ມາເລເຊຍ ຈະຕັ້ງຂໍ້ຫາ ຕໍ່ຜູ້ສັງຫານ ຊາວເກົາຫລີເໜືອ

ບັນດາຜູ້ຕ້ອງສົງໄສ ນາງ Doan Thi Huong (ຊ້າຍ) ແລະ ນາງ Siti Aisyah (ຂວາ) ຖືກຈັບຢູ່ມາເລເຊຍ ທີ່ພົວພັນກັບ ການສັງຫານ ທ້າວ Kim Jong Nam.

ອະທິໄອ​ຍະ​ການ​ມາ​ເລ​ເຊຍ ກ່າວ​ວ່າ ​ຜູ້ຍິງສອງ​ຄົນ ທີ່​ຖືກ​ຈັບ​ໃນ​ການ​ພົວພັນ​ກັບ​ການ​
ສັງຫານ​ອ້າຍ​ຕ່າງ​ມານ​ດາ​ຂອງ​ຜູ້ນຳເກົາຫລີ​ເໜືອ ທ່ານ Kim Jong Un ຈະ​ຖືກ​ຟ້ອງ​
ໃນ​ວັນ​ພຸດ​ມື້​ອື່ນ​ນີ້​ ​ໃນ​ຖານ​ຄາດ​ຕະກຳ.

ຜູ້​ຕ້ອງ​ຫາ​ຊາວ​ອິນ​ໂດ​ເນ​ເຊຍສອງ​ຄົນ ນາງ Siti Aisyah ​ແລະຊາວ​ຫວຽດນາມ ນາງ
Doan Thi Huong ​ໄດ້​ກ່າວ​ວ່າ​ ເຂົາ​ເຈົ້າ​ຄິດ​ວ່າ ​ເຂົາ​ເຈົ້າໄດ້​ເຂົ້າ​ຮ່ວມ ​ການສະ​ແດງ
ຕະຫລົກທາງໂທລະພາບ. ຂໍ້ຫາທີ່ເຂົາເຈົ້າຈະປະເຊີນໜ້າມີ​ໂທດ​ເຖິງ​ຂັ້ນປະຫານ​ຊີວິດ.

ທ້າວ Kim Jong Nam ​ໄດ້​ເສຍ​ຊີວິດ​ ໃນ​ວັນ​ທີ 13 ​ເດືອນ​ກຸມພາ​ທີ່ຜ່ານ​ມາ ບໍ່​ດົນ​
ຫລັງ​ຈາກແມ່ຍິງ​ສອງ​ຄົນ​ໄດ້ເອົາ​ໃນອັນ​ທີ່​ບັນດາ​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ​ກ່າວ​ວ່າ ​ເປັນ
ສານພິດ VX ​ທີ່​ທຳຮ້າຍ​ເສັ້ນປະສາດ​ ໃສ່​ຢູ່​ໜ້າ​ຂອງ​ລາວ ​ທີ່ສະໜາມ​ບິນ Kuala
Lumper. ການ​ໂຈມ​ຕີ​ໄດ້​ຖືກ​ບັນທຶກ ​ຢູ່​ກ້ອງ​ວົງ​ຈອນປິດ ​ຂອງ​ສະໜາມ​ບິນ ທີ່​ໄດ້​
ສະ​ແດງ​ໃຫ້​ເຫັນວ່າ ທ້າວ Kim ​ໂອ້​ລົມ​ກັບ​ຕຳຫລວດ ​ແລະ​ນຳພາ​ໄປ​ຫາ​ບ່ອນ​ປິ່ນ
ປົວ.

ບຸກຄົນ​ທີ​ສາມ ຊຶ່ງ​ເປັນ​ຊາວ​ເກົາຫຼີ​ເໜືອ ກໍໄດ້​ຖືກ​ຕຳຫລວດ​ຈັບ​ໄວ້. ບັນດາ​ເຈົ້າ​ໜ້າ​
ທີ່​ຍັງ​ໄດ້​ລະບຸ​ວ່າ ມີຊາວ​ເກົາຫລີ​ເໜືອອີກ​ເຈັດ​ຄົນ ເປັນ​ຜູ້​ຕ້ອງ​ສົງ​ໄສທີ່​ຕ້ອງການ
ສອບ​ປາກຄຳ.

ລັດຖະບານ​ເກົາຫລີ​ເໜືອ​ຍັງ​ບໍ່​ທັນ​ໄດ້​ກ່າວ​ຢ່າງ​ເປັນ​ການ​ແນ່ນອນວ່າ ຜູ້​ຊາຍ​ທີ່​ຖືກ​
ຂ້າ​ຕາຍ​ນັ້ນ ​ແມ່ນ​ທ້າວ Kim Jong Nam. ຄະນະ​ຜູ້​ແທນ​ລະດັບ​ສູງ​ກຸ່ມ​ນຶ່ງ​ທີ່​ຮວມ
ທັງທ່ານ Ri Tong II ອະດີດ​ຮອງ​ເອກ​ອັກຄະ​ລັດຖະທູດ​ເກົາຫລີ​ເໜືອ ປະຈຳ
ສະຫະ​ປະຊາ​ຊາດ ​ໄດ້​ເດີນ​ທາງ​ໄປ​ນະຄອນ Kuala Lumper ​ໃນ​ວັນ​ອັງຄານ​ມື້​ນີ້
​ເພື່ອຫາທາງສົ່ງ​ສົບກັບ​ຄືນປະ​ເທດ ​ແລະ​ປ່ອຍ​ໂຕ​ຊາວ​ເກົາຫລີ​ເໜືອ​ທີ່​ຖືກ​ກັກ​ໄວ້​ນັ້ນ.

ຮູບພາບວີດີໂອຈາກສະໜາມບິນ ສະແດງໃຫ້ເຫັນທ້າວ Kim Jong Nam ອ້າຍຕ່າງມານດາ ຂອງຜູ້ນຳເກົາຫສີເໜືອ ທ່ານ Kim Jong Un ໄອ້ລົມກັບເຈົ້າໜ້າທີຮັກສາຄວາມປອດໄພ ຫລັງຈາກລາວໄດ້ຖືກເອົາສານພິດທາໜ້າ.

ທ້າວ Kim Jong Nam ​ແມ່ນ​ລູກ​ຊາຍກົກ ​ຕ່າງມານ​ດາ​ຂອງ ທ່ານ Kim Jong Un​.
Kim Jong Nam ຄັ້ງ​ນຶ່ງ​ ໄດ້​ພິຈາລະ​ນາ​ວ່າ​ ເປັນ​ທາຍາດ​ທາງການ​ເມືອງ​ທີ່​ຈະນຳພາ

​ເກົາຫລີ​ເໜືອ ​ແຕ່​ໄດ້​ຕົກ​ຈາກ​ຄວາມ​ນິຍົມ​ຊົ​ມຊອບ​ກັບ​ພໍ່​ຂອງ​ລາວ ມື້​ລາງ​ຈອມຜະ
​ເດັດ​ການ Kim Jong II ຫລັງ​ຈາກໄດ້​ພະຍາ​ຍາມ ​ແຕ່​ບໍ່​ປະສົບ​ຜົນສຳ​ເລັດ ໃນ​ປີ
2001 ທີ່​ຈະ​ເຂົ້າ​ໄປ​ຍີ່ປຸ່ນ ​ໂດຍ​ການ​ປອມ​ແປງ​ໜັງ​ສື​ຜ່ານ​ແດນ ​ທີ່​ຈະ​ໄປ​ຢ້ຽມຢາມ
​ສວນ​ສະໜຸກ Disneyland.

ນັບ​ແຕ່​ນັ້ນ​ມາ ທ້າວ Kim Jong Nam ​ໄດ້​ດຳລົງ​ຊີວິດເກືອບ​ວ່າ​ແບບ​ລີ້​ໄພ ​ໂດຍ​
ສະ​ເພາະ​ຢູ່ເກາະ Macau ​ດິນ​ແດນຂອງ​ຈີນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

NOKOR Malaysia