ບັນດາເຈົ້າໜ້າທີ່ ມາລາວີ ກ່າວວ່າ ປະເທດຂອງເຂົາເຈົ້າມີອັດຕາຜູ້ເປັນໂຣກມະເຮັງ
ປາກມົດລູກ ທີ່ສູງທີ່ສຸດໃນໂລກ ພ້ອມກັບມີຜູ້ຊ່ຽວຊານ ດ້ານເນື້ອງອກຂອງຮ່າງກາຍ
ພຽງສອງຄົນ ເທົ່ານັ້ນທີ່ເຮັດວຽກໃນປະເທດທີ່ມີປະຊາກອນ 17 ລ້ານຄົນນັ້ນ. ໃນ
ຄວາມພະຍາຍາມທີ່ຈະຫຼຸດຜ່ອນການຕາຍຈາກໂຣກມະເຮັງປາກມົດລູກທີ່ວ່ານັ້ນ,
ລັດຖະບານ ມາລາວີ ໄດ້ເປີດໂຄງການສັກຢາຂະໜາດໃຫຍ່ ຕ້ານໄວຣັສ ປາປີໂລມາ
ໃນມະນຸດ, ທີ່ເປັນສາເຫດຂອງໂຣກມະເຮັງປາກມົດລູກ. ໂຄງການດັ່ງກ່າວ ແນເປົ້າ
ໃສ່ພວກເດັກຍິງອາຍຸລະຫວ່າງ 9 ຫາ 14 ປີ. ນັກຂ່າວ ລາເມັກ ມາຊິນາ ມີລາຍງານ
ຈາກເມືອງ ແບລນທາຍ (Blantyre), ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະ
ເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ໂຄງການປ້ອງກັນຂະໜາດໃຫຍ່ ໄດ້ມີຂຶ້ນລຸນຫຼັງການພະຍາຍາມທົດລອງໃນສອງ
ເມືອງ ລະຫວ່າງປີ 2013 ຫາ 2015.
ໂຄງການດັ່ງກ່າວດຳເນີນດ້ວຍເງິນທຶນຈາກພັນທະມິດໂລກ ກ່ຽວກັບ ຢາວັກຊີນ ແລະ
ຄາດວ່າຈະເຂົ້າເຖິງເດັກຍິງໜຸ່ມ 1 ລ້ານ 5 ແສນຄົນໃນທົ່ວປະເທດ.
ອົງການ UNICEF ຂອງສະຫະປະຊາຊາດ ກໍແມ່ນນຶ່ງໃນຫຼາຍອົງການທີ່ປະຕິບັດ
ໂຄງການດັ່ງກ່າວ.
ທ່ານ ສຕີຟ ມາເຈໂຊ ແມ່ນຜູ້ຊ່ຽວຊານດ້ານການປ້ອງກັນໂຣກ ສຳລັບອົງການ
UNICEF ໃນປະເທດ ມາລາວີ.
ທ່ານ ມາເຈໂຊ ກ່າວວ່າ “ໂຣກດັ່ງກ່າວ ຈະເລີ່ມຂຶ້ນ ຕອນເຈົ້າມີການພົວພັນທາງເພດ
ແລະ ຕິດແປດກັບຫຼາຍຢ່າງ ທີ່ພວກເຮົາເອີ້ນວ່າ ໄວຣັສ ປາປີໂລມາ ໃນມະນຸດ ຫຼື
HPV ເຊິ່ງແມ່ນສາເຫດຂອງການເປັນໂຣກມະເຮັງຢ່າງຊ້າໆ, ໃນໄລຍະເວລາຍາວ.
ສະນັ້ນພວກເຮົາຈຶ່ງພະຍາຍາມທີ່ຈະເຂົ້າຫາພວກເດັກຍິງແຕ່ຕົ້ນໆ ກ່ອນເຂົາເຈົ້າມີ
ເພດສຳພັນຄັ້ງທຳອິດ ສະນັ້ນເມື່ອເຂົາເຈົ້າໄດ້ສຳພັດກັບໄວຣັສ ປາປີໂລມາໃນມະນຸດ
ນັ້ນ, ໄວຣັສດັ່ງກ່າວກໍຈະບໍ່ເຮັດໃຫ້ເປັນໂຣກມະເຮັງຍາມເຂົາເຈົ້າໃຫຍ່ຂຶ້ນ.”
ອົງການອື່ນໆທີ່ສະໜັບສະໜູນໂຄງການດັ່ງກ່າວແມ່ນ ອົງການອະນາໄມໂລກ ແລະ
ອົງການເຂົ້າເຖິງການປິ່ນປົວສຸຂະພາບ ຄລິນຕັນ.
ບັນດາຜູ້ຊ່ຽວຊານດ້ານສຸຂະພາບເວົ້າວ່າ ໂຣກມະເຮັງປາກມົດລູກ ເປັນສາເຫດຂອງ
ການຕາຍຈາກໂຣກມະເຮັງທີ່ຫຼາຍທີ່ສຸດ ໃນບັນດາແມ່ຍິງໃນປະເທດ ມາລາວີ.
ດຣ. ລີໂອ ມາຊຳບາ ແມ່ນນຶ່ງໃນຜູ້ຊ່ຽວຊານດ້ານເນື້ອງອກຂອງຮ່າງກາຍພຽງສອງ
ຄົນໃນ ມາລາວີ.
ທ່ານ ມາຊຳບາ ກ່າວວ່າ “ສຳລັບທົ່ວປະເທດ ມາລາວີ, ພວກເຮົາເວົ້າ ກ່ຽວກັບ ກໍລະນີ
ໃໝ່ເກືອບ 3,600 ກໍລະນີທຸກໆປີ. ແລະ ແມ່ຍິງພວກນີ້ຫຼາຍກວ່າ 2,000 ຄົນໄດ້ເສຍ
ຊີວິດຈາກໂຣກມະເຮັງປະເພດນີ້ທຸກປີ. ນີ້ແມ່ນຕົວເລກທີ່ສູງທີ່ສຸດຂອງກໍລະນີໂຣກ
ມະເຮັງປາກມົດລູກໃນໂລກ.”
ທ່ານ ມາຊຳບາ ກ່າວວ່າ ການສັກຢາ HPV ບໍ່ແມ່ນສິ່ງທີ່ ມາລາວີ ສາມາດເວົ້າໂອ້ອວດ
ໄດ້ໃນເວລານີ້ ເພາະວ່າຜົນທີ່ອອກມາຈະສາມາດຮູ້ໄດ້ໃນໄລຍະ 30 ປີຫຼັງຈາກນັ້ນ.
ທ່ານ ມາຊຳບາ ເວົ້າວ່າ “ໃນຂະນະທີ່ພວກເຮົາລໍຖ້າພວກມັນ 10 ຫາ 30 ປີນັ້ນ, ມັນ
ຈະຍັງມີກໍລະນີມະເຮັງປາກມົດລູກຂ້ອນຂ້າງຫຼາຍ ຈາກຄົນຜູ້ທີ່ໄດ້ຕິດໄວຣັສ HPV
ຕອນນີ້. ພວກເຮົາຕ້ອງຮັບປະກັນວ່າ ການປິ່ນປົວແມ່ນຍັງຄົງມີຢູ່ ແລະ ການປິ່ນປົວ
ອື່ນໆ ຄືການບັນເທົານັ້ນຈະຍັງມີຢູ່.”
ທ່ານນາງ ເລີຟເນັສ ຄາລານດາ ເວົ້າວ່າ ລາວດີໃຈຫຼາຍທີ່ລູກສາວອາຍຸ 9 ປີຂອງລາວ
ໄດ້ຮັບການສັກຢາ.
ທ່ານນາງ ຄາລານດາ ກ່າວວ່າ “ຂ້າພະເຈົ້າຫວັງວ່າຖ້າມັນເປັນໄປໄດ້, ລັດຖະບານ
ຄວນພິຈາລະນາສັກຢາໃຫ້ແມ່ຍິງ ທີ່ມີອາຍຸສູງກວ່າຄືພວກເຮົາ ເພາະວ່າ ໂຣກນີ້ມັນ
ເລືອກບໍ່ໄດ້. ສະນັ້ນ ມັນຈຶ່ງຈະມີທາງອື່ນ ໃນການປົກປ້ອງແມ່ຍິງທີ່ແກ່ກວ່າຈາກໂຣກ
ດັ່ງກ່າວນີ້.”
ທ່ານ ໂຈນາທັນ ຈິວານດາ ແມ່ນຜູ້ປະສານງານໂຣກມະເຮັງແຫ່ງຊາດໃນກະຊວງສາ
ທາລະນະສຸກ.
ທ່ານໄດ້ບອກບັນດານັກຂ່າວໃນນະຄອນຫຼວງ ລີລອງເວ ວ່າມາດຕະການຕ່າງໆແມ່ນ
ພ້ອມແລ້ວທີ່ຈະປາບປາມໂຣກນັ້ນ.
ທ່ານ ຈິວານດາ ໄດ້ກ່າວວ່າ “ຕະຫຼອດມາພວກເຮົາໄດ້ທຳການຜ່າຕັດ, ພວກເຮົາໄດ້
ສະເໜີ ໃຫ້ມີການໃຊ້ເຄມີບຳບັດ. ພວກເຮົາຍັງໄດ້ຮັບຢາຕ້ານໄວຣັສ ດ້ວຍການຊ່ວຍ
ເຫຼືອຈາກຢາສຳລັບໂຣກມະເຮັງໃນເສັ້ນເລືອດ.”
ທ່ານໄດ້ກ່າວວ່າ ລັດຖະບານຈະເປີດສູນໂຣກມະເຮັງແຫ່ງທຳອິດໃນນະຄອນ ຫຼວງ
ລີລອງເວ ໄວໆນີ້, ເຊິ່ງຈະສະໜອງການຮັກສາໂຣກດ້ວຍລັງສີ ແລະ ການປິ່ນປົວອື່ນໆ
ໃຫ້ຄົນໄຂ້ທີ່ເປັນໂຣກມະເຮັງ.