ຜູ້ຊາຍຄົນນຶ່ງ ຖືກກ່າວຫາ ວາງແຜນກໍ່ການຮ້າຍ ໃນ ສຫລ

ທ້າວ Abdirahman Sheik Mohamud (ຊ້າຍ) ກຳລັງເວົ້າກັບ ທະນາຍຄວາມຂອງລາວ ທ່ານ Sam Shamansky.

ຜູ້​ຊາຍຈາກ​ລັດ Ohio ຄົນ​ນຶ່ງ ທີ່​ໄດ້​ເດີນທາງ​ໄປປະ​ເທດຊີເຣຍ
​ໃນ​ປີ​ແລ້ວ​ນີ້ ປະ​ເຊີນ​ໜ້າກັບຂໍ້ຫາ​ກໍ່​ການ​ຮ້າຍ ໂດຍໄດ້​ຮັບ​ການ
​ເຝິກແອບ​ຄຽງບ່າ​ຄຽງ​ໄຫລ່​ກັບພວກ​ກໍ່​ການ​ຮ້າຍ​ໃນ​ຊີ​ເຣຍ ​ແລະ
​ກັບ​ຄືນ​ມາສະຫະລັດ ໂດຍມີ​ຈຸດປະສົງ​ ເພື່ອ​ທຳການໂຈມ​ຕີ​ຄຸກ
ທະຫານຂອງສະຫະລັດ.

ທ້າວ Abdirahman Sheik Mohamud ອາຍຸ​ຊາວ​ສາມ​ປີ ຈາກ​
ເມືອງ Columbus ລັດ Ohio ​ໄດ້​ຖືກ​ພົບເຫັນວ່າມີຄວາມຜິດ
ໂດຍຄະນະ​ຕຸລາການ ຂອງລັດຖະບານ​ກາງສະຫະລັດ ​ໃນ​ວັນ
​ພະຫັດ​ວານ​ນີ້.

ກະຊວງ​ຍຸຕິ​ທຳ ສະຫະລັດ ກ່າວ​ວ່າ ທ້າວ Mohamud ​ໄດ້​ກັບມາ​ຈາກຊີ​ເຣຍ ​ໂດຍ​ມີ​ຈຸດ
ປະສົງ​ທີ່​ຈະ​ທຳ​ການ​ໂຈມຕີ ຄ້າຍ​ທະຫານ ຢູ່​ລັດ Texas ​ແລະ “ສັງຫານທະຫານ ອາ​ເມ
ຣິກັນ ສາມ ຫລື​ສີ່​ຄົນ ດ້ວຍ​ວິ​ທີ​ຍິງ​ແບບ​ສັງຫານ.”

ສຳນວນຟ້ອງກ່າວວ່າ ທ້າວ Mohamud ​ໄດ້​ເດີນ​ທາງ​ໄປ​ຊີ​ເຣຍ ​ໃນ​ເດືອນ​ເມ​ສາ ປີ 2014
ບ່ອນ​ທີ່​ລາວ​ໄດ້​ຮັບ​ການ​ເຝິກ​ແອບ “ຍິງ​ປືນ ບຸກ​ເຂົ້າໄປໃນ​ເຮືອນ​ຊານ ວາງ​ລະ​ເບີດ ​ແລະ
​ການ​ຕໍ່ສູ້​ດ້ວຍ​ມື”

​ແຕ່່ວ່າ ກ່ອນການ​ໃຊ້​ການ​ເຝິກ​ແອບ ​ເພື່ອ​ເຂົ້າ​ຮ່ວມການ​ສູ້​ລົບ​ຢູ່​ໃນ​ຊີ​ເຣຍນັ້ນ ສຳນວນ
ຟ້ອງກ່າວ​ວ່າ ທ້າວ Mohamud ​ໄດ້​ແນະ​ນຳໂດຍນັກ​ສອນ​ສາສະໜາ​ຄົນ​ນຶ່ງ ​ໃຫ້​ກັບ​ຄືນ
​ມາສະຫະລັດ ລາວ​ໄດ້​ສົນທະນາ​ທີ່​ຈະ​ອອກ​ປະຕິບັດ​ງານ ຢູ່​ໃນສະຫະລັດ.”

ທ້າວ Mohamud ​ເກີດ​ຢູ່ Somali ແລະໄດ້ໂອນສັນຊາດ ​ເປັນອາ​ເມຣິກັນ. ອ້າຍ​ຂອງ​
ລາວ ທ້າວ Abdifatah Aden Mohamud ​ໄດ້​ຖືກ​ສັງຫານ​ໃນ ການ​ສູ້​ລົບໃຫ້ແກ່ກຸ່ມ
al-Nusra Front ຢູ່​ໃນ​ຊີ​ເຣຍ ​ໃນ​ເດືອນ​ມິຖຸນາ​ປີກາຍ.

Your browser doesn’t support HTML5

US Terrorism