ມາເລເຊຍ ຍົກເລີກ ກົດໝາຍຄວາມປອດໄພ

  • ໄພສານ ວໍຣະຈັກ

ນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Razak

ນາຍົກລັດຖະມົນຕີມາເລເຊຍທ່ານ Najib Razak ກ່າວວ່າ ປະເທດຂອງທ່ານຈະລຶບລ້າງ
ກົດໝາຍວ່າດ້ວຍຄວາມປອດໄພທີ່ມີອາຍຸ 50 ປີຊຶ່ງອະນຸຍາດໃຫ້ເຈົ້າໜ້າທີ່ຄຸມຂັງປະຊາຊົນ
ໂດຍບໍ່ຕ້ອງດຳເນີນຄະດີກໍໄດ້.

ທ່ານ Najib ໄດ້ປະກາດກ່ຽວກັບການລຶບລ້າງ ກົດໝາຍວ່າດ້ວຍຄວາມໝັ້ນຄົງພາຍໃນ
ເມື່ອວັນພະຫັດວານນີ້ ໃນລະຫວ່າງການກ່າວຄຳປາໄສ ທາງໂທລະພາບ ທີ່ມີການຖ່າຍ
ທອດທົ່ວປະເທດໂດຍເວົ້າວ່າຈະໃຊ້ກົດໝາຍໃໝ່ 2 ສະບັບແທນທີ່ແນໃສ່ເພື່ອປາບປາມ ພວກກໍ່ການຮ້າຍໂດຍບໍ່ຕ້ອງລ່ວງລະເມີດຕໍ່ສິດທິພື້ນຖານຂອງມະນຸດນັ້ນ.

ມີປະຊາຊົນຈຳນວນຫຼາຍໆພັນຄົນໄດ້ຖືກຄຸມຂັງ ພາຍໃຕ້ກົດໝາຍໃນສະໄໝອານານິຄົມ
ຂອງອັງກິດດັ່ງກ່າວ.

ນອກນັ້ນນາຍົກລັດຖະມົນຕີມາເລເຊຍຍັງໄດ້ປະກາດລຶບລ້າງກົດໝາຍທີ່ບັງຄັບໃຫ້ສື່ມວນ
ຊົນຕ່າງໆ ຕ້ອງໄດ້ຍື່ນຂໍໃບອະນຸຍາດໃນການປະຕິບັດງານແຕ່ລະປີ ທີ່ພວກຕຳໜິຕິຕຽນ
ເວົ້າວ່າ ພາໃຫ້ເກີດສະພາບທີ່ອຶດອັດ ແລະມີຫາງສຽງທີ່ບໍ່ພໍໃຈນັ້ນ. ພ້ອມນີ້ທ່ານ Najib
ຍັງໄດ້ສັນຍາ ທີ່ຈະທົບທວນເບິ່ງກົດໝາຍຈຳກັດຮັດແຄບອິດສະຫຼະພາບໃນການໂຮມຊຸມ
ແລະໃຫ້ຄຳໝັ້ນວ່າ ສ່ວນບຸກຄົນຈະບໍ່ຖືກຈັບກຸມຄຸມຂັງພຽງແຕ່ຍ້ອນພື້ນຖານກ່ຽວກັບທັດ ສະນະຄວາມເຫັນທາງດ້ານການເມືອງຂອງເຂົາເຈົ້າທໍ່ນັ້ນ.