ສະມາຊິກສະພາ ພັກຝ່າຍຄ້ານ ມາເລເຊຍ ຖືກຕັດສິນ ຈຳຄຸກ

ຮອງປະທານພັກຍຸຕິທຳປະຊາຊົນ ທ່ານ Rafizi Ramli ເດີນທາງໄປເຖິງສານ ທີ່ນະຄອນ Kuala Lumpur ປະເທດ Malaysia.

ສະມາຊິກ​ສະພາ​ຝ່າຍ​ຄ້ານມາ​ເລ​ເຊຍ​ຄົນ​ນຶ່ງ ​ໄດ້​ຖືກ​ຕັດສິນ​ລົງໂທດ​ຕິດ​ຄຸກ 18 ​ເດືອນ ​ໃນ​ຖານ​ເຮັດ​ໃຫ້ເອກ​ກະສາ​ນລັບຮົ່ວ​ໄຫລ ​ກ່ຽວ​ກັບກອງທຶນ​ລັດຖະບານ ​ທີ່​ມີເປັນ​ບັນຫາໂຕ້ ແຍ້ງກັນ.

ທ່ານ Rafizi Ramli ສະ​ມາ​ຊິກຄົນ​ສຳຄັນ​ຂອງ​ພັກ​ຝ່າຍ​ຄ້ານ​ ​ໄດ້​ພົບ​ເຫັນ​ມີ​ຄວາມ​ຜິດ ​ລະ​ເມີດກົດ​ໝາຍວ່າດ້ວຍຄວາມ​ລັບ​ທາງ​ການ ​ໂດຍ​ມີ​ໄວ້​ໃນ​ຄວາມ ຄອບ​ຄອງ ​ແລະ​ເປີດ​ເຜີຍ ບາງ​ພາກສ່ວນ ກ່ຽວ​ກັບ​ການ​ກວດກາ​ຂອງ​ລັດຖະບານ ​ຂອງ​ກອງ​ທຶນ​ທີ່​ເປັນ​ໜີ້ສິນ ທີ່​ກໍ່ຕັ້ງ ຂຶ້ນໂດຍ ນາຍົກລັດຖະມົນຕີ ທ່ານ Najib Razak.

ທ່ານ Phil Robertson ຮອງ​ຜູ້ອຳນວຍການກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch ຝ່າຍ​ເອ​ເຊຍ ຮຽກຮ້ອງ​ໃຫ້​ຍົກ​ເລີກ​ການ​ຕັດສິນ​ລົງ​ໂທດ​ທ່ານ Rafizi ​ໂດຍ​ທັນ​ທີ. ທ່ານ​ກ່າວ​ວ່າ ການ​ຈັບ​ກຸມ​ຊະ​ມາ​ຊິກ​ສະພາ​ “ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ” ​ແລະ​ມີ​ຈຸດປະສົງ​ດຽວຄື ຂົ່ມຂູ່​ຜູ້​ເປີດ​ເຜິ​ຍ ​ໃຫ້​ຢູ່​ໃນ​ຄວາມ​ມິດ​ງຽບ.”

ທ່ານ Robertson ກ່າວ​ວ່າ ການ​ກ່າວ​ຫາວ່ມີ​ການ​ພົວພັນກັບ​ສໍ້​ລາດ​ບັງ​ຫຼວງ ຂອງນາຍົກ ລັດຖະມົນຕີ Najib ​ເປັນ​ຂໍ້​ມູນ​ທີ່ປະຊາຊົນ​ມີ​ສິດຈະ​ຮູ້​ ​ແລະ​ສະ​ແດງ​ແນວ​ຄິດໂດຍປາດ​ສະ​ຈາກການ​ປະ​ເຊີນ​ໜ້າ​ກັບເລື້ອງ​ການ​ລົງ​ໂທດເມືອງ ​ທີ່​ເຮັດ​ໃຫ້ມີ​ການ​ຈັບ​ກຸ​ມ.”

ທ່ານ Rafizi ກ່າວ​ວ່າ ທ່ານ​ຈະ​ອຸທອນ.

ອ່ານຂ່າວນີ້ເພີມເປັນພາສາອັງກິດ