ປະເທດມາລີ ລາຍງານ ການເສຍຊີວິດ ລາຍທຳອິດ ຍ້ອນອີໂບລາ

ນາງພະຍາບານຄົນນຶ່ງ ກຳລັງກວດອຸນຫະພູມ ຂອງຜູ້ຍິງ ທີ່ກຳລັງ ເດີນທາງອອກຈາກກີນີ ຢູ່ຊາຍແດນຕິດກັບປະເທດມາລີ.

ເຈົ້າໜ້າທີ່ສາທາລະນະສຸກຂອງມາລີກ່າວວ່າ ເດັກຍິງອາຍຸ
2 ຂວບ ທີ່ຫາກໍ ເດີນທາງກັບຄືນມາແຕ່ປະເທດກີນີ ທີ່ເປັນ
ເພື່ອນບ້ານເມື່ອໄວໆມານີ້ ໄດ້ເສຍ ຊີວິດຍ້ອນອີໂບລາ.

ການເສຍຊີວິດຂອງເດັກຍິງ ໃນມື້ວັນສຸກວານນີ້ ແມ່ນຜູ້
ເຄາະຮ້າຍຕິດເຊື້ອອີໂບລາຄົນທຳອິດທີ່ໄດ້ຮັບການຢືນຢັນ
ຂອງມາລີ.

ອົງການອະນາໄມໂລກກ່າວວ່າ ເດັກຍິງຜູ້ນີ້ແລະຄອບຄົວ
ຂອງນາງ ໄດ້ມີການ ຕິດຕໍ່ກັບຜູ້ຄົນເປັນຈຳນວນຫຼວງຫຼາຍ
ໃນລະຫວ່າງທີ່ເດີນທາງຢູ່ໃນປະເທດກີນີໂດຍລົດເມ ແລະເຕືອນວ່າອີກຫຼາຍໆຄົນອາດ
ຈະຕົກຢູ່ໃນອັນຕະລາຍ ຕິດແປດກັບພະຍາດດັ່ງກ່າວ.

ແຫຼ່ງຂ່າວທາງການທູດໄດ້ສະແດງຄວາມວິຕົກກັງວົນກ່ຽວກັບຄວາມພ້ອມຂອງ ມາລີ ທີ່
ຈະຄວບຄຸມການລະບາດຂອງອີໂບລາ. ມາລີເປັນນຶ່ງໃນບັນດາປະເທດ ທີີ່ທຸກຍາກທີ່
ສຸດໃນໂລກ.

Your browser doesn’t support HTML5

EBOLA CNPK

ການ​ແຜ່​ລະບາດ ​ເຊື້ອ​ອີ​ໂບລາ ປັດຈຸບັນ​ນີ້​ແມ່ນມີຂຶ້ນຢູ່ໃນສາມ​ປະ​ເທດ ອາ​ຟຣິກາ​ຕາ​
ເວັນ​ຕົກ ຄື ກີ​ນີ ​ໄລ​ບີ​ເຣຍ ​ແລະຊິ​ແອ​ຣາ ລີ​ອອນ ທີ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວເກືອບ
5000 ຄົນ ຂອງຈຳນວນຜູ້ທີ່ລົ້ມປ່ວຍຍ້ອນພະຍາດດັ່ງກ່າວທີ່ ຮູ້ກັນວ່າມີກວ່າ 10 ພັນ
ຄົນນັ້ນ. ນອກນັ້ນຍັງມີລາຍງານ ໄດ້ເກີດກໍລະນີການ ລະບາດຂອງເຊື້ອ​ອີ​ໂບລາ ຢ່າງ
ກະຈັດກະຈາຍ ໃນຢູ​ໂຣບ ​ແລະ​ສະຫະລັດ.

ອົງການ WHO ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ຕົນ​ມີແຜນທີ່ຈະຊັກຢາວັກຊີນປ້ອງ ກັນ ອີີ
ໂບລາໃຫ້ແກ່ຫຼາຍຮ້ອຍພັນຄົນທີ່ພ້ອມແລ້ວຈະເລີ້ມຂຶ້ນໃນເຄິ່ງທຳອິດຂອງປີ 2015​.

ບັນດາ​ຜູ້ນຳ​ຢູ​ໂຣບ ​ໄດ້​ປະກາດ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ​ຕົນຈະໃຫ້ເງິນຊ່ອຍເຫຼືອ 1 ພັນ​ 2
ຮ້ອຍ​ຫ້າ​ສິບ​ລ້ານ​ໂດ​ລາ ​ເພື່ອ​ສູ້​ກັບ​ວິ​ກິດ​ການອີ​ໂບລາ ຢູ່​ໃນ​ອາຟຣິກາຕາ​ເວັນ​ຕົກ.

ນາງພະຍາບານ ສະຫະລັດ ສອງ​ຄົນ ທີ່​ໄດ້​ຕິດ​ເຊື້ອ​ໄວຣັສອີ​ໂບລາ ​ໃນ​ຂະນະ​ທີ່​ປິ່ນປົວ
ຄົນ​ເຈັບ​ຊາວ​ໄລ​ບີ​ເຣຍຄົນ​ນຶ່ງ ​ທີ່​ເມືອ​ງ Dallas ລັດ Texas ບັດ​ນີ້​ ບໍ່​ມີ​ເຊື້ອ​ໄວຣັສອີກ​ແລ້ວ.

ທ່ານໝໍ ຢູ່ນິວຢອກ ກວດພົບ ຕິດເຊື້ອ ອີິໂບລາ

​ໃນ​ຂະນະ​ດຽວ​ກັນ ຄົນ​ປ່ວຍຕິດເຊື້ອອີ​ໂບລາອີກ​ຄົນ​ນຶ່ງ​ໃນສະຫະລັດ ໄດ້​ພາ​ໃຫ້​ ມີ​ການ
ອອກມາດ​ຕະການໃໝ່ ກ່ຽວກັບການແຍກຕົວຄົນປ່ວຍ ຢູ່ໃນ ​ແລະ​ອ້ອມ ແອ້ມນະຄອນ
New York. ດອກ​ເຕີ Craig Spencer ຢູ່ທີ່ນະຄອນ New York ຫລັງ​ຈາກໄດ້ໄປປິ່ນ
ປົວຄົນເຈັບຕິດເຊື້ອອີ​ໂບລາຢູ່​ກີ​ນີ ​ໄດ້​ຢືນ​ຢັນໃນ​ວັນ​ພະຫັດຜ່ານມາ​ນີ້​ວ່າ ຕິດ​ເຊື້ອ​ອີ​ໂບ
ລາ. ​ໃນ​ວັນ​ສຸກ​ວານ​ນີ້ ​ຜູ້​ປົກຄອງ​ລັດ New York ທ່ານ Andrew Cuomo ​ແລະ​ຜູ້ປົກ
ຄອງ​ລັດ New Jersey ທ່ານ Chris Christie ກ່າວ​ວ່າ ບັນດາ​ຜູ້​ເດີນທາງ​ເຂົ້າ​ມາໃນ
ລັດທັງສອງ​ທີ່ໄດ້ສຳຜັດ ກັບ​ຄົນປ່ວຍຕິດເຊື້ອອີ​ໂບລາ ຢູ່​ໃນອາຟຣິກາ​ຕາ​ເວັນ​ຕົກນັ້ນ
ຈະຖືກບັງຄັບໃຫ້ ແຍກຕົວຢູ່ ​ເປັນ​ເວລາ 21 ມື້.

​ເຂົາ​ເຈົ້າ​ກ່າວ​ວ່າ ຜູ້ຍິງ​ຄົນ​ນຶ່ງ​ໄດ້​ຖືກ​ສັ່ງ​ໃຫ້ແຍກ​ຕົວຫລັງ​ຈາກ​ໄດ້​ໄປ​ເຖິສະໜາມ ບິນ
Newark Liberty ທີ່ລັດ New Jersey ​ໃນ​ວັນ​ສຸກ​ມື້​ນີ້.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໃນວັນເສົາມື້ນີ້ ຮຽກຮ້ອງໃຫ້ ຊາວ
ອາເມຣິກັນ ໃນຄຳປາໄສປະຈຳສັບປະດາຂອງທ່ານວ່າ ໃຫ້ປະຕິບັດຕາມ ຄຳແນະນຳ
ຂອງວິທະຍາສາດ ໃນການຕໍ່ສູ້ກັບອີໂບລາ. ທ່ານເວົ້າວ່າ ພວກເຮົາ ຕ້ອງໄດ້ຮັບການ
ນຳພາໂດຍຄວາມຈິງ ບໍ່ແມ່ນຄວາມຢ້ານກົວ.

Your browser doesn’t support HTML5

Despite Gains, Obama Still Facing Ebola Criticism