ກຸ່ມການແພດສະຫະລັດ ຮຽກຮ້ອງໃຫ້ ມີການສັກຢາວັກຊີນ ປ້ອງກັນໄວຣັສໂຄໂຣນາແກ່ເຈົ້າໜ້າທີ່ການແພດ

ເຈົ້າໜ້າທີ່ການແພດກໍາລັງດູດຢາວັກຊີນ ຟາຍເຊີ ໃສ່ເຂັມສັກຢາ ທີ່ພິພິດທະພັນປະຫວັດສາດ ແລະທໍາມະຊາດອາເມຣິກາ ໃນນະຄອນນິວຢອກ, ວັນທີ 22 ກໍລະກົດ, ປີ 2021.

ໃນຂະນະທີ່ຈໍານວນໂຕເລກຂອງຜູ້ປ່ວຍ ຍ້ອນໄວຣັສໂຄໂຣນາລາຍໃໝ່ເພີ້ມຂຶ້ນອີກຄັ້ງໃນສະຫະລັດ, ກຸ່ມການແພດໃຫຍ່ທີ່ສຳຄັນໆພາຍໃນປະເທດ ຮຽກຮ້ອງໃຫ້ມີການສັກຢາວັກຊີນທີ່ຈໍາເປັນແກ່ບັນດາເຈົ້າໜ້າທີ່ການແພດຫລາຍລ້ານຄົນ, ໂດຍກ່າວວ່າ ນີ້ແມ່ນຄວາມຈໍາເປັນທາງດ້ານສິນທໍາທີ່ຈະຊ່ວຍຄວບຄຸມການແຜ່ລະບາດຂອງການຕິດເຊື້ອ.

ສະມາຄົມກການແພດອາເມຣິກາ, ສະມະຄົມພະຍາບານອາເມຣິກາ ແລະກຸ່ມ ອື່ນໆອີກ 55 ກຸ່ມໄດ້ກ່າວໃນຖະແຫລງການຮ່ວມ, “ພວກເຮົາຂໍຮຽກຮ້ອງເຖິງນາຍຈ້າງດ້ານສຸຂະພາບ ແລະການເບິ່ງແຍງຜູ້ປ່ວຍໄລຍະຍາວ ຕ້ອງໃຫ້ພະ ນັກງານຂອງພວກເຂົາເຈົ້າ ຮັບການສັກຢາວັກຊີນປ້ອງກັນໂຄວິດ-19.”

ກຸ່ມຕ່າງໆ, ເຊິ່ງພວກເຂົາເຈົ້າທັງຫລາຍໄດ້ຮັບຄໍາສັ່ງໃຫ້ໄປສັກຢາວັກຊີນເປັນຄັ້ງທໍາອິດ, ກ່າວວ່າ, “ສຸຂະພາບ ແລະຄວາມປອດໄພຂອງພະນັກງານ, ຄອບ ຄົວ, ຊຸມຊົນ ແລະປະເທດຊາດ ແມ່ນຂຶ້ນຢູ່ກັບສິ່ງນີ້.”

ພາຍໃນບໍ່ເທົ່າໃດຊົ່ວໂມງຂອງຖະແຫລງການ, ກະຊວງນັກລົບເກົ່າຂອງສະຫະ ລັດ ເຊິ່ງດໍາເນີນສູນການແພດ ແລະຄລີນິກຜູ້ປ່ວຍນອກ 1,700 ແຫ່ງສໍາລັບພະນັກງານທະຫານທີ່ກະສຽນແລ້ວ, ໂດຍກ່າວວ່າ ຂະນະນີ້ ກໍາລັງກໍາໜົດໃຫ້ເຈົ້າໜ້າທີ່ການແພດທຸກໆຄົນຕ້ອງຮັບການສັກຢາວັກຊີນ. ນີ້ເປັນໜ່ວຍງານທໍາອິດຂອງລັດຖະບານກາງ ທີ່ສັ່ງໃຫ້ປະຕິບັດຕາມຄວາມຮຽກຮ້ອງດັ່ງກ່າວ ແລະໃຫ້ພະນັກງານປະຕິບັດຕາມພາຍໃນ 8 ອາທິດ.

“ເມື່ອໃດກໍ່ຕາມທີ່ນັກລົບເກົ່າ ແລະພະນັກງານ ກ້າວເຂົ້າມາໃນສະຖານທີ່ຂອງນັກລົບເກົ່າ, ພວກເຂົາສົມຄວນຮັບຮູ້ວ່າພວກເຮົາເຮັດທຸກຢ່າງເຕັມພະລັງ ເພື່ອປົກປ້ອງພວກເຂົາ ຈາກພະຍາດໂຄວິດ-19,” ທ່ານເດນິສ ແມັກດານັຟ (Denis McDonough) ລັດຖະມົນຕີກະຊວງນັກລົບເກົ່າ ກ່າວຢູ່ໃນຖະແຫລງ ການ.

ອົງການດ້ານສຸຂະພາບບາງແຫ່ງ ບໍ່ເຕັມໃຈທີ່ຈະບັງຄັບໃຫ້ພະນັກງານຂອງຕົນໄປສັກຢາວັກຊີນ, ເຖິງແມ່ນວ່າ ພວກເຂົາຈະເຮັດວຽກຢູ່ໃນແຖວໜ້າເພື່ອຮັກສາຄົນເຈັບກໍ່ຕາມ.

ຈາກການສໍາຫລວດພົບວ່າ ຈໍານວນພະຍາບານ ທີ່ທໍາການຮັກສາຄົນເຈັບນັ້ນ ໜ້ອຍກວ່າເຄິ່ງແມ່ນໄດ້ຮັບການສັກຢາວັກຊີນ, ເຖິງແມ່ນວ່າພວກເຂົາມີຄວາມພ້ອມທີ່ຈະສັກຢາເປັນເວລາຫລາຍເດືອນແລ້ວກໍ່ຕາມ. ໂຮງໝໍໃຫຍ່ແຫ່ງນຶ່ງໃນ ນະຄອນຮິວສຕັນ ລັດເທັກຊັສ, ໄດ້ມີກໍາໜົດການອອກມາໃຫ້ມີການສັກຢາວັກຊີນ, ເຊິ່ງຫລາຍກວ່າ 150 ຄົນໄດ້ພາກັນລາອອກ ຫລືຖືກໄລ່ອອກ ໃນເດືອນມິຖຸນາຜ່ານມາ ໃນຂະນະທີ່ພວກເຂົາເຈົ້າ ປະຕິເສດທີ່ຈະສັກຢາວັກຊີນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ