ມາລີ ຢືນຢັນວ່າ ມີການຕິດເຊື້ອໄວຣັສອີໂບລາໃໝ່ເກີດຂຶ້ນອີກ
ກໍລະນີນຶ່ງ ແລະກ່າວຕື່ມວ່າ ມີຄົນເຈັບອີກສອງຄົນກຳລັງຖືກ
ກວດຫາເຊື້ອໄວຣັສດັ່ງກ່າວຢູ່.
ລັດຖະບານມາລີກ່າວໃນວັນເສົາວານນີ້ວ່າ ຄົນເຈັບຄົນນຶ່ງໄດ້
ຖືກກວດເຫັນວ່າມີເຊື້ອໄວຣັສດັ່ງກ່າວ ແລະໄດ້ຖືກກັກໃຫ້ຢູ່ຫ້ອງ
ນຶ່ງຕ່າງຫາກ ແລະກຳລັງໄດ້ຮັບການປິ່ນປົວຢ່າງຮີບດ່ວນ. ມາລີ
ກຳລັງຕິດຕາມເບິ່ງປະຊາຊົນຈຳນວນຫຼາຍກວ່າ 300 ຄົນທີ່ໄດ້
ຈັບບາຍຫຼືສຳຜັດກັບພວກຄົນເຈັບທີ່ຕິດເຊື້ອອີໂບລາ ໃນຄວາມ
ພະຍາຍາມເພື່ອຈຳກັດການແຜ່ລະບາດຂອງເຊື້ອໄວຣັສດັ່ງກ່າວ
ອອກໄປອີກ. ຄົນຕິດເຊື້ອໄວຣັສດັ່ງ ກ່າວ 7 ລາຍແມ່ນໄດ້ຮັບການ
ຢືນຢັນໃນປະເທດອາຟຣິກາຕາເວັນຕົກ ແລະພວກຄົນເຈັບເຫຼົ່ານີ້ທັງໝົດ ນອກຈາກພວກທີ່ຕິດເຊື້ອໄວຣັສໃໝ່ໆໄດ້ເສຍຊີວິດໄປ.
ອົງການອະນາໄມໂລກ ກ່າວວ່າ ຈຳນວນຜູ້ເສຍຊີວິດໃນການລະບາດຂອງເຊື້ອອີໂບລາ
ໄດ້ເພີ້ມຂຶ້ນເປັນ 5459 ຄົນແລ້ວຈາກຈຳນວນຜູ້ທີ່ໄດ້ຕິດເຊື້ອໄວຣັສດັ່ງກ່າວທັງໝົດ 15 ພັນກວ່າຄົນນັ້ນ. ພວກທີ່ຕິດເຊື້ອໄວຣັສດັ່ງກ່າວ ເກີດຂຶ້ນຢູ່ໃນ 8 ປະເທດ ຊຶ່ງສ່ວນຫຼາຍແມ່ນເກີດຂຶ້ນໃນ 3 ປະເທດໃນອາຟຣິກາຕາເວັນຕົກ ອັນມີປະເທດກີນີ ໄລເບເຣຍ ແລະ Sierra Leone.
ໃນວັນເສົາວານນີ້ ມີພວກອາສາສະໝັກປະມານ 30 ຄົນຈາກພະແນກສາທາລະນະ
ສຸກແຫ່ງຊາດອັງກິດ ໄດ້ເດີນທາງມຸ້ງໜ້າໄປສູ່ Sierra Leone ເພື່ອໄປຊ່ອຍຕໍ່ສູ້ເຊື້ອ
ອີໂບລາ. ພວກອາສາສະໝັກເຫຼົ່ານີ້ ແມ່ນຮວມທັງພວກທ່ານໝໍ ແລະນາງພະຍາບານ
ທີ່ຈະໄດ້ຮັບການເຝິກແອບເປັນເວລານຶ່ງສັບປະດາ ກ່ອນຈະຖືກສົ່ງໄປປະຈຳຢູ່ສູນປິ່ນ
ປົວໂຣກອີໂບລາແຫ່ງຕ່າງໆ ທີ່ອັງກິດເປັນຜູ້ສ້າງຂຶ້ນໃນທົ່ວ Sierra Leone ນັ້ນ.
Your browser doesn’t support HTML5
EBOLA VOSOT