ມາເລເຊຍ ສົ່ງ ນັກຂ່າວຊາອູດີອາເຣເບຍ ກັບຄືນປະເທດ

  • ສິງ ບູຣົມມະວົງ

ນາຍ Hamza Kashgari ນັກຂຽນຄໍລັມ ທີ່ມາເລເຊຍສົ່ງໂຕໃຫ້ ຊາອູດີ ອາເຣເບຍ. ວັນທີ 12 ກຸມພາ 2012.
















ທາງ​ການ​ມາ​ເລ​ເຊຍ​ກ່າວ​ວ່າ ຕົນ​ໄດ້​ສົ່ງນັກ​ຂ່າວ​ຊາ​ອູ​ດີ ອາ​ເຣ​ເບຍຄົນ​ນຶ່ງ​ກັບ​ຄືນ​ປະ​ເທດ
ບ່ອນທີ່​ທາງ​ການ​ຕ້ອງການ​ໂຕຜູ້ກ່ຽວ​ໄປ​ດໍາເນີນຄະ ດີ ​ໃນ​ຂໍ້​ຫາ​ຖານລົງ​ຂໍ້ຄວາມ​ໃນສື່ສັງ
ຄົມ Twitter ທີ່​ຖື​ວ່າ​ເປັນ​ການ​ໝິ່ນປະໝາດ​ຜູ້​ເຜີຍ​ແຜ່​ສາສະໜາ​ Muhammad ນັ້ນ.

ຕໍາຫລວດ​ມາ​ເລ​ເຊຍ ກ່າວ​ວ່າ ນາຍ Hamza Kashgari ນັກ​ຂຽນຄໍ​ລັມ ໄວ 23 ປີ
ໄດ້ຖືກມອບໂຕໃຫ້ເຈົ້າໜ້າທີ່ຊາອູດີ ອາ​ເຣເບຍ ທີ່ພາ​ຜູ້ກ່ຽວຂຶ້ນເຮືອບິນ​ເດີນທາງ​ກັບ​ຄືນ
ປະ​ເທດ ໃນຕອນເຊົ້າວັນອາທິດມື້ນີ້.

ນາຍ Kashgari ໄດ້ຖືກຈັບກຸມທີ່ມາເລເຊຍ ໃນວັນພະຫັດສັບປະດາຜ່ານມານີ້ ຫລັງ
ຈາກຜູ້ກ່ຽວຫລົບໜີຈາກຊາອູດີ ອາ​ເຣເບຍ. ຊາວSaudi Arabia ບາງຄົນຮຽກຮ້ອງໃຫ້
ລົງໂທດຈໍາຄຸກ ຫລືປະຫານຊີວິດຜູ່ກ່ຽວ ຍ້ອນຂໍ້ຄວາມ​ທີ່ລາວຂຽນ​ລົງ​ໃນ Twitter ຊຶ່ງ
ໄດ້ກໍ່ໃຫ້ເກີດຄວາມໂກດແຄ້ນຂຶ້ນໃນປະເທດນັ້ນ.

ການດູໜິ່ນປະໜາດຜູ້ເຜີຍແຜ່ສາສະໜາ ຖືວ່າເປັນການສົບປະໝາດພະຜູ້ເປັນເຈົ້າໃນ
ສາສະໜາອີສລາມ ແລະລະສາມາດຖືກລົງໂທດໄດ້ໂດຍການປະຫານຊີວິດໃນ Saudi
Arabia ນັ້ນ.