ປະຊາຄົມເສດຖະກິດຂອງບັນດາລັດອາຟຣິກາຕາເວັນຕົກຫຼື ECOWAS ໄດ້ໃຫ້ເວລາ 3 ມື້
ແກ່ພວກທະຫານທີ່ຢຶດອຳນາດໃນປະເທດມາລີເພື່ອຟື້ນຟູການປົກຄອງດ້ວຍກົດໝາຍລັດຖະ
ທຳມະນູນ ຫຼືຖ້າບໍ່ດັ່ງນັ້ນກໍຈະປະເຊີນກັບການລົງໂທດທາງດ້ານເສດຖະກິດ ແລະການຫ້າມ
ເດີນທາງ.
ທ່ານ Kadre Desire Ouedraogo ປະທານກຳມາທິການ ECOWAS ໄດ້ປະກາດກ່ຽວ
ກັບມາດຕະການດັ່ງກ່າວທີ່ປະເທດ Ivory Coast ໃນວັນພະຫັດວານນີ້. ທ່ານເວົ້າວ່າ ປະ
ເທດມາລີປະເຊີນກັບການປິດຊາຍແດນແລະການກັກຊັບສິນຕ່າງໆທີ່ຢູ່ໃນທະນາກາງຂອງອາ
ຟຣິກາຕາເວັນຕົກ.
ແຕ່ທ່ານ Remi Ajebewa ເຈົ້າໜ້າທີ່ອະວຸໂສຂອງ ECOWAS ກ່າວຕໍ່ວີໂອເອວ່າ ປະ
ຊາຄົມເສດຖະກິດຂອງບັນດາລັດໃນອາຟຣິກາຕາເວັນຕົກຈະຮັບເອົາການແກ້ໄຂທີ່ບໍ່ໃຫ້ປະ
ທານາທິບໍດີ Amadou Toumani Toure ເຂົ້າຮັບຕຳແໜ່ງຄືນກໍໄດ້.
ໃນຕອນເຊົ້າຂອງວັນພະຫັດວານນີ້ ຄະນະຜູ້ແທນຂອງປະທານາທິບໍດີ ໃນເຂດອາຟຣິກາ
ຕາເວັນຕົກໄດ້ຍົກເລີກແຜນການພົບປະກັບພວກຜູ້ນຳທະຫານ ໃນນະຄອນຫຼວງ Bama-
ko ຂອງມາລີ ເພື່ອກົດດັນໃຫ້ມີການຕົກລົງກັນ ກ່ຽວກັບການຟື້ນຟູການປົກຄອງດ້ວຍກົດ
ໝາຍລັດຖະທຳມະນູນ. ກຸ່ມຈັດຕັ້ງໃນພູມີພາກດັ່ງກ່າວ ໄດ້ເປີດກອງປະຊຸມສຸກເສີນ ທີ່ນະ
ຄອນຫຼວງ Abidjan ແທນ.
ກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ຕົນຮູ້ສຶກເສຍໃຈ ທີ່ພວກຜູ້ນຳຂອງ ECO-
WAS ບໍ່ສາມາດພົບປະກັບພວກຜູ້ນຳທະຫານຂອງປະເທດມາລີແຕ່ກໍຍັງຫວັງວ່າອາດຈະ
ສາມາດມີການແກ້ໄຂວິກິດການໂດຍທາງການທູດຢູ່ໃນປະເທດດັ່ງກ່າວໄດ້ໂດຍໄວ.