ພາຍຸໃຫຍ່ ລະດູ​ໜາວ​ ອາດຈະລົບກວນ ການເດີນທາງ ໃນວັນພັກ ຂອງ ສຫລ

ຜູ້ຊາຍຄົນນຶ່ງ ຖືຖັງນ້ຳມັນ ຍ່າງໄປຕາມທາງ Como Park ໃນເມືອງ Lancaster ລັດນິວຢອກ ໃນຂະນະທີ່ຫລຽວເບິ່ງ ລົດຕູ້ຂະໜາດນ້ອຍ ຂັບກາຍໄປ ໂດຍມີຫິມະ ກອງຢູ່ເທິງຫຼັງຄາ ວັນທີ 20 ພະຈິກ 2014.

ມື້​ທີ່ມີຄົນ​ເດີນ​ທາງ ​ຫຼາຍ​ທີ່​ສຸດ​ປະຈຳ​ປີ ອາດ​ຈະ​ບໍ່​ສະດວກ​ປາ​ນໃດ
​ສຳ​ຫລັບ ຊາວ​ອາ​ເມຣິກັນ ຫຼາຍລ້ານ​ຄົນ ​ໃນ​ວັນ​ພຸດ​ມື້​ນີ້.

ພາຍຸລະດູ​ໜາວ​ໃຫຍ່ຫົວນຶ່ງ ທີ່​ເອີ້ນ​ວ່າ nor’easter ​ແມ່ນມີການ
​ທຳນາຍວ່າ​ ຈະ​ພັດ​ຖະຫຼົ່ມເຂດແຄມຝັ່ງ​ທະ​ເລ ກ້ຳ​ຕາ​ເວັນອອກ
ຂອງສະຫະລັດ ແຕ່ ລັດ Maine ລົງໄປຫາ ລັດ North Carolina
ຊຶ່ງກົງ​ກັບ​ມື້​ ທີ່​ຊາວ​ອາ​ເມຣິກັນ​ທັງຫຼາຍ ພາກັນອອກ​ເດີນທາງ​ ໂດຍ
ທາງລົດ ທາງ​ລົດ​ໄຟ ​ແລະ ທາງ​ອາກາດ ສຳ​ຫລັບວັນ​ພັກເທດສະ
ການຂອບຄຸນພະເຈົ້າ ຫລື Thanksgiving ໃນວັນ​ພະຫັດ ມື້​ອື່ນ​ນີ້.

ບັນດານັກພະຍາກອນອາກາດກ່າວ​ວ່າ ​ໃນຂົງ​ເຂດ​ແຄມ​ຝັ່ງທະເລຂອງ ​ສະຫະລັດ ອາດຈະມີ
ຝົນຕົກ​ໜັກ ​ແລະ ລົມ​ແຮງ ​ໃນ​ຂະນະ​ດຽວ​ກັນ ບາງ​ບໍລິ​ເວນ​ ຢູ່​ທາງ​ພາກ​ຕາ​ເວັນ​ຕົກ ກໍອາດຈະ​ມີຫິມະ​ຕົກ ຫຼາຍ​ເຖິງ 40 ຊັງ​ຕີ​ແມັດ.

ບັນດາ​ເມືອ​ງ​ໃຫຍ່ໆ ລວມທັງ Boston, New York ​ແລະ Philadelphia ຈະ​ໄດ້​ຮັບ​ຜົນ​ກະທົບ ຈາກ​ພາຍຸ​ດັ່ງກ່າວ​ເຊັ່ນ​ກັນ.

ບັນດາ​ຜູ້​ເດີນທາງ ​ໄດ້​ຖືກ​ເຕືອນ ​ໃຫ້ເລີ້ມອອກ​ເດີນທາງ​ຕັ້ງແຕ່​ຫົວທີ ​ແລະ ຄາດ​ຫວັງ​ວ່າ ຈະ​ມີ​ການ​ຊັກ​ຊ້າ ຢູ່​ຕາມ​ສະໜາມ​ບິນ​ຫຼາຍໆ​ແຫ່ງ.

ສະພາບ​ການ​ຕ່າງໆ ​ແມ່ນ​ຄາດ​ຫວັງ​ວ່າ ຈະ​ດີ​ຂຶ້ນຫຼາຍ ສຳ​ຫລັບ ມື້ ສະຫຼອງວັນຂອບຄຸນ
ພະເຈົ້າ ​ໃນ​ເວລາບັນດາ​ສະມາຊິກຄອບຄົວ ພາ ກັນມາ​ເຕົ້າ​ໂຮມ​ ພົບປະສັງ​ສັນ ຮັບປະທານ ​ໄກ່ງວງ ​ສຳ​ຫລັບ​ອາຫານ​ຄ່ຳ ພ້ອມ​ກັບ ຊົມ​ການ​ແຂ່ງ​ຂັນ ຟຸດ​ບອລອາ​ເມຣິກັນ​ ​ແລະ ການສວນ ສະໜາມຕ່າງໆນັ້ນ.