ຊາວມຸສລິມເຜົ່າໂຣຮິງຢາ ຈາກມຽນມາ 450 ຄົນ ຂໍລີ້ໄພ ໃນມາເລເຊຍ

ຝຸງເຮືອຂອງ ຊາວມຸສລິມເຜົ່າໂຣຮິງຢາ ທີ່ພາກັນຫລົບໜີ ຈາກມຽນມາ ໃນເດືອນພະຈິກ ຜ່ານມາ.

ຕໍາຫລວດມາເລເຊຍເວົ້າວ່າ ພວກເຂົາເຈົ້າໄດ້ກັກຂັງພວກລີ້
ໄພຈາກມຽນມາ 450 ຄົນ ລຸນຫລັງພວກເຂົາເຈົ້າໄດ້ເຂົ້າໄປ ໃນມາເລເຊຍຢ່າງຜິດກົດໝາຍ.

ເຈົ້າໜ້າທີ່ຕໍາຫລວດຄົນນຶ່ງຢູ່ເທິງເກາະ Langkawi ທາງພາກ
ເໜືອຂອງມາເລເຊຍ ເວົ້າວ່າ ຊາວມຸສລິມເຜົ່າໂຣຮິງຢາ ໄດ້ໄປ ເຖິງທີ່ນັ້ນໃນວັນອາທິດຜ່ານມານີ້ ລຸນຫລັງທີ່ໄດ້ຂີ່ເຮືອໄມ້ມາ
ເປັນເວລາເກືອບ 2 ອາທິດ.

ເຈົ້າໜ້າທີ່ເວົ້າອີກວ່າ ຕົນບໍ່ຮູ້ວ່າ ພວກຢາກລີ້ໄພກຸ່ມນີ້ຈະໄດ້ຮັບ
ອານຸຍາດໃຫ້ຢູ່ຫລືບໍ່. ພວກກ່ຽວຖືກກັກຂັງໄວ້ ໃນຂະນະທີ່ທາງ
ການທໍາການສອບສວນ ກໍລະນີຂອງພວກເຂົາເຈົ້າ.

ຊາວໂຣຮິງຢາບໍ່ໄດ້ຮັບສະຖານະພາບເປັນຊົນກຸ່ມນ້ອຍຢູ່ໃນມຽນມາ. ຫລາຍຄົນຢູ່ໃນ ມຽນມາຖືພວກເຂົາເຈົ້າວ່າ ເປັນພວກເຂົ້າເມືອງຜິດກົດໝາຍຈາກບັງກລາແດັສ ແລະ ບໍ່ຮັບເອົາພວກເຂົາເຈົ້າ.

ຄວາມເຄັ່ງຕຶງລະຫວ່າງປະຊາຄົມຊາວພຸດ ແລະຊາວມຸສລິມຢູ່ໃນລັດຣາໄຄນ໌ ຂອງມຽນມາ ໄດ້ກາຍມາເປັນການກໍ່ຄວາມຮຸນແຮງທີ່ຮ້າຍແຮງ ໃນຊຸມເດືອນຜ່ານມານີ້.

ເກືອບຮອດ 200 ຄົນຖືກສັງຫານ ຢູ່ທັງສອງຝ່າຍ ແລະຫລາຍກວ່າ 1 ແສນຄົນ ໄດ້ອົບ ພະຍົບໜີອອກຈາກບ້ານເຮືອນຂອງຕົນ ຊຶ່ງສ່ວນຫລາຍແມ່ນຊາວມຸສລິມເຜົ່າໂຣຮິງຢາ.

ເມື່ອມໍ່ໆມານີ້ ຫົວໜ້າວ່າດ້ວຍມະນຸດສະທໍາສໍາລັບສະຫະປະຊາຊາດ ທ່ານນາງ Valerie Amos ໄດ້ໄປຢ້ຽມຢາມພວກສູນອົບພະຍົບໃນລັດຣາໄຄນ໌ ເປັນເວລາ 4 ວັນ. ທ່ານນາງ
ເວົ້າວ່າ ສະພາບການເປັນຢູ່ ໃນສູນເຫລົ່ານັ້ນ ແມ່ນລວມຢູ່ໃນພວກທີ່ຂີ້ຮ້າຍທີ່ສຸດ ທີ່ທ່ານ
ນາງເຄີຍເຫັນມາ.