ຫົວໜ້າຕຳຫຼວດແຫ່ງຊາດມາເລເຊຍ ເຕືອນວ່າ ບັນດາ
ເຈົ້າໜ້າທີ່ ອາດຈະບໍ່ຮຽນຮູ້ໄດ້ເລີຍວ່າ ມີຫຍັງເກີດຂຶ້ນ
ແທ້ໆ ທີ່ພາໃຫ້ຖ້ຽວບິນ 370 ຂອງສາຍການບິນມາເລ
ເຊຍຫາຍສາບສູນໄປນັ້ນ.
ຖ້ອຍຖະແຫລງຂອງຫົວໜ້າຕຳຫຼວດທ່ານນີ້ ມີຂຶ້ນໃນ
ເວລາ 25 ມື້ຫຼັງຈາກເຮືອ ບິນ Boeing 777 ໄດ້ຫາຍ
ສາບສູນໄປໃນຂະນະທີ່ພວມບິນອອກຈາກນະຄອນ
ຫລວງກົວລາລຳເປີມຸ້ງໜ້າໄປຍັງກຸງປັກກິ່ງທີ່ມີຜູ້ໂດຍ
ສານແລະຈຸບິນ 239 ຄົນ ຂີ່ໄປນຳນັ້ນ.
ການຊອກຄົ້ນຫາເສດຫັກພັງຂອງເຮືອບິນລຳນີ້ຂອງນາໆຊາດໃນພາກໃຕ້ຂອງມະຫາສະມຸດອິນເດຍ ແລະການສືບສວນສອບສວນດ້ານອາຍາຂອງຕຳຫຼວດມາເລເຊຍ ມາ
ຮອດປັດຈຸບັນນີ້ ບໍ່ໄດ້ຮັບຜົນໃດໆ.
ຫົວໜ້າຕຳຫຼວດມາເລເຊຍ ທ່ານ Khalid Abu Bakarກ່າວວ່າ ພວກເຈົ້າໜ້າທີ່ສືບສວນສອບສວນ ຍັງຕ້ອງການເວລາຕື່ມອີກ ເພື່ອຊອກຫາຮ່ອງຮອຍຕ່າງໆ ໂດຍເຕືອນວ່າ ການສືບສວນສອບສວນ “ອາດຈະດຳເນີນໄປຕື່ມອີກເລື້ອຍໆໄປ.”
ທ່ານ Khalid ກ່າວວ່າ ຕຳຫຼວດສືບຕໍ່ເພ່ງເລັງໃສ່ຄວາມເປັນໄປໄດ້ຕ່າງໆ ກ່ຽວ
ກັບການຈີ້ເຮືອບິນ ການກໍ່ວິນາດສະກຳ ແລະບັນຫາຕ່າງໆທາງສ່ວນຕົວ ຫຼືທາງ ຈິດຕະວິທະຍາຂອງພວກຄົນທີ່ຂີ່ໄປນຳເຮືອບິນລຳນີ້.
ທ່ານກ່າວຕໍ່ໄປວ່າ ພວກເຈົ້າໜ້າທີ່ສືບສວນສອບສວນ ໄດ້ທຳການສຳພາດກັບ
ຄົນຕ່າງໆມາແລ້ວ 170 ຄັ້ງ ແລະວ່າຍັງຕ້ອງການເກັບກຳຖ້ອຍຖະແຫຼງຕ່າງໆ
ຕື່ມອີກ.

ພາບຫຼ້າສຸດ ກ່ຽວກັບ ເຮືອບິນມາເລເຊຍ ທີ່ຫາຍສາບສູນ
ການຊອກຄົ້ນຫາເສດຫັກພັງຂອງເຮືອບິນລຳນີ້ຂອງນາໆຊາດໃນພາກໃຕ້ຂອງມະຫາສະມຸດອິນເດຍ ແລະການສືບສວນສອບສວນດ້ານອາຍາຂອງຕຳຫຼວດມາເລເຊຍ ມາ
ຮອດປັດຈຸບັນນີ້ ບໍ່ໄດ້ຮັບຜົນໃດໆ.
ຫົວໜ້າຕຳຫຼວດມາເລເຊຍ ທ່ານ Khalid Abu Bakarກ່າວວ່າ ພວກເຈົ້າໜ້າທີ່ສືບສວນສອບສວນ ຍັງຕ້ອງການເວລາຕື່ມອີກ ເພື່ອຊອກຫາຮ່ອງຮອຍຕ່າງໆ ໂດຍເຕືອນວ່າ ການສືບສວນສອບສວນ “ອາດຈະດຳເນີນໄປຕື່ມອີກເລື້ອຍໆໄປ.”
Your browser doesn’t support HTML5
CN- US Helps Search for Flight 370 With Planes, Equipment