ມາເລເຊຍ ຄົ້ນພົບ 139 ສົບ ຖືກຝັງ ຢູ່ຊາຍແດນ ຕິດກັບ ໄທ

ທະຫານເຮືອ ມາເລເຊຍ ກຳລັງຢືນຍາມຢູ່ເທິງເຮືອ ໃນພາລະກິດ ການຄົ້ນຫາ ແລະ ກູ້ໄພຊາວ ໂຣຮິງຢາ ທີ່ ລັງກາວີ, ມາເລເຊຍ. 28 ພຶດສະພາ 2015

ຮອງ​ລັດຖະມົນ​ຕີ​ກະຊວງ​ພາຍ​ໃນ​ຂອງ​ ມາ​ເລ​ເຊຍ ​ໄດ້​ກ່າວ​ວ່າ ລັດຖະບານ​ເຊື່ອ​ວ່າ​ສົບ​ຂອງ​ 139 ຄົນ​ແມ່ນ​ໄດ້​ຖືກ​ຝັງ​ຢູ່​ໃນຂຸມຝັງ​ສົບ​ລວມໝູ່ ທີ່​ຖືກ​ຄົ້ນ​ພົບ​ຢູ່​ໃນສະ​ຖານ​ທີ່ສອກຫລີກຫ່າງໄກຂອງ​ປະ​ເທ​ດທີ່​ມີ​ຊາຍແດນ​ຕິດ​ກັບ ​ໄທ

ທ່ານ Wan Junaidu Tuanku Jaafar ​ໄດ້​ຖະ​ແຫຼງຕໍ່​ນັກ​ຂ່າວໃນ​ວັນພະຫັດ​ມື້​ນີ້ວ່າ ນັກ​ສືບສວນສອບ​ສວນ​ເຊື່ອ​ວ່າ ໃນ​ແຕ່ລະຂຸມຝັງ​ສົບ​ຈະ​ມີ​ຢູ່​ໜຶ່ງສົບ ​ແທນ​ທີ່​ຈະ​ເປັນຫຼາຍ​ສົບ ຕາມ​ທີ່​ໄດ້​ສົງ​ໄສ​ໃນ​ເບື້ອງຕົ້ນ​.

ທ່ານ​ໄດ້​ກ່າວ​ວ່າແຕ່​ລະ​ສົບ ໄດ້​ຖືກ​ສົງ​ໄສ​ວ່າ​ມີ​ສ່ວນ​ພົວພັນ​ກັບ​ການ​ຄ້າ​ມະນຸດ, ​ເຊິ່ງຖືກ​ຫໍ່​ຫຸ້ມ​ດ້ວຍ​ຜ້າ ​ແລະ ຖືກຝັງ​ຕາມ​ປະ​ເພນີ​ທາງ​ສາ​ສະໜາ​ຂອງ ມຸສລິ​ມ.

ຜູ້ບັນຊາການຕຳ​ຫຼວ​ດ​ແຫ່ງ​ຊາດ​ຂອງ​ ມາ​ເລ​ເຊຍ ທ່ານ Khalid Abu Bhakar ​ໄດ້​ປະກາດ​ການ​ຄົ້ນ​ພົບ​ສົບ​ຄັ້ງ​ທຳ​ອິດໃນ​ວັນ​ຈັນ​ທີ່​ຜ່ານ​ມາ, ໂດຍ​ກ່າວ​ວ່າ​ ພວກ​ເຂົາ​ໄດ້​ພົບ​ເຫັນ 28 ​ແຫ່ງ​ ທີ່ສົງໄສເປັນຄ້າຍຂອງ ພວກ​ຄ້າ​ມະນຸດ​ ທີ່​ເບິ່ງ​ຄື​ວ່າ​ ຈະ​ເປັນ​ບ່ອນ​ຢູ່​ສຳລັບ​ 20 ຫາ 300 ຄົນ​ໃນແຕ່ລະ​ຄ້າຍນັ້ນ.

ການ​ຄົ້ນ​ພົບ​ບັນດາ​ຄ້າຍ ​ແລະ ຂຸມ​ຝັງ​ສົບດັ່ງກ່າວ ເຊິ່ງມີຂຶ້ນຫລັງຈາກທີ່ໄດ້ຄົ້ບພົບສະຖານ ທີ່ແຫ່ງນຶ່ງທີ່​ຄ້າຍຄື​ກັນ​ໃນ​ຕົ້ນ​ຂອງ​ເດືອນນີ້​ ໃນ​ຟາກ​ຊາຍ​ແດນ​ຂອງ ​ໄທ.

ເຂດ​ເອ​ເຊຍ​ ຕາ​ເວັນ​ອອກສຽງ​ໃຕ້​ ແມ່ນ​ກຳລັງ​ຕໍ່ສູ້​ກັບ​ວິ​ກິດ​ການ​ ທາງ​ດ້ານ​ມະ​ນຸດ​ສະ​ທຳ ເຊິ່ງມີ​ປະຊາ​ຊົນຫຼາຍພັນ​ຄົນ​ ຖືກ​ເຄື່ອນ​ຍ້າຍ​ຢ່າງ​ຜິດ​ກົດໝາຍ​ຈາກ ມຽນມາ ​ແລະ ບັງ​ກລາ​ແດັສ ​ເຂົ້າ​ສູ່ ມາ​ເລ​ເຊຍ ​ແລະ ອິນ​ໂດ​ເນ​ເຊຍ ​ໂດ​ຍຜ່ານ​ທາງ ​ໄທ​.