ກຳລັງຮັກສາສັນຕິພາບອົງການສະຫະປະຊາຊາດ ໃນປະເທດ ມາລີ ຫຼື MINUSMA, ເວົ້າວ່າ ລະເບີດຂ້າງຖະໜົນ ໄດ້ເຮັດໃຫ້ກຳລັງຮັກສາສັນຕິພາບສາມຄົນເສຍຊີວິດ ແລະ ບາດເຈັບສາຫັດອີກຫ້າຄົນ. ນັກຂ່າວວີໂອເອ ແອນນີ ໄຣເຊັມເບີກ (Annie Risemberg) ມີລາຍງານຈາກນະຄອນຫຼວງ ບາມາໂກ, ປະເທດ ມາລີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຟັງລາຍງານ ພວກ ອິສລາມຫົວຮຸນແຮງຈັດ ໃນປະເທດ ມາລີ ສັງຫານຜູ້ຮັກສາສັນຕິພາບ ອົງການສະຫະປະຊາຊາດ ສາມຄົນ
ໜ່ວຍຮັກສາສັນຕິພາບ ຫຼື MINUSMA ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ກຳລັງຮັກສາສັນຕິພາບອົງການສະຫະປະຊາຊາດໄດ້ເສຍຊີວິດໃນພາກກາງຂອງປະເທດ ມາລີ ເມື່ອວັນອັງຄານທີ່ຜ່ານມາ ເວລາທີ່ລົດຂອງເຂົາເຈົ້າ ຖືກໂຈມຕີໂດຍລະເບີດທີ່ເຮັດຂຶ້ນມາເອງ.
ຖະແຫຼງການກ່າວວ່າ MINUSMA “ແມ່ນນຶ່ງໃນການປະຕິບັດການສັນຕິພາບທີ່ອັນຕະລາຍທີ່ສຸດ ສຳລັບຜູ້ຮັກສາສັນຕິພາບ,” ໂດຍຮັກສາສັນຕິພາບ 168 ຄົນຖືກຂ້າຕາຍໃນ “ການກະທຳມຸ່ງຮ້າຍ” ນັບຕັ້ງແຕ່ໄດ້ສ້າງຕັ້ງພາລະກິດດັ່ງກ່າວຂຶ້ນມາໃນປີ 2013.
ປະເທດ ມາລີ ແລະ ເຂດຊາຍແດນພາກພື້ນ ຊາແຮລ ແມ່ນໄດ້ຕໍ່ສູ້ກັບການແບ່ງແຍກດິນແດນຂອງພວກອິສລາມຫົວຮຸນແຮງຈັດນັບຕັ້ງປີ 2012 ເປັນຕົ້ນມາ, ເວລາທີ່ພວກອິສລາມຫົວຮຸນແຮງຈັດ ໄດ້ເຂົ້າຄວບຄຸມພາກເໜືອຂອງປະເທດດັ່ງກ່າວ. ທະຫານບົກ ຝຣັ່ງ ໄດ້ເຂົ້າແຊກແຊງໃນປີ 2013 ເພື່ອຊ່ວຍເຫຼືອ ມາລີ ຍຶດການຄວບຄຸມພາກເໜືອຄືນ ແຕ່ໄດ້ຖອນຕົວອອກຈາກປະເທດເມື່ອປີກາຍນີ້ ຍ້ອນຄວາມເປັນຫ່ວງ ກ່ຽວກັບ ລັດຖະບານທະຫານ ມາລີ ທີ່ເຮັດວຽກກັບກຸ່ມທະຫານຮັບຈ້າງ ແວກເນີ ຂອງ ຣັດເຊຍ.
ປະເທດ ມາລີ ແມ່ນໄດ້ຢູ່ພາຍໃຕ້ການປົກຄອງຂອງທະຫານນັບຕັ້ງແຕ່ການກໍ່ລັດຖະປະຫານ ເມື່ອເດືອນສິງຫາ 2020. ລັດຖະບານໄດ້ປະຕິເສດການເຮັດວຽກກັບພວກທະຫານຮັບຈ້າງ ຣັດເຊຍ, ແຕ່ກຸ່ມສິດທິມະນຸດ ແລະ ນັກຂ່າວແມ່ນໄດ້ບັນທຶກການກ່າວຫາລ່ວງລະເມີດສິດທິມະນຸດຫຼາຍຄັ້ງຕໍ່ພວກເຂົາເຈົ້າ ນັບຕັ້ງແຕ່ການລາຍງານ ກ່ຽວກັບ ການເດີນທາງມາຮອດປະເທດດັ່ງກ່າວຂອງເຂົາເຈົ້າ.
ລັດຖະບານທະຫານໄດ້ຂັບໄລ່ໂຄສົກ MINUSMA ອອກຈາກປະເທດ ເມື່ອປີກາຍນີ້ຫຼັງຈາກ ທະຫານ ໄອວໍຣີໂຄດ ທີ່ເດີນທາງໄປຮອດເພື່ອໃຫ້ການສະໜັບສະໜູນແກ່ກອງທະຫານສະຫະປະຊາຊາດໃນປະເທດ ມາລີ ຖືກຈັບຢູ່ສະໜາມບິນ ບາມາໂກ. ຜູ້ອຳນວຍການຂອງພະແນກສິດທິມະນຸດ ຂອງພາລະກິດດັ່ງກ່າວໄດ້ຖືກຂັບໄລ່ເມື່ອເດືອນແລ້ວນີ້.
ຄວາມຮຸນແຮງແມ່ນໄດ້ສືບຕໍ່ລົບກວນພາກພື້ນ ຊາແຮລ ໃນສອງສາມປີທີ່ຜ່ານມາ.
ທະຫານ ເບີກິນາ 51 ຄົນ ຖືກຂ້າຕາຍເມື່ອອາທິດທີ່ຜ່ານມາໃນພາກເໜືອຂອງປະເທດ ເບີກິນາ ຟາໂຊ ໃນການສົງໄສວ່າເປັນການໂຈມຕີຂອງພວກອິສລາມຫົວຮຸນແຮງຈັດ.
ເຈົ້າໜ້າທີ່ຕຳຫຼວດຄົນນຶ່ງ ແລະ ພົນລະເຮືອນຄົນນຶ່ງຖືກຂ້າຕາຍໃນວັນຈັນທີ່ຜ່ານມາໃນການໂຈມຕີດ້ວຍລະເບີດທີ່ເຮັດເອງໃນພາກຕາເວັນຕົກຂອງ ມາລີ.
ບໍ່ມີກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີຂອງວັນອັງຄານທີ່ຜ່ານມາ ຕໍ່ບັນດາຜູ້ຮັກສາສັນຕິພາບອົງການສະຫະປະຊາຊາດ.