດ້​ມີ​ການ​ໂຈມຕີ​ຕໍ່​ເນື່ອງ​ກັນຢ່າງ​ຮ້າຍ​ແຮງ ​ຕໍ່​ພວກເດັກ ນ້ອຍ​ໃນບໍ່​ເທົ່າ​ໃດປີຜ່ານ​ມາ ຊຶ່ງ​ຄົນ​ຮ້າຍສ່ວນ​ຫລາຍແມ່ນ​ພວກ​ຜູ້​ຊາຍ​ທີ່​ມີ​ບັນຫາ​ໂຣກ​ຈິດ.

​ການ​ໂຈມ​ຕີ​ເທື່ອ​ຫລ້າ​ສຸດ​ແມ່ນ​ເກີດ​ຂຶ້ນ​ໃນ​ເດືອນສິງຫາປີ​ນີ້ ​ເວລາ​ຜູ້​ຊາຍ​ຄົນ​ນຶ່ງ​ ບຸກເຂົ້າ​ໄປໃນໂຮງຮຽນມັດທະ​ຍົມ​ແຫ່ງ​ນຶ່ງ ​ໃນ​ເມືອງ Nanchang ​ ທາງພາກ​ພາກ​ໃຕ້ຂອງ​ປະ​ເທດ ​ແລະແທງ​ນັກຮຽນ​ສອງ​ຄົນ.

​ໃນ​ເດືອນ​ມີ​ນາ ປີ 2010 ຜູ້​ຊາຍ​ຄົນ​ນຶ່ງ​ທີ່​ກ່າວກັນ​ວ່າ ​ເປັນດ້ອກ​ເຕີ ​ໄວ​ກາງຄົນ ​ທີ່​ຫວ່າງ​ງານ ​ໄດ້​ສັງຫານ​ເດັກນ້ອຍ 8 ຄົນ​ດ້ວຍມີດ ທີ່​ ​ເມືອງ Nanping ທາງພາກ​ໃຕ້​ຂອງຈີນ.