ເດັກນ້ອຍຖືກໃຊ້ ເປັນທະຫານ ຢູ່ມາລີ

ອົງການນິລະໂທດກໍາສາກົນເວົ້າວ່າ ອົງການຕົນໄດ້ບັນທຶກການຂົ່ມເຫັງທີ່ຮຸນແຮງຕໍ່ພົນລະເຮືອນ ຢູ່ໃນເຂດທີ່ຄວມຄຸມໂດຍພວກມຸສລິມ ຢູ່ພາກເໜືອຂອງມາລີ ລວມມີ ການເກນເອົາເດັກນ້ອຍໄປເປັນທະຫານ, ການລວນລາມທາງເພດ, ການປະຕິບັດນອກກົດໝາຍ ແລະຕັດຂາ ຕັດແຂນພວກເຂົາເຈົ້າອອກ.

ກໍາລັງທະຫານປົດປ່ອຍຊາດພາກເໜືອ ຊຶ່ງເປັນສ່ວນນຶ່ງຂອງກຸ່ມຫົວຮຸນແຮງ ທີ່ຝຶກອົບຮົມໄວໜຸ່ມຢູ່ທົ່ວປະເທດ ເປັນທະຫານນັ້ນ ດໍາເນີນການດັ່ງກ່າວຢູ່ໃນເຂດທີ່ຖືກຄວບຄຸມຂອງລັດຖະບານ ທີ່ປົກຄອງໂດຍພວກທະຫານມາລີ ໃນປັດຈຸບັນ ແລະໃນອາດີດ.

ພວກຊາວໜຸ່ມ ເຂົ້າຮ່ວມການຝຶກອົບຮົມ ຢູ່ຄ້າຍຂອງກໍາລັງທະຫານປົດປ່ອຍຊາດພາກເໜືອ ຢູ່ໃນເມືອງ Sevare, ປະເທດມາບີ ໃນວັນທີ 24 ກັນຍາ, 2012.

ພວກຊາວໜຸ່ມພາກັນແລ່ນ ໃນຊ່ວງທີ່ຝຶກແອບທະຫານ ຢູ່ຄ້າຍຂອງກໍາລັງທະຫານປົດປ່ອຍຊາດພາກເໜືອ ໃນເມືອງ Sevare ປະເທດມາລີ ໃນວັນທີ 24 ກັນຍາ, 2012.

ພວກປະຊາຊົນອາໃສໃນທ້ອງຖິ່ນ ລວມທັງເດັກນ້ອຍ ເບິ່ງການກຽມຕັດມືຂອງກຸ່ມອິສລາມ Ansar Dine ໃນການຕັດມືຂອງຊາຍໜຸ່ມຜູ້ນຶ່ງ ທີ່ມີຄວາມຜິດໃນຖານລັດເຂົ້າ ຢູ່ໃນເມືອງ Timbuktu ປະເທດມາລີ.