160,000 ຄົນ ຕ້ອງໄດ້ຍົກຍ້າຍ ​ອອກຈາກ​ບ້ານ​ເຮືອນ ຍ້ອນໄພນ້ຳຖ້ວມ ຢູ່ມາເລເຊຍ

ອາສາສະໝັກຄົນໜຶ່ງ ຂອງອົງການສັງຄົມສົງເຄາະ Muslim Care Malaysia Society ພວມບັນຈຸນ້ຳດື່ມໃສ່ຫີບເຈ້ຍ ເພື່ອນຳສົ່ງໄປຍັງລັດຕ່າງໆ ຢູ່ຕາມແຄມຝັ່ງທະເລ ທາງພາກຕາເວັນອອກ ໃນລັດ Shah Alam ປະເທດມາເລເຊຍ ທີ່ໄດ້ປະສົບກັບໄພນ້ຳຖ້ວມ, ວັນທີ 27 ທັນວາ 2014.

ບັນດາ​ພະນັກງານ​ກູ້​ໄພໃນ​ມາ​ເລ​ເຊຍພວມ​ດິ້ນຮົນ ​ເພື່ອ​ຈະ
ເຂົ້າ​ໄປ​ໃຫ້​ເຖິງຫຼາຍພັນ​ຄົນ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ
​ນ້ຳຖ້ວມ​ອັນ​ຮ້າຍ​ແຮງ​ທີ່​ສຸດຂອງ​ປະ​ເທດ ໃນຮ​ອບຫຼາຍໆ
ທົດ​ສະ​ວັດ ​ເພື່ອ​ນຳ​ເອົາ​ເຂົ້າປາ​ອາຫານ ​ແລະ​ການ​ຊ່ວຍ
​ເຫລືອ​ດ້ານ​ການ​ແພດ ​ໄປ​ໃຫ້​.

ມາ​ຮອດ​ວັນ​ອາທິດ​ມື້​ນີ້ ຫຼາຍກວ່າ 160,000 ຄົນ​ ​ຕ້ອງ​ໄດ້​
ຍົກຍ້າຍ​ອອກຈາກ​ບ້ານ​ເຮືອນ ​ຍ້ອນ​ລະດັບ​ນ້ຳ​ທີ່ສູງຂຶ້ນ
​ເລື້ອຍໆ​ ​ແລະໄດ້​ຖ້ວມ​ຢ່າງ​ນ້ອຍ 8 ລັດ​ແລ້ວ​.

ນາຍົກລັດຖະມົນຕີມາ​ເລ​ເຊຍ ທ່ານ Najib Razak ​ທີ່​ໄດ້​ຕັດ
​ເວລາການ​ພັກ​ຜ່ອນ ຢູ່​ລັດ​ຮາ​ວາຍລົງ ​ເພື່ອ​ກັບ​ຄືນ​ເມືອ ນຳພາ​ການ​ຮັບ​ມື​ກັບໄພນ້ຳຖ້ວມ​
ແຫ່ງຊາດ ໄດ້​ໄປຢ້ຽມຢາມ​ລັດ Kelantan ທີ່​ໄດ້​ຮັບ​ຜົນ​ກະທົບໜັກກວ່າ​ໝູ່ ​ເມື່ອ​ວັນ​ເສົາ​
ວານ​ນີ້ ​ແລະໄດ້ຮັບ​ແຈ້ງ​ໃຫ້ຊາບ​ໂດຍ​ສັງ​ເຂ​ບ ກ່ຽວກັບ​ສະຖານະ​ການ ທີ່​ກຳລັງ​ຮ້າຍ​ແຮງ​
ຂຶ້ນຕື່ມ​ອີກນັ້ນ.

ຜູ້ນຳ​ມາ​ເລ​ເຊຍ ​ໄດ້​ປະກາດ​ໃຫ້​ທຶນບັນ​ເທົາ​ທຸກ​ແກ່​ຜູ້​ປະສົບ​ໄພ​ນ້ຳຖ້ວມ​ໃນ​ທົ່ວ​ປະ​ເທດ
ມູນຄ່າຫລາຍລ້ານ​ດອລລ່າ ຊຶ່ງ​ຈະ​ບໍລິຫານ​ງານ ​ໂດຍ​ຄະນະ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.
ອັນ​ນັ້ນ​ເປັນ​ການ​ຊ່ວຍ​ເຫຼືອຊຸດ​ເພີ້​ມ​ເຕີມ​ ຈາກການ​ປະກາດກ່ອນ​ໜ້າ​ນີ້ໄປ​ແລ້ວ.

ທ່ານ Najib ​ໄດ້​ຖືກຕຳນິຕິຕຽນຢ່າງ​ໜັກ ​ໃນ​ອາທິດແລ້ວ​ນີ້ ຫຼັງຈາກມີ​ຮູບ​ພາບເຜີຍ​ແຜ່
ອອກ​ມາ ທີ່​ສະ​ແດງ​ໃຫ້​ເຫັນ ທ່ານ​ກຳລັງຕີ​ກອຟ ກັບ​ປະທານາທິບໍດີ​ສະຫະລັດ ທ່ານບາຣັກ ​ໂອ​ບາ​ມາ ຢູ່​ທີ່​ລັດຮາ​ວາຍ. ຫຼາຍໆຄົນ​ໄດ້​ພາກັນຂຽນຄຳ​ເຫັນ​ລົງ ໜ້າ Facebook ຂອງ​ທ່ານ ​ຮຽກຮ້ອງ​ໃຫ້​ທ່ານ ກັບ​ຄືນ​ປະ​ເທດ ​ຍ້ອນ​ວ່າ​ນ້ຳຖ້ວມ​ກຳລັງ ​ຮ້າຍແຮງ​ຂຶ້ນ ນັ້ນ.

ບັນດານັກພະຍາກອນ​ອາກາດ​ມາເລ​ເຊຍ ກ່າວ​ວ່າ ຈະ​ຍັງ​ສືບ​ຕໍ່​ມີຝົນ​ຕົກ​ໜັກຢູ່​ອີກ ​ໃນ​
ສອງ​ສາມ​ມື້​ຂ້າງ​ໜ້າ​ນີ້ ຊຶ່ງ​ຈະ​ແຜ່​ລາ​ມອອກ​ໄປ​ໃສ່​ລັດ​ຕ່າງ​ໆ ທາງ​ພາກ​ໃຕ້ ທີ່​ກ່ອນ​ໜ້າ​ນີ້
ຍັງ​ບໍ່​ໄດ້​ຮັບ​ຜົນ​ກະທົບ​ເທື່ອ.

ຫລາຍໆ​ປະ​ເທດ​ເພື່ອນ​ບ້ານຂອງ​ມາ​ເລ​ເຊຍ ກໍ​ໄດ້​ປະສົບ​ກັບ​ບັນຫາ​ນ້ຳຖ້ວມ​ຢ່າງ​ຮ້າຍ​ແຮງ ​ເຊັ່ນ​ກັນ.

Your browser doesn’t support HTML5

MALAYSIA FLOODS VO