ມີລາຍງານວ່າ ບັນດາຜູ້ນໍາ ລັດຖະບານຊົ່ວຄາວ ຂອງມາລີ ຖືກຝ່າຍທະຫານຈັບຕົວ

ປະທານາທິບໍດີໄລຍະຂ້າມຜ່ານ ທ່ານ Bah Ndaw ນັ່ງຢູ່ໃນພິທີສາບານຕົວເຂົ້າຮັບຕໍາແໜ່ງ ໃນນະຄອນຫລວງບາມາໂກຂອງມາລີ (ໃນພາບຖ່າຍໃນວັນທີ 25 ກັນຍາ 2020)

ເຈົ້າໜ້າທີ່ທະຫານໃນປະເທດມາລີໄດ້ກັກຂັງປະທານາທິບໍດີ, ນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງປ້ອງກັນປະເທດຂອງລັດຖະບານຊົ່ວຄາວໃນວັນຈັນວານນີ້ ເຊິ່ງກໍ່ໃຫ້ເກີດຄວາມວຸ້ນວາຍທາງດ້ານການເມືອງຢ່າງເລິກເຊິ່ງ ໃນພຽງແຕ່ບໍ່ເທົ່າໃດເດືອນ ຫຼັງຈາກໄດ້ມີການກໍ່ລັດຖະປະຫານທີ່ໄດ້ປົດປະທານາທິບໍດີຄົນກ່ອນອອກຈາກຕໍາແໜ່ງ, ອີງຕາມຂ່າວມາຈາກຫລາຍແຫລ່ງທີ່ບອກກັບ ອົງ ການຂ່າວຣອຍເຕີສ໌.

ປະທານາທິບໍດີ ບາ ນດາວ (Bah Ndaw), ນາຍົກລັດຖະມົນຕີ ມົກຕາ ອວານ (Moctar Ouane) ແລະລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ຊູເລມານ ດູກວກຣ໌ (Souleymane Doucoure) ໄດ້ຖືກນຳຕົວໄປທີ່ຄ້າຍທະຫານໃນເມືອງກາຕີ ຢູ່ນອກນະຄອນຫຼວງບາມາໂກ (Bamako) ບໍ່ເທົ່າໃດຊົ່ວໂມງຫລັງຈາກສະມາຊິກຂອງທະຫານສອງຄົນໄດ້ສູນເສຍຕຳແໜ່ງຢູ່ໃນການຊັບຊ້ອນລັດຖະບານໃໝ່, ອີງຕາມແຫລ່ງຂ່າວທາງການທູດ ແລະລັດຖະບານ.

ການກັກຂັງພວກເພິ່ນໄດ້ມີຂຶ້ນພາຍຫລັງທີ່ພວກທະຫານໄດ້ປົດປະທານາທິບໍດີ ອິບຣາຮິມ ບູບາກາ ໄກຕາ (Ibrahim Boubacar Keita) ອອກຈາກຕໍາ ແໜ່ງໃນເດືອນສິງຫາແລ້ວນີ້. ສະພາບການດັ່ງກ່າວ ສາມາດເຮັດໃຫ້ການຂາດສະຖຽນລະພາບຂອງປະເທດຢູ່ໃນເຂດຕາເວັນຕົກຂອງທະວີບອາຟຣິກາແຫ່ງນັ້ນຮ້າຍແຮງຂຶ້ນ ບ່ອນທີ່ກຸ່ມອິສລາມຫົວຮຸນແຮງເຊື່ອມໂຍງກັບເຄືອຂ່າຍອາລ ຄາຍດາ (al Qaeda) ແລະກຸ່ມລັດອິສລາມ ທີ່ຄວບຄຸມພື້ນທີ່ອັນກ້ວາງໃຫຍ່ຂອງທະເລຊາຍທາງພາກເໜືອ.

ການຂາດສະຖຽນລະພາບທາງດ້ານການເມືອງ ແລະການຕໍ່ສູ້ທາງທະຫານໄດ້ ເຮັດໃຫ້ການດໍາເນີນຄວາມພະຍາຍາມ ໂດຍບັນດາປະເທດມະຫາອຳນາດຝ່າຍຕາເວັນຕົກແລະບັນດາປະເທດໃກ້ຄຽງເພື່ອສະໜັບສະໜູນປະເທດທີ່ທຸກຈົນແຫ່ງນັ້ນມີຄວາມສັບສົນ ຊຶ່ງເປັນປະກອບສ່ວນເຮັດໃຫ້ເກີດຄວາມບໍ່ໝັ້ນຄົງໃນພາກພື້ນນັ້ນ.

ຫ້ອງການຂອງອົງການສະຫະປະຊາຊາດປະຈໍາປະເທດມາລີ ໄດ້ຮຽກຮ້ອງໃຫ້ກຸ່ມດັ່ງກ່າວ ທຳການປ່ອຍຕົວ "ໂດຍທັນທີ ແລະບໍ່ມີເງື່ອນໄຂ" ແລະກ່າວວ່າຜູ້ທີ່ກັກໂຕ ພວກຜູ້ນຳໄວ້ຈະຕ້ອງມີຕອບສຳລັບການກະທຳຂອງພວກເຂົາ.

ຄະນະຜູ້ແທນຈາກອົງການ ECOWAS ຊຶ່ງເປັນອົງການທີ່ທໍາການຕັດສິນໃຈໃນລະດັບສູງສຸດຂອງຂົງເຂດດັ່ງກ່າວ ຈະໄປຢ້ຽມຢາມນະຄອນບາມາໂກ (Bamako) ໃນວັນອັງຄານມື້ນີ້ ເພື່ອຊ່ວຍແກ້ໄຂ "ການພະຍາຍາມກໍ່ລັດຖະ ປະຫານ," ນັ້ນຄືຄໍາເວົ້າຂອງອົງການ ECOWAS, ອົງການສະຫະປະຊາຊາດ, ສະຫະພາບອາຟຣິກາ, ສະຫະພາບຢູໂຣບ ແລະຫລາຍປະເທດໃນຢູໂຣບກ່າວໃນຖະແຫຼງການຮ່ວມສະບັບນຶ່ງ.

ກຸ່ມດັ່ງກ່າວເວົ້າອີກວ່າ "ປະຊາຄົມໂລກປະຕິເສດລ່ວງໜ້າຕໍ່ການກະທຳໃດໆທີ່ເປັນການບັງຄັບ, ລວມທັງການລາອອກໂດຍຖືກບີບບັງຄັບ.”

ກະຊວງການຕ່າງປະເທດສະຫະລັດ ໄດ້ຮຽກຮ້ອງຢູ່ໃນຖະແຫຼງການສະບັບນຶ່ງ ໃຫ້ມີ "ການປ່ອຍຕົວພວກທີ່ຖືກຂັງຢູ່ໃນປະຈຸບັນນີ້ຢ່າງບໍ່ມີເງື່ອນໄຂ."

ທ່ານ ນດາວ ແລະທ່ານ ອວານ ໄດ້ຮັບໜ້າທີ່ເປັນຜູ້ຄວບຄຸມການຫັນປ່ຽນເປັນ ເວລາ 18 ເດືອນໃຫ້ກັບຄືນໄປສູ່ການປົກຄອງຂອງພົນລະເຮືອນຫລັງຈາກໄດ້ເຂົ້າກຳອຳນາດໃນເດືອນສິງຫາ, ແຕ່ປາກົດວ່າ ໄດ້ມີການເຄື່ອນໄຫວຂັດກັບການຄວບຄຸມຂອງທະຫານ ໃນຕຳແໜ່ງທີ່ສຳຄັນຈຳນວນນຶ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ