ບໍລິສັດ ມາເລເຊຍລົງທຶນ 5 ພັນລ້ານໂດລາ ສ້າງທາງລົດໄຟ ເຊື່ອມຕໍ່ໄທ ແລະຫວຽດນາມ

ພິທີເຊັນສັນຍາລະຫວ່າງລາວ ແລະກຸ່ມບໍລິສັດ Giant Consolidated ຂອງມາເລເຊຍ ໃນໂຄງການສ້າງທາງລົດໄຟ ເຊື່ອມຕໍ່ ສະຫວັນນະເຂດໃສ່ກັບ ລາວບາວຂອງຫວຽວນາມ ໃນມູນຄ່າ 5 ນັພລ້ານ ໂດລາ

ບໍລິສັດເອກກະຊົນຈາກມາເລເຊຍຈະລົງທຶນເຖິງ 5 ພັນລ້ານ
ໂດລາ ເພື່ອກໍ່ສ້າງທາງລົດໄຟເຊື່ອມຕໍ່ລະຫວ່າງລາວກັບ
ຫວຽດນາມແລະໄທ ສ່ວນທາງລົດໄຟຄວາມໄວສູງທີ່ເຊື່ອມ
ຕໍ່ກັບຈີນນັ້ນ ກໍຍັງຈະດໍາເນີນການຕໍ່ໄປ.

ການລົງນາມໃນຂໍ້ຕົກລົງວ່າດ້ວຍການສະໜັບສະໜຸນດ້ານ
ເງິນທຶນເພື່ອໂຄງການກໍ່ສ້າງທາງລົດໄຟທີ່ເຊື່ອມຕໍ່ຈາກແຂວງ
ສະຫວັນນະເຂດໄປຍັງຊາຍແດນລະຫວ່າງ ລາວກັບຫວຽດ
ນາມທີ່ດ່ານລາວບາວນັ້ນ ໄດ້ມີຂຶ້ນຢ່າງເປັນທາງການໃນ
ອາທິດທີ່ ຜ່ານມາ ໂດຍເປັນການລົງນາມຮ່ວມກັນລະຫວ່າງ
ຜູ້ຕາງໜ້າຂອງກຸ່ມບໍລິສັດ Giant Consolidated ຈໍາກັດ ຈາກປະເທດມາເລເຊຍໃນຖານະຜູ້ລົງທຶນໃນໂຄງ ການກັບ
ຜູ້ຕາງໜ້າຂອງທະນາຄານ Rich Branco Berhad ຈາກ
ປະເທດນີວຊີ ແລນດ໌ ໃນຖານະຜູ້ສະໜັບສະໜຸນດ້ານເງິນ
ທຶນທີ່ມີມູນຄ່າລວມເຖິງ 5 ພັນລ້ານ ໂດລາ.

ໂຄງການກໍ່ສ້າງທາງລົດໄຟຈາກແຂວງສະຫວັນນະເຂດໄປ
ຍັງດ່ານລາວບາວດັ່ງກ່າວນີ້ ຈະມີລະຍະທາງຍາວທັງໝົດ
220 ກິໂລແມັດ ຊຶ່ງກໍເປັນພາກສ່ວນນຶ່ງໃນແຜນການພັດທະ ນາລາວໃຫ້ເປັນສູນກາງເຊື່ອມຕໍ່ດ້ານຄົມມະນາຄົມ-ຂົນສົ່ງ
ລະຫວ່າງປະເທດໃນເຂດລຸ່ມແມ່ນໍ້າຂອງ ໂດຍລົດໄຟຈະມີ
ຄວາມໄວສະເລ່ຍ 120 ກິ ໂລແມັດຕໍ່ຊົ່ວໂມງ ຈຶ່ງບໍ່ພຽງແຕ່
ຈະເຮັດໃຫ້ການເດີນທາງໄປ-ມາມີຄວາມສະດວກ ວ່ອງໄວຂຶ້ນເທົ່ານັ້ນ ຫາກແຕ່ຍັງຈະ
ສົ່ງຜົນດີຕໍ່ການຂົນສົ່ງສິນຄ້າທີ່ມີຕົ້ນທຶນການ ຂົນສົ່ງລົດລົງອີກດ້ວຍ.

ແຕ່ຢ່າງໃດກໍຕາມ ກຸ່ມບໍລິສັດ Giant Consolidated ຈໍາກັດກໍຍັງຄົງບໍ່ໄດ້ມີການຖະ
ແຫຼງລາຍລະອຽດຂອງໂຄງການວ່າ ຈະເລີ່ມລົງມືດໍາເນີນການກໍ່ສ້າງທາງລົດໄຟໃນ
ພາກຕົວຈິງເມື່ອໃດ.

ທາງດ້ານທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີຜູ້ຊີ້ນໍາວຽກງານດ້ານ
ເສດຖະກິດຂອງລັດຖະບານລາວໄດ້ໃຫ້ການຢືນຢັນວ່າ ລັດຖະບານລາວຍັງຈະສືບຕໍ່
ດໍາເນີນໂຄງການກໍ່ສ້າງທາງລົດໄຟຄວາມໄວສູງເຊື່ອມຕໍ່ກັບຈີນໃຫ້ໄດ້ຕາມແຜນການທີ່
ໄດ້ຜ່ານການຮັບຮອງຈາກກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດລາວ ຊຸດທີ
7 ຢ່າງເປັນທາງການນັບຕັ້ງແຕ່ວັນທີ 18 ຕຸລາ 2012 ທີ່ ຜ່ານມາແລ້ວນັ້ນ.

ທັງນີ້ໂດຍທາງການລາວ ຈະກູ້ຢືມເງິນທຶນສໍາລັບນໍາໃຊ້ໃນການກໍ່ສ້າງທັງ 100% ຈາກ
ທາງການຈີນ ຫາກແຕ່ວ່າຈົນເຖິງຂະນະນີ້ ກໍຍັງຄົງບໍ່ສາມາດກໍານົດເວລາທີ່ຊັດເຈນໄດ້
ວ່າ ຈະມີການລົງນາມໃນສັນຍາກູ້ຢືມດັ່ງກ່າວໄດ້ເມື່ອໃດ ເນື່ອງຈາກວ່າ ຈະຕ້ອງລໍຖ້າ
ນະໂຍບາຍຈາກລັດຖະບານຊຸດໃໝ່ຂອງຈີນນັ້ນເອງ ດັ່ງທີ່ທ່ານສົມ ສະຫວາດ ໄດ້ໃຫ້
ການຊີ້ແຈງກັບວີໂອເອວ່າ:

ການສໍາຫລວດດິນໃນການສ້າງທາງລົດໄຟຄວາມໄວສູງ


ດຽວນີ້ຍັງລໍຖ້າທາງປະເທດຈີນເຂົາສິປັບປຸງການຈັດ
ຕັ້ງພາຍຫຼັງກອງປະຊຸມໃຫຍ່ຂອງເຂົາເຈົ້າເສຍກ່ອນ
ຫັ້ນໜາ ສະນັ້ນເຮົາກະສິໄດ້ລໍຖ້າເຂົາເຈົ້າໄປກ່ອນ
ແລະ ອັນນຶ່ງກະດ້ານເທກນິກເຂົາກະຄິດໄລ່ລາຍລະ
ອຽດຕ່າງໆຫັ້ນໜາ ກະຢືນຢັນວ່າ ລາວເຮົາເດີນໜ້າ
ຕໍ່ຢ່າງແນ່ນອນເນາະ ໂອ້ແນ່ນອນແລ້ວອັນນີ້ແມ່ນເຊົາ
ບໍ່ໄດ້ເພາະວ່າເປັນການຕົກລົງລະຫວ່າງການນໍາຂອງ
ສອງພັກແລະສອງລັດຖະບານ ແລ້ວເດ.”


ແຕ່ຢ່າງໃດກໍຕາມ ຫຼັງຈາກທີ່ທາງການຈີນໄດ້ທໍາການສຶກສາຄວາມເປັນໄປໄດ້ ແລະມີ
ການອອກແບບກໍ່ສ້າງທາງລົດໄຟເສດແລ້ວນັ້ນ ກໍປາກົດວ່າທາງການຈີນໄດ້ປະສົບບັນ
ຫາກ່ຽວກັບການຫາບໍລິສັດທີ່ຈະເຂົ້າມາລົງທຶນໃນໂຄງການ ແລະສາເຫດທີ່ເຮັດໃຫ້ເກີດ
ບັນຫາດັ່ງກ່າວ ກໍຍ້ອນວ່າຕ້ອງໃຊ້ເວລາຍາວນານເຖິງ 38 ປີ ຈຶ່ງຈະສາມາດຈັດເກັບ
ລາຍຮັບໄດ້ຕາມການລົງທຶນໄປນັ້ນໄດ້ຢ່າງຄົບຖ້ວນ.

ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການຝ່າຍຈີນໄດ້ນໍາສະເໜີຕໍ່ທາງການຝ່າຍລາວວ່າ ຖ້າຫາກ
ທາງການລາວຍັງຕ້ອງການທີ່ຈະລົງທຶນກໍ່ສ້າງທາງລົດໄຟຄວາມໄວສູງດັ່ງກ່າວນີ້ຕໍ່ໄປ ກໍມີ
ທາງເລືອກຢູ່ທາງນຶ່ງຊຶ່ງກໍຄືການກູ້ຢືມເງິນທຶນຈາກທະນາຄານ ເພື່ອການສົ່ງອອກແລະ
ນໍາເຂົ້າຂອງຈີນ ທີ່ສາມາດຕອບສະໜອງການກູ້ຢືມດັ່ງ ກ່າວໄດ້ທັງ 100% ເຕັມ ກໍຄື
ໃນມູນຄ່າ 7,000 ລ້ານໂດລ່າ ໂດຍມີເງື່ອນໄຂ 4 ປະການທີ່ລັດຖະບານລາວຈະຕ້ອງ ປະຕິບັດຕາມ ກໍຄືການສ້າງຕັ້ງບໍລິສັດຂຶ້ນມາບໍລິຫານໂຄງການແລະ ມີສະຖານະເປັນ ລູກໜີ້ຂອງທະນາຄານຈີນໂດຍທີ່ລັດຖະບານລາວຈະຕ້ອງຄໍ້າປະກັນເງິນກູ້ທັງ 100%
ພ້ອມດອກເບ້ຍໃນອັດຕາ 2% ຕໍ່ປີເປັນເວລາ 30 ປີ ໂດຍມີໄລຍະປອດການຊໍາລະໜີ້
ໃນ 10 ປີທໍາອິດ ພ້ອມກັນນີ້ ການຄໍ້າປະກັນເງິນກູ້ດັ່ງກ່າວກໍຍັງລວມເຖິງລາຍຮັບ ແລະ
ຊັບສິນທັງໝົດໃນໂຄງການ ຕະຫຼອດຈົນການທີ່ລັດຖະບານລາວຍັງຈະຕ້ອງ ຄໍ້າປະກັນ
ດ້ວຍລາຍຮັບຈາກບໍ່ແຮ່ 2 ແຫ່ງທີ່ເປັນການລົງທຶນຂອງຈີນຢູ່ໃນລາວອີກດ້ວຍ.