ໄອຍະການສານຂອງສະຫະລັດ ໄດ້ກ່າວຫາຜູ້ຊາຍຄົນນຶ່ງ
ທີ່ພົວພັນກັບການວາງເພີງໃສ່ສະຖານກົງສຸນຂອງຈີນ ໃນ
ນະຄອນ San Francisco ໃນອາທິດແລ້ວນີ້.
ທ້າວ Yan Feng ໄດ້ເຂົ້າມອບຕົວກັບຕໍາຫຼວດທ້ອງຖິ່ນ
ໃນວັນສຸກແລ້ວນີ້ 2 ມື້ຫຼັງຈາກສະ ຖານກົງສຸນຂອງຈີນ
ໃນນະຄອນ San Francisco ໄດ້ຮັບຄວາມເສຍຫາຍ
ຈາກໄຟໄໝ້ແລະຄວັນໄຟ.
ທ້າວ Yan Feng ໄວ 39 ປີ ທີ່ອາໄສຢູ່ໃນລັດ California
ໄດ້ຖືກຟ້ອງໃນວັນຈັນແລ້ວນີ້ໃນຂໍ້ຫາວ່າໄດ້ເປັນຄົນຈູດໄຟ
ເຜົາແລະເຮັດໃຫ້ຊັບສິນຂອງລັດຖະບານຕ່າງປະເທດເສຍຫາຍ.
ເຈົ້າໜ້າທີ່ສືບສວນພິເສດຂອງອົງການສັນນິບານກາງສະຫະລັດຫລື FBI ທ່ານ David
Johnson ກ່າວວ່າ ເຫດຜົນຊັກຈູງໃຫ້ທ້າວ Feng ກະທໍາການເຊັ່ນນີ້ນັ້ນແມ່ນຍັງບໍ່ທັນ
ແຈ້ງຂາວເທື່ອ ແຕ່ກໍກ່າວວ່າ ມັນບໍ່ໄດ້ມີການກ່ຽວຂ້ອງທາງການເມືອງທີ່ເຫັນໄດ້ຊັດ
ແຕ່ຢ່າງໃດ.
ທ່ານ Johnson ກ່າວວ່າ: “ພວກເຮົາໄດ້ສືບສວນເຫດຮ້າຍດັ່ງກ່າວໃນຖານຄວາມຜິດ
ທາງອາຍາ ແລະກໍບໍ່ມີຮ່ອງຮອຍໃດໆໃນເວລານີ້ທີ່ຈະສະເໜີແນະວ່າ ມັນມີຈຸດປະສົງ
ສຳລັບການກໍ່ການຮ້າຍ ທາງການເມືອງ ຫລືບັນຫາສິດທິພົນລະເມືອງແຕ່ຢ່າງໃດ.”