ມາລີ ແລະພວກກະບົດ Tuareg ບັນລຸ ການຕົກລົງ ຢຸດຍິງ

ປະຊາຊົນມາລີ ພາກັນປະທ້ວງ ຢູ່ຕໍ່ໜ້າສະຖານທູດຝຣັ່ງ ທີີ່ເມືອງ Bamako ເພື່ອປະນາມ ການຄວບຄຸມ ເມືອງກິດານ ຂອງພວກກະບົດ.

ລັດຖະບານມາລີແລະ​ກຸ່ມ​ແບ່ງ​ແຍກ​ດິນ​ແດນ Tuareg
​ໄດ້​ບັນລຸຂໍ້​ຕົກລົງຢຸດ​ຍິງ ຫຼັງຈາກໄດ້ມີການ​ການ​ປະ​ທະ
​ກັນ​ໃນ​ອາທິດ​ນີ້ ທີ່​ຂົ່ມ​ຂູ່ວ່າ​ ຈະນຳເອົາ​ປະ​ເທດ​ດັ່ງກ່າວ
ກັບ​ຄືນ​ໄປ​ສູ່​ສົງຄາມ​ອີກ.

ການຕົກລົງ ​ໄດ້​ບັນລຸກັນ ລຸນຫລັງທີ່ມີ​ການ​ປະຊຸມ ​ລະ
ຫວ່າງພວກ​ກະບົດແລະ​ກຳລັງຮັກສາສັນຕິພາບສະຫະ
ພາບອາ​ຟຣິກາ ​ໃນ​ພາກ​ເໜືອ​ຂອງມາລີ.

ປະທານາທິບໍດີມາລີ ທ່ານ Ibrahim Boubaca Keita
​ໄດ້​ຍ້ອງຍໍ​ການ​ປະຕິບັດ​ງານຂອງ ​ປະທານາທິບໍດີ
​Mauritania ​ທີ່ຊ່ວຍໄກ່ເກ່ຍໃຫ້ບັນລຸ​ຂໍ້​ຕົກລົງນີ້. ທ່ານ Keita ກ່າ​ວວ່າ ທ່ານ Moha-
mmedOuld Abdel Azia ທີ່ເປັນ​ປະ​ທານຂອງສະຫະພາບອາຟຣິການຳ ​ໄດ້​ຊັກ​ຊວນ
​ໃຫ້ພວກແບ່ງ​ແຍກ​ດິນ​ແດນ​ຢູ່ທີ່​ນັ້ນວ່າ “ບໍ່​ມີ​ທາງ​ເລືອກອື່ນໃດນອກເໜືອໄປຈາກ
ສັນຕິພາບ ​ແລະ​ໂຕະ​ເຈລະຈາ​.”

ປະທານາທິບໍດີ Keita ​ໄດ້​ຖືກ​ເລືອກ​ໃນ​ເດືອນ​ສິງຫາ​ແລ້ວ​ນີ້​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ
ຈະ​ເຕົ້າ​ໂຮມ​ມາລີ ​ແລະ​ກຳລັງ​ຊອກ​ຫາຊ່ອງທາງ ເພື່ອບູລະນະ​ສ້າ​ງສາ​ປະ​ເທດ​ຊາດ
ຫລັງ​ຈາກໄດ້ມີການກໍ່ລັດຖະປະຫານ ​ແລະ​ການ​ກໍ່ກະບົດຂອງພວກ ຫົວຮຸນແຮງ
ອິສລາມ.

ມາລີ ຊຶ່ງຕັ້ງຢູ່ໃນເຂດ ອາ​ຟຣິກາຕາ​ເວັນ​ຕົກ ​ໄດ້​ກ້າວເຂົ້າສູ່​ວິ​ກິດ​ການ ຫລັງ​ຈາກ​
ທະຫານ​ໄດ້ເຮັດລັດຖະປະຫານ ​ໃນ​ນະຄອນຫລວງ Bamako ​ເມື່ອເດືອນ​ມີນາ ປີ
2012. ພວກຫົວຮຸນແຮງ​ຫລາຍ​ກຸ່ມ ​ໄດ້​ໃຊ້​ຄວາມ​ສັບສົນ ໃນລະຫວ່າງການ​ເຮັດລັດ
ຖະປະຫານ ​ຂະຫຍາຍການ​ຄວບ​ຄຸມຂອງຕົນເຂົ້າໄປໃນເຂດ​ພາກ​ເໜືອ​ຂອງ​ປະ​ເທດ
ບ່ອນ​ທີ່ພວກ​ເຂົາໄດ້​ວາງແຜນ​ຕັ້ງ​ລັດອິສລາມ​ຂື້ນນັ້ນ.

ຄວາມ​ຮຸນ​ແຮງດັ່ງກ່າວ​ ໄດ້​ພາ​ໃຫ້ຝຣັ່ງ ​ເຂົ້າໄປ​ແຊກ​ແຊ​ງຢູ່​ໃນ​ອະດີດ​ຫົວ​ເມືອງ​ຂື້ນ​
ຂອງ​ຕົນ. ກອງກຳລັງພາຍໃຕ້ ການນຳພາຂອງທະຫານ​ຝຣັ່ງ ໄດ້ຂັບໄລ່ພວກ ຫົວ
ຮຸນແຮງອອກ​ຈາກ​ອຳນາດ ​ແຕ່​ພວກ​ນັກ​ລົບ​ຂອງກຸ່ມຫົວຮຸນແຮງຍັງ​ທຳການ ໂຈມຕີ
​ຂະໜາ​ດນ້ອຍ​ ຢູ່​ຕໍ່ມາ ໃນພາກ​ເໜືອຂອງມາລີ.