ປະເທດມາລີ ໄດ້ປະກາດວ່າ ຕົນປອດຈາກພະຍາດອີໂບລາແລ້ວ.
ລັດຖະມົນຕີສາທາລະນະສຸກ ທ່ານ Ousmane Kone ໄດ້
ຖະແຫລງໃນວັນອາທິດວານນີ້ວ່າ ບໍ່ໄດ້ເກີດມີອີໂບລາ ກໍລະນີໃໝ່
ໃດໆພາຍໃນ 42 ມື້ຜ່ານມາ ອີງຕາມກຳນົດເວລາ ຂອງອົງການ
ອານາໄມໂລກ ຫຼື WHO ສຳຫລັບ ການປະກາດເຖິງການສິ້ນສຸດ
ຂອງການລະບາດ ຂອງພະຍາດດັ່ງກ່າວ.
ບົດລາຍງານໃໝ່ຂອງ WHO ກ່າວວ່າ ມາລີ ໄດ້ເຄື່ອນໄຫວ
ຢ່າງວ່ອງໄວ ເພື່ອຄວບຄຸມ ການລະບາດນີ້ ເວລາໄດ້ມີລາຍງານວ່າ ໄດ້ເກີດກໍລະນີທຳອິດ
ໃນເດືອນ ຕຸລາປີກາຍນີ້ ແກ່ເດັກຍິງອາຍຸ 2 ຂວບ ຈາກປະເທດກີນີ. ບົດລາຍງານ ກ່າວວ່າ ການເສຍຊີວິດຍ້ອນພະຍາດອີໂບລາແມ່ນມີທັງໝົດ 6 ຄົນ ຢູ່ໃນມາລີ.
ອົງການ WHO ໄດ້ລາຍງານ ໃນອາທິດແລ້ວນີ້ວ່າ ການລະບາດຂອງອີໂບລາ ໃນບັນດາ
ປະເທດອື່ນໆໃນອາຟຣິກາຕາເວັນຕົກ ຄືທີ່ ກີນີ ໄລບີເຣຍ ແລະ ຊີແອຣາ ເລອອນ ແມ່ນ
ໄດ້ເລີ້ມລົດລົງແລ້ວ.
ແຕ່ອົງການ WHO ເຕືອນວ່າ ການແຜ່ລະບາດນັ້ນ ແມ່ນຍັງບໍ່ທັນໝົດເທື່ອ ແລະ ວ່າຍັງ
ມີບ່ອນທີ່ເຊື້ອໄວຣັສ ແຜ່ກະຈາຍອອກໄປຢູ່.
Your browser doesn’t support HTML5
MALI EBOLA FREE VIDEO