ຊາວມາເລເຊຍຍາດກັນເກັບ ເງິນຫລຽນເຮ່ຍຢູ່ກາງທາງ

  • ສິງ ບູຣົມມະວົງ

ຊາວມາເລເຊຍມ່ວນຊື່ນໃນວັນສົ່ງທ້າຍປີເກົ່າ ໂດຍການສີດຫິມະທຽມໃສ່ກັນ ທີ່ເມືອງ Petaling Jaya, ໃກ້ໆກັບ Kuala Lumpur, ຄືນວັນທີ 31 ທັນວາ 2010. (AP Image)

ພວກ​ຂັບຂີ່​ຍວດ​ຍານພາຫະນະ​ຫລາຍ​ສິບ​ຄົນ​ ພາກັນ​ອອກ
ຈາກ​ລົດ​ຂອງ​ເຂົາ​ເຈົ້າ ແລ່ນໄປ​ຍາດເອົາ​ເງິນຢູ່ບົນ​ຖະນົນ
ຫລວງ​ສາຍ​ນຶ່ງ​ ທີ່​ມີລົດ​ອັ່ງ​ອໍ​ກັນ​ຫລາຍ​ທີ່​ສຸດຂອງ​ມາ​ເລ​ເຊຍ
ຫລັງ​ຈາກ​ລົດ​ບັນທຸກ​ເງິນ​ຄັນ​ນຶ່ງ ໄດ້ເກີດ​ອຸບັດ​ເຫດ​ທີ່ເຮັດ​
ໃຫ້ເງິນ​ຫລຽນ​ຈໍານວນຫລາຍ​ພັນ​ໂດ​ລາ​ແຕກ​ສະ​ອອກມາ ຕົກລົງ​ຢາຍຢູ່ຕາມ​ຖະໜົນ.

ເຈົ້າໜ້າທີ່​ມາ​ເລ​ເຊຍ ກ່າວ​ວ່າ ພວກ​ຂັບ​ຍວດ​ຍານພາຫາ
ນະ​ ພາກັນ​ຈອດ​ລົດຂອງ​ເຂົາ​ເຈົ້າ​ໄວ້​ຢ່າງ​ບໍ່​ເປັນ​ລະບຽບ​
ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ພາກັນ​ໄປ​ເກັບເອົາ​ເງິນ​ຫລຽນ
ຢູ່​ຕາມ​ຖະໜົນ​ ໃສ່​ຖົງ​ເສື້ອ​ຖົງ​ໂສ້ງ​ ​ໃສ່​ຖົງ​ຢາງ ​ໃສ່​ໃນ
ໝວກ​ກັນກະທົບ ​ຫລື​ສິ່ງ​ໃດ​ທີ່​ເຂົາ​ເຈົ້າ​ມີ. ລາຍ​ງານ​ຂ່າວ
ໃນ​ວັນ​ພຸດ​ມື້​ນີ້​ເວົ້າ​ວ່າມີ​ບາງຄົນ​ພາກັນ​ແລ່ນ​ຂ້າມທາງທີ່
ພວມມີລົດແລ່ນ​ໄປມາ​ໄວໆ ໂດຍ​ບໍ່​ຄໍານຶງ​ເຖິງ​ຄວາມ​ປອດ ໄພຂອງ​ຕົນ​ເອງ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ​ເງິນ​ອັດ​ເງິນ​ຫລຽນ​ທີ​ມີ​ມູນ​ຄ່າ​ຫລາຍ​ກວ່າ 20 ພັນ​ໂດ​ລາ
ໄດ້​ແຕກ​ສະ​ລົງໃສ່​ຖະໜົນຫລວງ North-South Expressway ຊຶ່ງ​ເປັນ​ນຶ່ງ​ຂອງ
ຖະໜົນຫລວງ​ທີ່ສຳຄັນສຸດຂອງ​ມາ​ເລ​ເຊຍ. ຄົນ​ຂັບ​ລົດ​ບັນທຸກ​ຄັນ​ນຶ່ງ ​ໄດ້​ເດີນທາງ
ກັບ​ເພື່ອນ​ຄົນ​ນຶ່ງຂອງລາວ​ ເພື່ອ​ໄປສົ່ງ​ເງິນ​ຫລຽນ​ໃຫ້​ຮ້ານ​ຄ້າ​ຕ່າງໆ ​ໃນ​ເມືອງ​ຕາກ
ອາກາດ Malacca ເວລາເກີດອຸບັດເຫດນັ້ນ.