ນາຍົກ ມາເລເຊຍ ປະຕິຍານ ວ່າ ຈະບໍ່ຍອມ ລົງຈາກ ຕຳແໜ່ງ

ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Najib Razak ໂບກທຸງຊາດ ມາເລເຊຍ ໃນລະຫວ່າງ ການສະເຫຼີມສະຫຼອງ ວັນຊາດຄັ້ງທີ 58th ຢູ່ທີ່ ຈະຕຸລັດເອກະລາດ ໃນນະຄອນຫຼວງ ກົວລາລຳເປີ, ປະເທດມາເລເຊຍ ວັນຈັນທີ 31 ສິງຫາ 2015.

ລັດຖະບານ​ຂອງ​ມາ​ເລ​ເຊຍ ​ໄດ້​ລົງຍຶດຖະໜົນຫຼາຍ​ສາຍ​
ໃນນະຄອນຫຼວງ ໃນວັນ​ຈັນ​ມື້​ນີ້ ຫຼັງຈາກ​ການ​ເດີນ​ຂະ​ບວນ
ຂັບ​ໄລ່​ ນາຍົກລັດຖະມົນຕີ ທ່ານ Najib Razak ​ໃຫ້ລາ​ອອກ
​ຈາກ​ຕຳ​ແໜ່​ງ.

ທ່ານ ນາ​ຈິບ ພ້ອມກັບ​ບັນດາ​ຜູ້​ຊົມທັງຫຼາຍ ໄດ້​ເຂົ້າຮ່ວມຊົມ
ການ​ເດີນ​ສວນສະໜາມ ຂອງບັນດາ ​ເຈົ້າໜ້າ​ທີ່​ຕຳຫຼວດ
ທະຫານ ​ແລະ ພະນັກ​ງານຂ້າຣາຊການ ໃນ​ວັນ​ຈັນ​ມື້​ນີ້.

ນາຍົກລັດຖະມົນຕີດັ່ງກ່າວ ຜູ້​ທີ່​ປະ​ເຊີນ​ໜ້າ​ກັບ ການ​ກ່າວ​ຫາ​
ວ່າສໍ້​ໂກງ​ຢ່າງ​ຮ້າຍ​ແຮງ ​ໄດ້​ປະຕິຍານ​ວ່າ ຕົນ​ຈະ​ບໍ່​ຍອມ​ລົງ​ຈາກ
​ຕຳ​ແໜ່​ງ ​ແລະ ​ໄດ້​ຕຳ​ນິພວກ​ປະ​ທ້ວງ ວ່າ “ມີ​ຈິດ​ໃຈຕື້ນ ​ແລະ ນ້ຳ​ໃຈ​ຮັກ​ຊາດ​ບໍ່​ພຽງພໍ.”

ບັນດາ​ຜູ້​ຈັດ​ແຈງ​ການ​ປະ​ທ້ວງ ກ່າວ​ວ່າ ​ເກີນ​ກວ່າ 200,000 ຄົນ ​ໄດ້​ອອກ​ມາ​ປະ​ທ້ວງ ​ໃນ​ວັນ​ເສົາ​ ແລະ​ ວັນ​ອາທິດ ຜ່ານ​ມາ ​ເພື່ອ​ຮຽກຮ້ອງ​ໃຫ້​ທ່ານ ນາ​ຈິບ ລາ​ອອກ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ ຕຳຫຼວດກ່າວ​ວ່າ ພວກ​ຝຸງ​ຄົນ​ປະ​ທ້ວງ​ນັ້ນ ​ແມ່ນ​ວ່າ ຕ່ຳ​ກວ່າ 30,000 ຄົນ.

ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ຄາດ​ຄະ​ເນ​ວ່າ ມີ​ຈຳນວນ 13,000 ຄົນ ​ໄດ້​ອອກ​ມາ​ຊົມ​ການສະ​ເຫຼີມ
ສະຫຼອງ ໃນ​ວັນ​ຈັນມື້​ນີ້.

​ເອກະສານ​ຈຳນວນ​ນຶ່ງ​ໄດ້​ຮົ່ວ​ໄຫລ​ ອອກ​ໄປ​ເຖິງ​ສື່​ມວນ​ຊົນ ​ໃນ​ເດືອນກໍລະກົດ ຜ່ານ​ມາ
ທີ່​ໄດ້​ຊີ້​ໃຫ້​ເຫັນ​ວ່າ ນາຍົກ​ລັດຖະມົນຕີ ​ໄດ້​ຮັບ​ເງິນ ຈຳນວນ 700 ລ້ານ​ໂດລາ ຜ່ານ​ທາງ​
ບັນຊີ​ທະນາຄານ​ສ່ວນຕົວ​ຂອງ​ທ່ານ ຈາກ 1MDB ຊຶ່ງ​ເປັນກອງ​ທຶນ​ ການ​ລົງທຶນ​ ທີ່​ລັດຖະບານເປັນເຈົ້າຂອງ​.

ທ່ານ​ນາ​ຈິບ ​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ຕ່າງໆ ​ໂດຍ​ກ່າວ​ວ່າ ​ເງິນ​ດັ່ງກ່າວ ​ແມ່ນ​ເປັນຂອງຂວັນ ຈາກ​ປະ​ເທດ​ໃນຕາ​ເວັນ​ອອກ​ກາງ.

ທ່ານໄດ້​ສະ​ເໜີ​ແນະ​ວ່າ ການ​ກ່າວ​ຫາ​ສໍ້​ລາດ​ບັງຫຼວງນັ້ນ ແມ່ນ​ເປັນ​ສ່ວນ​ນຶ່ງ​ຂອງ “ການກໍ່
ວິນາດສະກຳ​ທາງ​ການ​ເມືອງ”
ຕໍ່​ລັດຖະບານ​ປະສົມ ​ທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​
ຍາວ​ນານ.

ການ​ສືບສວນ​ສອບ​ສວນ ​ໄດ້​ປາກົດ​ວ່າ ມີ​ໂອກາດ​ທີ່​ຈະຍື່ນ​ຄຳຟ້ອງຮ້ອງ​ທາງ​ອາຍາ ກ່ຽວ​ກັບ ​ທ່ານ​ນາ​ຈິບ ຊຶ່ງ​ເປັນ​ສິ່ງ​ນຶ່ງ​ ທີ່​ບໍ່​ເຄີຍ​ເກີດ​ຂຶ້ນມາ​ກ່ອນ ສຳຫລັບ ນາຍົກລັດຖະມົນຕີມາ​ເລ​ເຊຍ.

ນາຍົກລັດຖະມົນຕີ ນາ​ຈິບ ​ໄດ້​ໄລ່​ອະທິ​ໄ​ອຍາ​ການ​ ຜູ້ທີ່​ໄດ້​ທຳ​ການ​ສືບສວນ​ສອບ​ສວນ ທ່ານ​ນັ້ນ ອອກ​ຈາກ​ຕຳ​ແໜ່​ງ.