ກະໂປະໝາກພ້າວ ແລະແກ່ນໝາກມ່ວງ ສາມາດໃຊ້ຜະລິດໄຟຟ້າໄດ້ (ເບິ່ງວີດີໂອ ຮຽນພາສາອັງກິດໄປພ້ອມ)

  • ສຕີຟ ບາຣາໂກນາ
    ບົວສະຫັວນ
ອົງການສະຫະປະຊາຊາດ​ເພື່ອການພັດທະນາ ຫລື UNDP ເວົ້າວ່າ ຄົນຈໍານວນ 1500 ລ້ານຄົນ ແມ່ນບໍ່ມີໄຟຟ້າໃຊ້ ຊຶ່ງກໍໝາຍຄວາມວ່າ ໃນຫລາຍໆຢ່າງນັ້ນ ເດັກນ້ອຍນັກຮຽນ ຈໍານວນ​ຫລວງຫລາຍ ຕ້ອງ​ໄດ້​ງົມ​ມືດ​ເຮັດ​ການບ້ານ. ແຕ່ວ່າເຂດຊົນນະບົດທີ່ທຸກຍາກ ບາງ ບ່ອນທີ່ຂາດໄຟຟ້າໃຊ້ ອາດພົບວ່າ ພວກເຂົາເຈົ້າສາມາດຜະລິດໄຟຟ້າ​ໃຊ້​ໄດ້ ໂດຍໃຊ້ບາງສິ່ງ ບາງຢ່າງ ທີ່ພວກເຂົາເຈົ້າມີຫລາຍ ເຊັ່ນ ກະໂປະໝາກພ້າວແລະ​ແກ່ນໝາກໄມ້ບາງຊະນິດ. ບົວສະຫວັນມີ​ລາຍ​ງານ​ກ່ຽວ​ກັບເລື້ອງນີ້ ມາສະເໜີທ່ານ ຈາກ​ລາຍ​ງານຂອງ​ພະ​ແນ​ກພາ​ສາ​ອັງກິດ​ພິ​ເສດ​ຂອງ​ວີ​ໂອ​ເອ.

ເບິ່ງວີດີໂອລາຍງານ ແລະຮຽນພາສາອັງກິດໄປພ້ອມ:

ທ່ານ ເຊັດ ດີໂບລທ໌ (Seth DeBolt) ເປັນນັກວິທະຍາສາດດ້ານພຶກສາຊາດ ທີ່ມະຫາວິທະ
ຍາໄລ ເຄັນທັກກີ (Kentucky) ໃນສະຫະລັດ. ທ່ານແລະນັກຄົ້ນຄວ້າຄົນອື່ນໆ ຢາກຊອກ
ຫາແຫລ່ງເຊື້ອໄຟ ມາໃຫ້ແກ່ພວກຄົນທຸກຈົນ ຢູ່ໃນເຂດຊົນນະບົດຂອງ ບັນດາປະເທດກໍາລັງ
ພັດທະນາ
ເພື່ອໃຊ້ເຮັດໄຟຟ້າ.

ອົງການສະຫະປະຊາຊາດ​ເພື່ອການພັດທະນາ ຫລື UNDP ເວົ້າວ່າ ຄົນຈໍານວນ 1500
ລ້ານຄົນ ແມ່ນບໍ່ມີ ໄຟຟ້າ ໃຊ້. 1 ພັນຄົນ ມີໄຟຟ້າໃຊ້ ແຕ່ກໍບໍ່ມີແຫລ່ງສະໜອງກະແສໄຟ
ອັນໝັ້ນຄົງ.

ສາດສະດາຈານ ດີໂບລທ໌ ໄດ້ເດີນທາງໄປຍັງເຂດຊົນນະບົດຂອງອິນໂດເນເຊຍ ເພື່ອດໍາເນີນ
ການສຶກສາຄົ້ນຄວ້າ. ທ່ານໄດ້ພົບວ່າ ໃນແຕ່ລະແຫ່ງຫົນທີ່ທ່ານໄປ ແມ່ນ​ບໍ່​ໄດ້​ມີ​ການ​ປ່ອຍ​
ໃຫ້​ຜະລິດຕະຜົນກະສິກໍາ ​ສູນເສຍ​ໄປ​ໂດຍ​ເປົ່າ​ປະ​ໂຫຍ​ດ. ທຸກສິ່ງທຸກຢ່າງທີ່ຊາວກະສິກອນ
ປູກແມ່ນຖືກນໍາມາໃຊ້ເຮັດບາງສິ່ງບາງຢ່າງ. ແມ່ນແຕ່ສິ່ງເສດເຫລືອຈາກໝາກໄມ້ທີ່ຄົນບໍ່ກິນ
ນັ້ນ ກໍເອົາ​ໄປເຮັດເປັນອາຫານໄກ່.

ການມີສິ່ງເສດເຫລືອໜ້ອຍ ກໍໝາຍຄວາມວ່າ ມີສິ່ງຂອງສໍາລັບໃຊ້ໃນການເຮັດເຊື້ອໄຟໄດ້
ໜ້ອຍ. ການປູກພືດອັນອື່ນອີກຕ່າງຫາກ ເພື່ອເຮັດ​ເຊື້ອ​ໄຟ ກໍຈະເປັນການເອົາດິນທີ່ໃຊ້
ປູກພືດເປັນອາຫານນັ້ນໄປປູກອັນອື່ນ ຊຶ່ງເປັນສິ່ງທີ່ສາດສະດາຈານ ດີໂບລທ໌ ບໍ່ຢາກເຮັດ.
ທ່ານອະທິບາຍວ່າ:

“ພວກ​ປະຊາຊົນທີ່ມີຄວາມສ່ຽງຫລາຍທີ່ສຸດ ຕໍ່ການມີຄວາມທຸກຈົນທາງດ້ານ
ພະລັງງານ ປົກກະຕິແລ້ວ ກໍແມ່ນພວກດຽວ​ກັນ​ ກັບພວກທີ່ມີບັນຫາຄວາມບໍ່
ໝັ້ນຄົງດ້ານອາຫານ ດັ່ງທີ່ເຫັນນັ້ນແລ້ວ. ແລະເພາະສະນັ້ນ ການປ່ຽນແປງໃດໆ ​
ໃນ​ດ້ານ​ປະລິ​ມານ​ຂອງອາຫານ ທີ່​ມີ​ຢູ່​ນັ້ນ ກໍ​ແມ່ນຈະເປັນຜົນຮ້າຍທີ່ສຸດ ຕໍ່ຄົນ
ກຸ່ມນັ້ນ.”

ໝາກມ່ວງທີ່ສາມາດເອົາແກ່ນມັນໄປຜະລິດໄຟຟ້າໄດ້

ແຕ່ວ່າ ທ່ານກໍໄດ້ພົບສິ່ງ
ຂອງສອງຢ່າງ ທີ່ມີແຫລ່ງ
ສະໜອງຢ່າງຫລວງຫລາຍ

ແລະຈະບໍ່ກໍ່ໃຫ້ມີການແຂ່ງ
ຂັນກັນລະຫວ່າງອາຫານ
ແລະເຊື້ອໄຟ. ສອງ​ສິ່ງ​ນັ້ນ
​ກໍ​ຄື ກະໂປະໝາກພ້າວ
ແລະແກ່ນໝາກມ່ວງ ທີ່
ໂດຍທົ່ວໄປແລ້ວ ແມ່ນຖືກ
ໂຍນຖິ້ມ
. ແຕ່ສາດສະດາ
ຈານ DeBolt ເວົ້າວ່າ ກະໂປະໝາກພ້າວ ແລະແກ່ນໝາກມ່ວງ ມີພະລັງງານຝັງຢູ່ນໍາ
ຢ່າງຫລວງຫລາຍ. ທ່ານກ່າວວ່າ ສິ່ງຂອງພວກນີ້ ມີຄຸນຄ່າອັນ "ດີເລີດ" ໃນການສ້າງ
ອາຍ​ຮ້ອນ ຊຶ່ງທ່ານສົມທຽບໃສ່ກັບຖ່ານຫີນ ທີ່ມີຄຸນນະພາບຕໍ່າ ຫາປານ​ກາງ.

ໝາກ ແຊຣີ (cherries) ມີແກ່ນມົນໆຢຸ່ທາງໃນ.

ແກ່ນໝາກໂອລິຟ, ໝາກພີຈ,
ໝາກແຊຣີ ຫລື ກາບໝາກບົກ
-ອາລ​ເມິ​ນ ຫລືໝາກກໍ່-ວອລນັດ
ກໍ​ມີ​ຄຸນ​ນະ​ປະ​ໂຫຍ​ດ​ແບບ​ດຽວ​
ກັນ. ສິ່ງທີ່ຕ້ອງການກໍຄື ວິທີ
ປ່ອຍພະລັງງານອອກມາຈາກ
​ຂອງ​ພວກ​ນີ້.

ທ່ານ ເຊັດ ດີໂບລທ໌ ກ່າວ
ອີກວ່າ ບໍລິສັດນຶ່ງຢູ່ອິນເດຍ
ທີ່ຊື່ວ່າ Husk Power
Systems ກໍາລັງໃຊ້ເຄື່ອງ
ປັ່ນໄຟຟ້າ
ນ້ອຍ ຢູ່ໃນໝູ່ບ້ານຕ່າງໆ ເພື່ອຜະລິດໄຟຟ້າຈາກເປືອກເຂົ້າ ຫລື​ຂີ້​ແກບ. ຂັ້ນຕອນ
ທີ່​ນໍາ​ໃຊ້ນັ້ນເອີ້ນວ່າ ການເຮັດໃຫ້ເປັນອາຍ​ແກັສ ຫລື gasification. ການຈູດ​ເຜົາວັດຖຸ​ຈາກ
​ຕົ້ນພືດ ຢູ່ໃນຫ້ອງທີ່ມີທາດອັອກຊີເຈນຕໍ່າ ຈະປ່ອຍອາຍແກັສອອກມາ. ​ແລະ​ອາຍ​ແກັສທີ່​ວ່າ
​ນີ້ ກໍສາມາດ​ເອົາ​ໄປ​ໃຊ້​ເປັນ​ເຊື້ອ​ໄຟ​ ແລ່ນເຄື່ອງຈັກທີ່ປັ່ນກົງ​ຫັນຜະລິດໄຟຟ້ານັ້ນໄດ້.

ສາດສະດາຈານ ດີໂບລທ໌ ກ່າ​ວວ່າ ທ່ານແລະທີມງານຂອງທ່ານເຫັນວ່າ ມີຄວາມເປັນໄປໄດ້​
ໃນ​ການ​ຜະລິດພະລັງງານ ຈາກກະ​ໂປະໝາກພ້າວ ແລະ​ແກ່ນໝາກມ່ວງ.

ທ່ານ ເຊັດ ດີໂບລທ໌ ເວົ້າວ່າ “ພືດພວກນີ້ ແມ່ນປູກຢູ່ໜີ້ ແລະທີ່ນີ້ກໍເປັນເຂດທີ່ມີ
ຄວາມສາມາດ​ບົ່ມ​ຊ້ອນ ທີ່ຈະເຮັດໃຫ້ຄວາມທຸກຈົນທາງພະລັງງານຖືກຜ່ອນ​ເບົາ
​ລົງ​ໄດ້ ຢ່າງໜ້ອຍກໍ​ໃນລະດັບໃດລະດັບນຶ່ງ ໂດຍການໃຊ້ລະບົບການຜະລິດ
ຂະໜາດນ້ອຍເຫລົ່ານີ້.”

ທີ​ມຄົ້ນຄວ້າຂອງ​ທ່ານ ດີໂບລທ໌ ຫາກໍພິມລາຍງານການສຶກສາຄົ້ນຄວ້າຂອງພວກເຂົາເຈົ້າ
ອອກ​ເຜີຍ​ແຜ່ ຢູ່ໃນບົດບັນທຶກຂອງສະ​ຖາ​ບັນສຶກສາວິທະຍາສາດແຫ່ງຊາດ ຫລື
Proceedings of the National Academy of Sciences. ລາຍງານເວົ້າວ່າ ລະບົບ
ການຜະລິດຂະໜາດນ້ອຍເຫລົ່ານີ້ ສາມາດສະໜອງພະລັງງານ​ໃຫ້ໄດ້ ຫລາຍເຖິງ 13%
ຂອງຄວາມຕ້ອງການພະລັງງານຂອງປະເທດ ເຊັ່ນອິນໂດເນເຊຍນັ້ນ. ປະເທດໃນເຂດຮ້ອນ
ອື່ນໆ ທີ່ປູກໝາກພ້າວ, ໝາກມ່ວງ ແລະໝາກໄມ້ທີ່ມີລັກສະນະຄ້າຍກັນນີ້ ​ໃນ​ຈໍານວນ​
ຫລວງຫລາຍ ກໍສາມາດໄດ້ຮັບຜົນປະໂຫຍດແບບດຽວກັນ.

ແຕ່ຢ່າງໃດກໍຕາມ ສາດສະດາຈານ ດີໂບລທ໌ ກ່າວວ່າ ວິທີນີ້ກໍບໍ່ແມ່ນວິທີການແກ້ບັນຫາ
ອັນດີເລີດດອກ. ມັນຍັງມີບັນຫາທາງດ້ານເຕັກນິກຫລານຍຢ່າງ ເຊັ່ນວ່າ ຈະຈັດການ
​ແນວໃດຈຶ່ງ​ຈະ​ປອດ​ໄພກັບເສດຂີ້ເຫຍື້ອ ທີ່ເປັນອັນຕະລາຍ ທີ່ລະບົບການຜັນປ່ຽນໄປ
ເປັນອາຍແກັສ ອາດຜະລິດຂຶ້ນມາ​ໄດ້ນັ້ນ. ແລະມັນກໍຕ້ອງມີເງິນທຶນອີກ ເພື່ອຈະໃຫ້
ໂຄງການເຫລົ່ານີ້ ເລີ້ມຕົ້ນຂຶ້ນໄດ້.

ແລະນັ້ນ ກໍຄືລາຍງານການກະສິກໍາຂອງວີ​ໂອ​ເອ ພະ​ແນ​ກພາ​ສາ​ອັງກິດ​ພິ​ເສດ ຫລື
VOA Special English ສໍາລັບ​ທ່ານ​ທີ່​ຕ້ອງການ​ຮຽນພາສາ​ອັງກິດ.