ເຈົ້າໜ້າທີ່ມາເລເຊຍ ກຳລັງກະກຽມທີ່ຈະເນລະເທດ ຊາຍເກົາຫຼີຜູ້ນຶ່ງ ທີ່ໄດ້ຖືກຈັບໃນ ຖານສົງໄສວ່າ ມີສ່ວນພົວພັນກັບການເສຍຊີວິດຂອງທ້າວ Kim Jong Nam, ອ້າຍ ຕ່າງມານດາຂອງຜູ້ນຳເກົາຫຼີເໜືອ Kim Jong Un ໃນເດືອນແລ້ວນີ້.
ທ້າວ Ri Jon Choi ຊາຍໄວ 45 ປີ ໄດ້ຢູ່ໃນການຄຸມຂັງຂອງເຈົ້າໜ້າທີ່ມາເກືອບ 2 ສັບປະດາແລ້ວ ຫຼັງຈາກການໂຈມຕີທ້າວ Kim ໃນວັນທີ 13 ກຸມພາ ທີ່ສະໜາມບິນນາໆຊາດ Kuala Lumpur.
ພາບທີ່ຖ່າຍຈາກຈໍໂທລະພາບ ທີ່ສະແດງໃຫ້ເຫັນ ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ແລະອ້າຍຕ່າງມາດາ ທ່ານ Kim Jong Nam, ຊ້າຍ, ໃນສະຖານີລົດໄຟ ທີ່ນະຄອນ Seoul, ເກົາຫຼີໃຕ້, 14 ກຸມພາ, 2017
ອະທິໄອຍະການຂອງມາເລເຊຍ ທ່ານ Mohamed Apandi Ali ໄດ້ກ່າວໃນວັນ ພະຫັດມື້ນີ້ວ່າ ກຳນົດທີ່ທ້າວ Ri ສາມາດທີ່ຈະຖືກຄວບຄຸມຕົວໄວ້ໂດຍປາດສະຈາກການຟ້ອງຮ້ອງນັ້ນ ກຳລັງຈະໝົດເວລາແລ້ວ ແລະກໍບໍ່ທັນມີຫຼັກຖານພຽງພໍ ທີ່ຈະຟ້ອງຮ້ອງຜູ້ກ່ຽວໄດ້ ເພາະສະນັ້ນລາວຈຶ່ງຈະຖືກຂັບໄລ່ອອກຈາກປະເທດໃນວັນສຸກມື້ອື່ນນີ້.
ຜູ້ຕ້ອງສົງໄສ ທີ່ສຳຄັນ 2 ຄົນ ໃນຄະດີນີ້ ຊຶ່ງມີ ນາງ Siti Aisyah ຊາວອິນໂດເນເຊຍ ໄວ 25 ປີ ແລະນາງ Doan Thi Huong ໄວ 28 ປີ ຈາກ ຫວຽດນາມ ຖືກຟ້ອງຮອງໃນຂໍ້ຫາຄາດຕະກຳ ໃນວັນພຸດວານນີ້.
ພວກແມ່ຍິງທັງ 2 ຄົນ ບໍ່ໄດ້ຖືກຮ້ອງຂໍ ໃຫ້ຮັບສາລະພາບໃນຄະດີນີ້ ແຕ່ກໍກ່າວວ່າ ພວກເຂົາເຈົ້າເປັນຜູ້ບໍລິສຸດ ແລະເຊື່ອວ່າ ພວກເຂົາເຈົ້າແມ່ນໄດ້ເຂົ້າປະກອບສ່ວນໃນ ການສະແດງຕະຫລົກແນວໃດແນວນຶ່ງ ສຳຫຼັບລາຍການໂທລະພາບ. ພວກເຂົາເຈົ້າທັງສອງປະເຊີນກັບໂທດປະຫານຊີວິດ ຖ້າຫາກຖືກພົບເຫັນວ່າມີຄວາມຜິດ ແລະມີ ກຳນົດຈະກັບຄືນໄປຂຶ້ນສານອີກ ໃນເດືອນເມສານີ້.