ປະເທດ Chad ເລີ້ມຖອນ ທະຫານ ອອກຈາກມາລີ (ວີດິໂອກ່ຽວຂ້ອງ)

ແຜນທີ່ປະເທດ Chad ທີ່ສົ່ງທະຫານໄປຊ່ວຍ ກໍາລັງທະຫານຂອງມາລີ ຕີເອົາພາກເໜືອຂອງປະເທດຄືນ.

ປະເທດ Chad ໄດ້ເລີ້ມຖອນທະຫານຂອງຕົນອອກຈາກມາລີ
ບ່ອນທີ່ພວກເຂົາເຈົ້າໄດ້​ໄປຊ່ວຍຕໍ່ສູ້ກັບພວກອິສລາມຫົວຮຸນ
ແຮງ ຢູ່ທາງພາກເໜືອຂອງ ມາລີ.

ປະທານາທິບໍດີ Idriss Deby ຂອງ Chad ເວົ້າວ່າ ທະຫານ
ຂອງທ່ານໄດ້ “ປະຕິບັດສໍາເລັດໜ້າທີ່ຂອງເຂົາເຈົ້າແລ້ວ” ແລະ
ບໍ່ສາມາດທີ່ຈະຕໍ່ສູ້ກັບສົງຄາມແບບກອງໂຈນທີ່ກໍາລັງເລີ້ມໂຜ່
ຕົວຂຶ້ນມາຢູ່ໃນມາລີຂະນະ​ນີ້.

ຮອງລົງມາຈາກຝຣັ່ງ ກໍາລັງທະຫານ 2 ພັນຄົນຂອງ Chad
ແມ່ນຈໍານວນ ພົນທະຫານທີ່ຫລາຍກວ່າຈາກປະເທດອື່ນໃດໝົດທີ່ຖືກສົ່ງໄປຊ່ວຍ
ກໍາລັງທະຫານຂອງມາລີຕີເອົາພາກເໜືອຂອງປະເທດ ຄືນນັ້ນ. ຝຣັ່ງໄດ້ຖອນທະຫານ ຂອງຕົນອອກ​ໄປ 100 ຄົນ ໃນອາທິດແລ້ວນີ້ ຊຶ່ງເປັນບາດກ້າວທໍາອິດຂອງການຖອນ
ທະຫານ ​ເທື່ອ​ລະ​ຂັ້ນ.

ເບິ່ງວີດິໂອ ຝຣັ່ງພະຍາຍາມລະງັບຄວາມກັງວົນ ກ່ຽວກັບການຖອນທະຫານ ອອກຈາກມາລີ:

Your browser doesn’t support HTML5

France Tries to Calm Fears Over Mali Pullout


ທະຫານຂອງ Chad ສາມຄົນເສຍຊີວິດໃນເຫດລະເບີດສະລະຊີບ ໃນອາທິດແລ້ວນີ້
ໃນຂະນະທີ່ອີກ 13 ຄົນເສຍຊີວິດ ຢູ່ໃນການຕໍ່ສູ້ກັບພວກຫົວຮຸນແຮງໃນເດືອນກຸມພາ ຜ່ານມາ.

ວີດິໂອ: ຊາວມາລີກັງວົນເລື້ອງຄວາມປອດໄພ ຫລັງຈາກທະຫານຝຣັ່ງ ຖອນອອກໄປ:

Your browser doesn’t support HTML5

Mali Residents Wary about French Withdrawal