ນາຍົກລັດຖະມົນຕີອີຣັກ ທ່ານ Nouri al-Maliki ຮຽກຮ້ອງ
ໃຫ້ສະຫະລັດຊ່ອຍເພື່ອຕໍ່ສູ້ໃນອັນທີ່ທ່ານເອີ້ນວ່າການສວຍ
ໃຊ້ຄວາມເຄັ່ງຕຶງທາງສາສະໜາ ຂອງພວກກໍ່ການຮ້າຍ ໃນ
ຂະນະທີ່ ສະມາຊິກສະພາສູງສະຫະລັດ ທີ່ມີອິດທິພົນກຸ່ມນຶ່ງ
ກ່າວວ່າ ການນໍາພາຂອງທ່ານນັ້ນ ໄດ້ພັກດັນໃຫ້ເກີດຄວາມ
ແຕກແຍກ ລະຫວ່າງກຸ່ມຕ່າງໆ ຂອງຊາວອີຣັກ.
ທ່ານ Maliki ເລີ່ມການຢ້ຽມຢາມສະຫະລັດ ດ້ວຍການພົບ
ປະໃນວັນພຸດມື້ນີ້ ກັບຮອງປະ ທານາທິບໍດີ Joe Biden
ແລະສະມາຊິກຂອງຄະນະກໍາມາທິການຄວາມສຳພັນຕ່າງ
ປະເທດ ຂອງລັດຖະສະພາສະຫະລັດ. ໃນວັນສຸກຈະມານີ້
ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາຈະໃຫ້ການຕ້ອນຮັບທ່ານ Maliki
ໃນການພົບປະສົນທະນາ ທີ່ທໍານຽບຂາວ.
ນາຍົກລັດຖະມົນຕີອີຣັກ ໄດ້ກ່າວຢູ່ໃນບົດຄວາມເຫັນ ຂອງໜັງສືພິມ New York
Times ວ່າ ກຸ່ມກໍ່ການຮ້າຍ al-Qaida ແມ່ນທໍາການ “ພວມທຳການປຸກລະດົມ
ກໍ່ການຮ້າຍ” ຕໍ່ປະຊາຊົນຊາວອີຣັກ ແລະທ່ານບໍ່ປະສົງຈະໃຫ້ປະເທດຂອງທ່ານ
ຫຼືເພື່ອນບ້ານຄື ຊີເຣຍ ຕົກເປັນຖານທີ່ໝັ້ນຂອງກຸ່ມດັ່ງກ່າວນີ້. ທ່ານກ່າວວ່າ ອີຣັກ
ຕ້ອງການອຸບປະກອນໃຫ້ແກ່ກອງກໍາລັງ ໂດຍສະເພາະການປ້ອງກັນທາງອາກາດ
ແລະມີແຜນທີ່ຈະຮ້ອງຂໍຄວາມຊ່ອຍເຫຼືອຈາກທ່ານໂອບາມາ ເພື່ອປັບປຸງຄວາມ
ສາມາດຂອງກອງທັບອີຣັກ.
ແຕ່ບັນດາສະມາຊິກສະພາສູງສະຫະລັດ ຊຶ່ງຮວມທັງທ່ານ John McCain , Carl
Levin, Robert Menendez, ແລະ Linsey Graham ໄດ້ຂຽນຈົດໝາຍເຖິງທ່ານ
ໂອບາມາ ໃນວັນອັງຄານວານນີ້ ໂດຍມີເນື້ອໃນວ່າ “ພວກທ່ານແມ່ນມີຄວາມເປັນ
ຫວ່ງເປັນໃຍ ກ່ຽວກັບສະຖານະການໃນອີຣັກ ທີ່ພວມຊຸດໂຊມລົງ” ພວກທ່ານ
ໄດ້ຕໍານິຕິຕຽນແບບສະບັບການປົກຄອງຂອງລັດຖະບານທ່ານ Maliki ທີ່ພາໃຫ້ເກີດ
ຄວາມຮຸນແຮງເພີ້ມຂຶ້ນນັບມື້ໂດຍກ່າວວ່າ ທ່ານມັກດຳເນີນການເພື່ອໃຫ້ມີການແບ່ງ
ແຍກທາງສາສະໜາແລະ ນໍາໃຊ້ອໍານາດແບບພະເດັດການຢູ່ເລື້ອຍໆ ທີ່ໄດ້ຕັດສິດ
ເສລີພາບຊາວຊຸນນີ່ ບໍ່ໃຫ້ຄວາມສຳຄັນຕໍ່ຊາວ Kurd ແລະສ້າງຄວາມຫ່າງເຫີນໃຫ້
ຊາວ Shi’ites ຜູ້ຊຶ່ງຕ້ອງການຢາກໃຫ້ ມີການປົກຄອງແບບປະຊາທິປະໄຕ ແບບມີ
ຫຼາຍພັກຝ່າຍເຂົ້າຮ່ວມຢູ່ໃນອີຣັກ.