ມາເລເຊຍ ເປີດກອງປະຊຸມ ແກ້ໄຂບັນຫາ ວິກິດການ ຊາວອົບພະຍົບທາງເຮືອ

ເຮືອພິຄາດຂອງກອງທັບເຮືອ ມາເລເຊຍ ລາດຕະເວນ ຢູ່ໃນ ເຂດນ່ານນ້ຳ ໃກ້ໝູ່ເກາະ ລັງກາວີ, ວັນທີ 15 ພຶດສະພາ 2015.

ປະ​ເທດ​ມາ​ເລ​ເຊຍ ໄດ້​ເປີດ​ການ​ເຈລະຈາ​ຄັ້ງ​ໃໝ່ ​ກັບ​ບັນ​ດາປະ​ເທດ​ໃກ້​ຄຽງ ໃນວັນ​ອາທິດ​ວານ​ນີ້ ໃນ​ຄວາມ​ພະຍາຍາມ​ເພື່ອ​ແກ້​ໄຂ​ບັນຫາ​ວິ ກິດ​ການ​ຂອງ​ຊາວ​ອົບ​ພະຍົບ ທີ່​ຖືກ​ປະ​ຖິ້ມຢູ່ເທິງ​ເຮືອ ກາງ​ທະ​ເລ​ ເຊິ່ງ ຕອນນີ້ຍັງບໍ່​ມີ​ປະ​ເທດ​ໃດ​ ເຕັມ​ໃຈ​ຮັບ​ເອົາ ​ຂຶ້ນ​ມາ​ເທິງ​ຝັ່ງ​ເທື່ອ​ນັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ ມາ​ເລ​ເຊຍ ທ່ານ Anifah Aman ​ໄດ້​ພົບ​ປະ​ກັບລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ ບັງ​ກະລາ​ແດັສທ່ານ Abul Hassan Mahmood Ali ​ແລະ ກຳລັງ​ວາງ​ແຜນ​ຈັດກອງ​ປະຊຸມ​ກັບ​ ລັດ​ຖະມົນຕີ​ການ​ຕ່າງປະ​ເທດ ອິນໂດ​ເນ​ເຊຍ ​ແລະ ​ໄທ ​ໃນ​ວັນ​ພຸດ ຈະ​ມາ​ເຖິງ​ນີ້.

ທ່ານ Anifah ​ໄດ້​ກ່າວ​ວ່າ ມາເລເຊຍ “​ບໍ່​ສາມາດ​ຮັບ​ເອົາ​ພວກ​ອົບ​ພະຍົບ ເພີ່ມເຕີມ​ໄດ້ອີກ​ແລ້ວ, ​ເຊິ່ງຕອນ​ນີ້​ກໍ່​ມີ​ຈຳນວນ​ຫຼວງຫຼາຍແລ້ວ​ຢູ່​ທີ່​ນີ້. ​ແລະມາ​ຮອດ​ມື້ນີ້ ​ກໍ່​ຍັງ
ບໍ່​ມີ​ປະ​ເທດໃດຍອມ ໃຫ້ພວກເຂົາ​ເຈົ້າ ເຂົ້າ​ໄປອາໄສຢູ່ ໃນປະເທດຂອງຕົນ.”

ມຽນມາ ​ໄດ້ປະຕິເສດ ບໍ່​ຍອມ​ມອບ​ສັນຊາດໃຫ້ຊາວ​ມຸສລິ​ມ ​ໂຣຮິງ​ຢາ ​ແລະ ກໍ່​ໄດ້​ປະຕິ​ເສ​ດ ການ​ເຊື້​ອ​ເຊີນ​ຂອງ ​ໄທ ​ໃຫ້​ເຂົ້າ​ຮ່ວ​ມກອງ​ປະຊຸມ​ສຸດ​ຍອດລະດັບພາ​ກພື້ນ ​ກ່ຽວ​ກັບບັນຫາ​ ຜູ້​ຍົກຍ້າຍ​ຖິ່ນ​ຖານ ​ໃນ​ວັນ​ທີ 27 ພຶດສະພາ​ນີ້.

Your browser doesn’t support HTML5

SE Asia Boat People

ທ່ານ Mohammed Nazmul Quaunine, ເອກ​ອັກ​ຄະ​ລັດຖະທູດ ບັງ​ກະລາ​ແດັສ ປະຈຳ​ ອິນ​ໂດ​ເນ​ເຊຍ ​ໄດ້ໄປ​ຢ້ຽມ​ຢາມ​ຊາວ​ອົບ​ພະຍົບ ບັງ​ກະລາ​ແດັສ ຈຳນວນ​ໜຶ່ງ ​ທີ່​ໄດ້​ເຂົ້າ​ຮອດ
ຝັ່ງ ​ເຊິ່ງປະຈຸ​ບັນກຳລັງ​ພັກ​ອາໄສ ຢູ່​ໃນ​ບ່ອນ​ພັກ​ພາ​ຊົ່ວຄາວ​ໃນ​ເມືອງ Langsa, ປ​ະ​ເທດ
ອິນ​ໂດ​ເນເຊຍ. ທ່ານຍັງໄດ້​ຮຽກຮ້ອງ​ໃຫ້ຫຼາຍ​ປະ​ເທດ​ ຮ່ວມ​ມືກັນ ຊື່​ງທ່ານ ​ກ່າວ​ວ່າ:

“ປະຈຸ ​ບັນເລື່ອງ​ນີ້​ໄດ້​ກາຍ​ເປັນ​ວິ​ກິດ​ການ​ທາງດ້ານ​ມະນຸດສະທຳ ​ແລະ ຄວາມ​ປອດ​ໄພ​ ທີ່​ຮ້າຍ​ແຮງ, ​ແລະ​ທາງ​ປະຊາ​ຄົມນາໆ​ຊາດ ຂ້າພະ​ເຈົ້າ​ຄິດ​ວ່າ​ ພວກ​ເຂົາເຈົ້າກໍ່​ກຳລັງ​ຫາທາງ ແກ້ໄຂ​ຢູ່, ​ຕອນ​ນີ້ ມີຊາວ​ອົບ​ພະຍົບ​ອີກ ຈຳນວນ​ຫຼວງຫຼາຍ​ ທີ່ຍັງ​ຕົກ​ຄ້າງຢູ່​ກາງ​ທະເລ ດັ່ງ​ນັ້ນ​ ເວ​ລາ​ນີ້ ພວກ​ເຮົາກໍ​ຕ້ອງ​ໄດ້ຊ່ອຍ​ຊີວິດພວກ​ເຂົາເຈົ້າກ່ອນ ​ແລ້ວ​ພວກ​ເຮົາ​ຈຶ່ງ​ຫາທາງ​ແກ້​ໄຂ ​ກົກ​ປາຍ​ສາ​ເຫ​ດຂອງ​ບັນຫາ​ນຳ​ກັນ.”

Your browser doesn’t support HTML5

SE Asia Boat People