ກຸ່ມ Ansar Dine ທໍາລາຍ ໂບຮານສະຖານ ໃນມາລີ (ສະໄລດ໌)

ນາຍ Al Kahedi Cissé, ຜູ້ນໍາທະຫານ FLNM ພາກເໜືອຂອງ ມາລີ ກອບກູ້ແນວໜ້າ (Northern Mali Liberation Front) ທີ່ 23 ມິຖຸນາ, 2012

ກຸ່ມມຸສລິມຫົວ​ຮຸນ​ແຮງ ​ໃນ​ເມືອງ​ທິມບັກ​ຕູ ຊຶ່ງ​ເປັນ​ຫົວ​ເມືອງ​ປະຫວັດສາດ​ຂອງ​ມາລີ
ໄດ້​ທໍາລາຍແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ໂບຮານສະຖານຫຼາຍໆ​ແຫ່ງ​ໃນ​ເມືອງ​ດັ່ງ
ກ່າວ ເປັນ​ມື້​ທີ່​ສາມລຽນຕິດ ​ທ້າ​ທາຍ​ຕໍ່​ການ​ຂົ່ມຂູ່ ທີ່​ຈະຟ້ອງ​ຮ້ອງ​ດຳ​ເນີນ​ຄະດີຂອງ
ນາໆ​ຊາດ.

ບັນດາ​ຜູ້​ເຫັນ​ເຫດການ​ກ່າວ​ວ່າ ​ໃນ​ມື້ວັນ​ຈັນ​ວານ​ນີ້ກຸ່ມ Ansar Dine ຊຶ່ງ​ເປັນ​ເຄືອ​ຂ່າຍ
​ຂອງ​ກຸ່ມ​ກໍ່ການ​ຮ້າຍ al-Qaida ໄດ້ແນ​ເປົ້າໝາຍ​ໃສ່ວັດ​ມຸສລິ​ມ Sidi Yahya ທີ່​ສ້າງ​ຂື້ນ
ໃນ​ສັດຕະ​ວັດ ທີ 15 ໂດຍ​ໄດ້​ພາກັນມ້າງ​ເພ​ປະຕູ​ທາງ​ເ​ຂົ້າ. ປະຕູ​ດັ່ງກ່າວນີ້​ຖື​ວ່າ​ເປັນ​ທີ່​
ສັກສິດ ​ແລະຖືກ​ປິດ​ໄວ້​ຢູ່​ສະ​ເໝີ​ ຈົນ​ກວ່າ​ໂລກ​ຈ​ະສະຫລາຍ.

​ທີ​ມບັກ​ຕູ ​ເປັນ​ເມືອງ​ທີ່ມີອະນຸສາວະລີເກົ່າ​ແກ່ 16 ​ແຫ່ງທີ່​ກ່າວ​ວ່າ​ ບັນ​ຈຸສົບ​ຂອງພວກ​
ນັກບຸນສາສະໜາ​ອິສລາມ. ພວກ​ຫົວຮຸນ​ແຮງ​ກ່າວ​ວ່າ ຊາວມຸສລິ​ມຄວນຈະ​ນັບ​ຖືພະ​ເຈົ້າ
ອາລລ່າ ບໍ່​ແມ່ນ​ພວກ​ນັກບຸນ ​ແລະ​ພາກັນ​ທຳລາຍ​ອະນຸສາວະລີ​ເຫຼົ່ານີ້ດ້ວຍ​ຈົກ​ຂຸດ​ຫີນ
ແລະ​ຊ້ວນ.

​ເມືອງທີມ​ບັກ​ກູ ເປັນ​ສະຖານ​ທີ່ມໍລະດົກ ຂອງອົງການສະຫະ​ປະຊາ​ຊາດ. ຫົວ ໜ້າ​ພະ​
ແນ​ກອາ​ຟຣິກາ ຢູ່ສູ​ນກາງ​ມໍລະດົກ​ໂລກຂອງ​ສະຫະ​ປະຊາ​ຊາດ ທ່ານ Lazare
Eloundou Assomo ​ໄດ້​ອ​ະທິບາຍ​ກ່ຽວ​ກັບ​ສະຖານະ​ການ​ໃນ​ເມືອງ ດັ່ງກ່າວ​ຕໍ່
ວີ​ໂອ​ເອ ພາກ​ພາສາ​ຝຣັ່ງ​ໄປ​ຍັງ​ອາ​ຟຣິກາວ່າ ​ເປັນບັນຫາ​ທີ່​ຮ້າຍ​ແຮງ ​ແລະ​ເສົ້າ​ໃຈ ​ແລະ
​ກ່າວ​ອີກ​ວ່າ ​ເປັນເລື່ອງ​ທີ່​ໜ້າ​ເສົ້າ​ເສຍ​ໃຈ​ຂອງ​ໂລກ.

Loading...