ມາເລເຊຍ ສືບຕໍ່ດຳເນີນຄະດີ ແມ່​ຍິງ​ຫວຽດ​ນາມ ທີ່ຖືກກ່າວຫາ ຄາດຕະກຳ ອ້າຍຂອງ ທ. ກິມ ຈົງ ອຶນ

ນາງດ​ວານ ທີ ຮ​ວາງ ຄົນຫວຽດນາມ ຖືກຄວບຄຸມໂຕໂດຍ ເຈົ້າໜ້າທີ່ຕຳຫຼວດ ໃນຂະນະ ນຳໂຕໄປສານສູງ Shah Alam ໃນເມືອງ Shah Alam ຂອງມາເລເຊຍ, ວັນທີ 14 ມີນາ 2019.

ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ​ຈະສືບ​ຕໍ່​ ​ດຳ​ເນີນ​ຄະ​ດີ​ແມ່​ຍິງ​ຫວຽດ​ນາມ​ຄົນ​ນຶ່ງ ທີ່​ຖືກ​ກ່າວຫາ​ວ່າ
ສັງ​ຫານ​ອ້າຍ​ຕ່າງ​ມານ​ດາ ຂອງ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ບໍ່ເທົ່າ​ໃດ​ມື້ ຫຼັງ​ຈາກ
​ຈຳ​ເລີຍ​ອີກ​ຜູ້​ນຶ່ງ ທີ່​ເປັນ​ຄົນ​ອິນ​ໂດ​ເນ​ເຊຍ ໄດ້​ຖືກ​ປ່ອຍ​ໂຕ.

ໄອ​ຍະ​ການ​ ໂມ​ຮຳ​ໝັດ ອິ​ສ​ການ​ດາ ອາ​ໝັດ ກ່າວ​ຕໍ່​ສານ ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ອະ​ທິ​-
ໄອ​ຍະ​ການ ​ໄດ້​ປ​ະ​ຕິ​ເສດ​ຕໍ່​ການ​ຮ້ອງ​ຂໍ​ຂອງ​ຫວຽດ​ນາມ ທີ່​ໃຫ້​ຍົກ​ເລີກ​ຂໍ້​ຫາຕໍ່​ນາງ
ດ​ວານ ທີ ຮ​ວາງ ອາ​ຍຸ 30 ປີ. ນາງ​ຮ​ວາງ ຖືກ​ກ່າວ​ຫາ​ວ່າ ນຳ​ເອົາສານ​ເຄ​ມີ​ ທຳ​ລາຍ
​ປະ​ສາດ VX ໄປ​ທາ​ໃສ່​ໜ້າ​ທ່ານ​ກິມ ຈົງ ນາມ ທີ່​ສະ​ໜາມບິນ​ ນະ​ຄອນ​ກົວ​ລາ​ລຳ​ເປີ
ໃນ​ເດືອນ​ກຸມ​ພາ ປີ 2017.

ປະທານາທິບໍດີ ໂຈໂກ ວີໂດໂດ ຂອງອິນໂດເນເຊຍ, ຊ້າຍ, ຍ່າງໄປນຳ ນາງ ຊີ່ທີ ໄອຊີຢາ (Siti Aisyah), ຜູ້ທີ່ເຄີຍຖືກກ່າວຫາ ກ່ຽວຂ້ອງກັບການສັງຫານ ອ້າຍຕ່າງມານດາ ຂອງຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ, ຂວາ, ຫຼັງຈາກໄດ້ພົບປະ ຢູ່ທີ່ທຳນຽບປະທານາທິບໍດີໃນນະຄອນຫຼວງ ຈາກາຕາ ຂອງອິນໂດເນເຊຍ, ວັນທີ 12 ມີນາ 2019.

​ທະ​ນາຍ​ຄວາມ​ຂອງ​ນາງ​ຮ​ວາງ ທ່ານ​ຮີ​ຊຽມ ເຕ ກ່າວ​ວ່າ ອະ​ທິ​ໄອ​ຍະ​ການ “ເຂົ້າ​ຂ້າງ​
ຝ່າຍ​ນຶ່ງ ກວ່າ​ອີກ​ຝ່າຍ​ນຶ່ງ”
ໃນ​ການ​ຕ້ອງ​ຕິ​ຂອງ​ທ່ານ ຕໍ່​ການ​ຕັດສິນ​ດັ່ງ​ກ່າວ. ທ່ານ​
ໄດ້​ຮັບ​ການ​ອະ​ນຸ​ມັດ​ຢ່າງ​ສຳ​ເລັດ​ຜົນ​ກ່ຽວ​ກັບ​ການ​ຂໍ​ເລື່ອນ​ການດຳ​ເນີນ​ຄະ​ດີ ໄປ​ໃສ່​
ວັນ​ທີ 1 ​ເມ​ສາ ໂດຍ​ໂຕ້​ແຍ້ງວ່າ ນາງ​ຮ​ວາງ ​ບໍ່​ສະບາຍ. ​ມີ​ການ​ພົບ​ວ່າ ນາງ​ຮ​ວາງ​ ໄດ້
​ຮ້ອງ​ໄຫ້ ​ຫຼັງຈາກ​ ການ​ຮັບ​ຟັງ​ຄຳ​ໃຫ້​ການ ໃນ​ຂະ​ນະ​ທີ່ນາງ​ ໄດ້​ໂອ້​ລົມ​ກັບ​ເຈົ້າ​ໜ້າ​ທີ່​
ຈາກ​ສະ​ຖານ​ທູດ​ຫວຽດ​ນາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ