ເຈົ້າໜ້າທີ່ສະຫະປະຊາຊາດເວົ້າວ່າ ກອງກໍາລັງແຊກແຊງຂອງ
ອາຟຣິກາ ທີ່ສົ່ງໄປຍັງປະເທດມາລີໃນເວລານີ້ ອາດເພີ້ມຂຶ້ນ
ເປັນເທົ່າສອງ ຈາກຈໍາ ນວນທີ່ຄາດຄິດໄວ້ 3 ພັນ 300 ຄົນນັ້ນ
ທັງນີ້ກໍເນື່ອງຈາກວ່າ ມີຄວາມຕ້ອງການທະຫານເພີ້ມຂຶ້ນເພື່ອ ເຂົ້າຕີເອົາເຂດພາກເໜືອຂອງປະເທດຄືນມາຈາກພວກອິສລາມ
ຫົວຮຸນແຮງ.
ເອກອັກຄະລັດຖະທູດຂອງ Ivory Coast ປະຈຳສະຫະປະຊາ
ຊາດທ່ານ Youssoufou Bamba ທີ່ຕາງໜ້າໃຫ້ແກ່ປະຊາ
ຄົມດ້ານເສດຖະກິດຂອງ ບັນດາປະເທດໃນເຂດອາຟຣິກາ
ຕາເວັນຕົກ ທີ່ອົງການສະຫະປະຊາຊາດ ກ່າວວ່າ ປັດຈຸບັນມີ
ທະຫານເກືອບຮອດ 1 ພັນ ຄົນແລ້ວຢູ່ໃນມາລີ. ທ່ານໄດ້ຮຽກຮ້ອງໃຫ້ສະພາ ຄວາມໝັ້ນ ຄົງໃນວັນອັງຄານວານນີ້ ສະໜອງການ ສະໜັບສະໜຸນທາງດ້ານການເງິນແລະດ້ານພະ ລາທິການແບບສຸກເສີນແກ່ ການປະຕິບັດງານດັ່ງກ່າວ.
ເບິ່ງວີດິໂອກ່ຽວຂອ້ງ:
ກໍາລັງທະຫານຝຣັ່ງ ແລະທະຫານລັດຖະບານມາລີ ໄດ້ຢຸດຕິການບຸກລົງ ໄປສູ່ທາງໃຕ້ ຂອງພວກຫົວຮຸນແຮງ ທີ່ໄດ້ຍຶດເອົາພື້ນທີ່ອັນກວ້າງໃຫຍ່ ໃນພາກເໜືອຂອງມາລີ ລຸນ ຫລັງທີ່ໄດ້ມີການກໍ່ລັດຖະປະຫານໃນເດືອນມີ ນາປີກາຍ.
ຜູ່ສື່ຂ່າວວີໂອເອ ທີ່ເມືອງ GAO ເວົ້າວ່າ ພວກອິສລາມຫົວຮຸນແຮງໄດ້ ພາກັນລົບໜີອອກ ຈາກເມືອງດັ່ງກ່າວ ນັບແຕ່ອາທິດແລ້ວນີ້ ເປັນຕົ້ນມາ ເມື່ອເຮືອບິນລົບຂອງຝຣັ່ງໄດ້ຖິ້ມ ລະເບີດໃສ່ທີ່ໝັ້ນຕ່າງໆຂອງພວກເຂົາ.
ເບິ່ງວິດິໂອກ່ຽວຂ້ອງ:

Your browser doesn’t support HTML5
ການຕອບຄືນ ຂອງຂົງເຂດ ອາດນໍາໄປສູ່ ຄວາມຜິດພາດໄດ້
ກໍາລັງທະຫານຝຣັ່ງ ແລະທະຫານລັດຖະບານມາລີ ໄດ້ຢຸດຕິການບຸກລົງ ໄປສູ່ທາງໃຕ້ ຂອງພວກຫົວຮຸນແຮງ ທີ່ໄດ້ຍຶດເອົາພື້ນທີ່ອັນກວ້າງໃຫຍ່ ໃນພາກເໜືອຂອງມາລີ ລຸນ ຫລັງທີ່ໄດ້ມີການກໍ່ລັດຖະປະຫານໃນເດືອນມີ ນາປີກາຍ.
ຜູ່ສື່ຂ່າວວີໂອເອ ທີ່ເມືອງ GAO ເວົ້າວ່າ ພວກອິສລາມຫົວຮຸນແຮງໄດ້ ພາກັນລົບໜີອອກ ຈາກເມືອງດັ່ງກ່າວ ນັບແຕ່ອາທິດແລ້ວນີ້ ເປັນຕົ້ນມາ ເມື່ອເຮືອບິນລົບຂອງຝຣັ່ງໄດ້ຖິ້ມ ລະເບີດໃສ່ທີ່ໝັ້ນຕ່າງໆຂອງພວກເຂົາ.
ເບິ່ງວິດິໂອກ່ຽວຂ້ອງ:
Your browser doesn’t support HTML5
ມາດຕະການດ້ານ ຄວາມປອດໄພ ເປັນອຸປະສັກຕໍ່ ການຊ່ວຍເຫລືອ ແກ່ພົນລະມືອງ