ອິຕາລີ ກູ້ຊີວິດ ພວກຍົກຍ້າຍຖິ່ນຖານ ນອກຊາຍຝັ່ງ ລີເບຍ

ເຮືອກູ້ໄພຂອງ ອົງການ NGO ຂອງ ສະເປນ ທຽບເຂົ້າໃກ້ ເຮືອໄມ້ທີ່ເຕັມໄປດ້ວຍພວກຍົກຍ້າຍຖິ່ນຖານ ຈາກ ເອຣິເທຣຍ, ນອກຊາຍຝັ່ງລີເບຍ ໃນທະເລ ເມດີເທີເຣນຽນ. 29 ສິງຫາ, 2016.

ພາລະກິດການກູ້ຊີວິດ ຫຼາຍເຖິງ 40 ຄັ້ງໄດ້ມີຂຶ້ນຢູ່ນອກຊາຍຝັ່ງຕອນ ເໜືອຂອງປະເທດ ລີເບຍ ໃນວັນຈັນວານນີ້ ໂດຍເຈົ້າໜ້າທີ່ຈາກ​ໜ່ວຍ​ຍາມຝັ່ງ ອີ​ຕາ​ລີ ແລະ ຄູ່ຮ່ວມງານຫຼາຍ ອົງການໄດ້ຊ່ວຍເຫຼືອພວກຍົກ ຍ້າຍຖິ່ນຖານປະມານ 6,500 ຄົນ ທີ່ກ່າວກັນວ່າ ໄດ້ເດີນ ທາງມາຈາກປະເທດ ໂຊມາເລຍ​ແລະເອຣິເທຣຍ ອີງຕາມເຈົ້າໜ້າທີ່ຈາກ​ໜ່ວຍ​ຍາມຝັ່ງ.

ຄວາມພະຍາຍາມໃນການກູ້ໄພ, ເຊິ່ງຖືກບັນທຶກ​ພາບ​ໂດຍກ້ອງວິດີໂອ, ໄດ້ສະແດງໃຫ້ ເຫັນພວກຍົກຍ້າຍຖິ່ນຖານ ທີ່ມີຄວາມໝົດຫວັງ ໂດດອອກຈາກເຮືອປະມົງ ເພື່ອລອຍນ້ຳ ໄປຫາເຮືອຂອງເຈົ້າໜ້າທີ່ຍາມຝັ່ງ ແລະ ຄົນອື່ນໆສົ່ງສຽງຮ້ອງເຊຍ ໃນຂະນະທີ່ພວກ​ທາ ລົກ ແລະເດັກນ້ອຍໄດ້ຖືກສົ່ງໄປເຮືອກູ້ໄພຫຼາຍລຳ.

ການ​ປະຕິບັດພາລະກິດ ​ໃນວັນຈັນວານນີ້ ໄດ້ມີການປະສານງານກັນ ລະຫວ່າງເຈົ້າໜ້າ ທີ່ຍາມຝັ່ງ ອິຕາລີ, ອົງການແພດບໍ່ມີພົບແດນ ແລະ ອົງການຄວບຄຸມເຂດຊາຍແດນຂອງ ສະຫະພາບ ຢູໂຣບ ຊື່ວ່າ Frontex.

ອົງການຂ່າວ AP ລາຍງານວ່າ ພວກອົບພະຍົບຮູ້ວ່າ ເຮືອໄມ້ນ້ອຍ 20 ລຳທີ່ພວກເຂົາ ເຈົ້າໃຊ້ເພື່ອເດີນທາງຂ້າມທະເລ ເມດີເທີເຣນຽນ ນັ້ນ ແມ່ນບໍ່​ແຂງ​ແຮງ​ພໍສຳລັບການເດີນ ທາງ, ແຕ່ແນວໃດກໍ​ຕາມພວກເຂົາກໍໃຊ້​ເຮືອ​ເຫຼົ່ານີ້, ດ້ວຍຄວາມຫວັງທີ່ຈະເດີນທາງໃຫ້ ໄປຮອດພວກເຮືອກູ້ໄພ, ເຊິ່ງລໍຖ້າຢູ່ປະມານ 20 ກິໂລແມັດ ນອກ​ແຄມ​ຝັ່ງທະເລອອກ​ໄປ.

ການປະຕິບັດການກູ້ໄພທີ່ຄ້າຍຄືກັນ ໄດ້ມີຂຶ້ນໃນຂົງເຂດດຽວກັນໃນວັນອາທິດຜ່ານ​ມານີ້ ແລະ ໄດ້ຊ່ວຍເຫຼືອພວກຍົກຍ້າຍຖິ່ນຖານ ຫຼາຍກວ່າ 1,100 ຄົນ.

ມາຮອດປະຈຸບັນປີນີ້, ພວກຍົກຍ້າຍຖິ່ນຖານປະມານ 106,000 ຄົນໄດ້ເດີນທາງດ້ວຍ ຄວາມສຳເລັດໄປຮອດ ອິຕາລີ, ໃນຂະນະທີ່ອີກ 2,726 ຄົນໄດ້ເສຍຊີວິດ ໃນເວລາທີ່ພະ ຍາຍາມທຳການເດີນທາງ, ອີງຕາມອົງການຈັດຕັ້ງສາກົນເພື່ອການຍົກຍ້າຍຖິ່ນຖານ.

ອ່ານຂ່າວນີ້ເປັນພາສາອັງກິດ

Your browser doesn’t support HTML5

Italy Migrants