ປະທານາທິບໍດີ ເວເນຊູເອລາ ທ່ານ ນິໂຄລັສ ມາດູໂຣ ກ່າວວ່າ ທ່ານພ້ອມແລ້ວທີ່ຈະ
ຈັດການເຈລະຈາ ກັບກອງກຳລັງຝ່າຍຄ້ານຂອງປະເທດ ແລະ ຈັດກນເລືອກຕັ້ງສະ
ພານິຕິບັນຍັດກ່ອນກຳນົດ.
ທ່ານ ມາດູໂຣ ໄດ້ໃຫ້ການສະເໜີດັ່ງກ່າວໃນວັນພຸດມື້ນີ້ ໃນລະຫວ່າງການສຳພາດ
ກັບອົງການຂ່າວ RIA ຂອງ ຣັດເຊຍ, ໂດຍເວົ້າວ່າ ທ່ານມີຄວາມຍິນດີທີ່ຈະນັ່ງຢູ່ໂຕະ
ເຈລະຈາ “ເພື່ອຜົນປະໂຫຍດຂອງ ເວເນຊູເອລາ.” ແຕ່ທ່ານໄດ້ກ່າວວ່າ ມັນຈະບໍ່ມີ
ການເລືອກຕັ້ງປະທານາທິບໍດີຄົນໃໝ່ ຈົນຮອດປີ 2025, ເຊິ່ງເປັນການປະຕິເສດຕໍ່
ການຮຽກຮ້ອງໂດຍຜູ້ນຳຝ່າຍຄ້ານທ່ານ ຮວນ ກົວອີໂດ, ປະທານຂອງສະພາແຫ່ງ
ຊາດ ທີ່ຖືກຄວບຄຸມໂດຍພັກຝ່າຍຄ້ານ.
ທ່ານ ກົວອີໂດ ໄດ້ປະກາດຕົນເອງເປັນປະທານາທິບໍດີຊົ່ວຄາວ ໃນສັບປະດາທີ່ຜ່ານ
ມາ ຫຼັງຈາກສະພາແຫ່ງຊາດ ໄດ້ປະກາດການດຳລົງຕຳແໜ່ງ ຂອງທ່ານ ມາດູໂຣ
ວ່າບໍ່ຖືກຕ້ອງຕາມກົດໝາຍ, ໂດຍໂຕ້ແຍ້ງວ່າ ການເລືອກຕັ້ງຄືນຂອງທ່ານໃນເດືອນ
ພຶດສະພາ 2018 ນັ້ນແມ່ນບໍ່ຍຸຕິທຳ, ຍ້ອນບັນດາຜູ້ລົງແຂ່ງຂັນຝ່າຍຄ້ານສ່ວນຫຼາຍ
ໄດ້ຖືກກີດກັ້ນຈາກການລົງແຂ່ງຂັນ ຫຼືບໍ່ກໍໄດ້ປະຕິເສດການແຂ່ງຂັນນັ້ນ.
ທ່ານ ກົວອີໂດ ໄດ້ຮຽກຮ້ອງປະຊາຊົນ ເວເນຊູເອລາ ໃຫ້ອອກມາລວມຕົວກັນປະທ້ວງ
ຢ່າງສະຫງົບດົນສອງຊົ່ວໂມງໃນວັນພຸດມື້ນີ້ “ເພື່ອຮຽກຮ້ອງໃຫ້ກຳລັງຕິດອາວຸດມາຢູ່
ຝ່າຍດຽວກັນກັບປະຊາຊົນ.” ທ່ານໄດ້ສະເໜີການໃຫ້ອະໄພໂທດຕໍ່ບັນດາທະຫານ ຜູ້
ທີ່ໜູນຫຼັງການເຄື່ອນໄຫວຂອງທ່ານ ແລະ ປະຕິເສດລັດຖະບານສັງຄົມນິຍົມຂອງ
ທ່ານ ມາດູໂຣ.
ໃນການສຳພາດກັບໂທລະພາບ CNN ໃນວັນອັງຄານວານນີ້, ທ່ານ ກົວອີໂດ ໄດ້ກ່າວ
ວ່າ ມັນມີຄວາມເປັນໄປໄດ້ ທີ່ຈະມີການປ່ຽນລັດຖະບານດ້ວຍຄວາມສະຫງົບຈາກທ່ານ
ມາດູໂຣ ແລະ ໃນທີ່ສຸດ ກໍຈະຈັດໃຫ້ມີການເລືອກຕັ້ງທີ່ເສລີ.
ລັດຖະມົນຕີຍຸຕິທຳ ເວເນຊູເອລາ ທ່ານ ທາເຣັກ ວິລລຽມ ຊາບ ໄດ້ປະກາດໃນວັນອັງ
ຄານວານນີ້ວ່າ ທ່ານໄດ້ເປີດການສືບສວນສອບສວນອາຊະຍາກຳ ໃນກິດຈະກຳ
ຕ່າງໆຂອງທ່ານ ກົວອີໂດ ຕໍ່ໍລັດຖະບານສັງຄົມນິຍົມຂອງປະທານາທິບໍດີ ມາດູໂຣ,
ຍ້ອນຄວາມວຸ້ນວາຍ ທີ່ເກີດຂຶ້ນຫຼັງຈາກທ່ານ ກົວອີໂອ ໄດ້ປະກາດຕົນເອງ ເປັນປະ
ທານາທິບໍດີ ທີ່ຖືກຕ້ອງຕາມກົດໝາຍຂອງປະເທດ. ທ່ານ ຊາບ ຍັງໄດ້ຂໍໃຫ້ສານສູງ
ສຸດ ເວເນຊູເອລາ ປ້ອງກັນບໍ່ໃຫ້ທ່ານ ກົວອີໂດ ເດີນທາງອອກຈາກປະເທດ ແລະຂັດ
ຂວາງຕໍ່ການເຂົ້າເຖິງບັນຊີການເງິນຂອງທ່ານ.
ທ່ານຈອນ ໂບລຕັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ໄດ້ເຕືອນ
ທ່ານຊາບ ຜ່ານທາງທວີດເຕີໃນວັນອັງຄານວານນີ້ວ່າ ການຮ້ອງຂໍບໍ່ໃຫ້ທ່ານ ກົວອີໂດ
ເດີນທາງອອກຈາກເວເນຊູເອລານັ້ນອາດຈະພາໃຫ້ເກີດຜົນທີ່ຕິດຕາມມາຢ່າງຮ້າຍ
ແຮງ. ທ່ານກ່າວວ່າ ຜົນທີ່ຕິດຕາມມານັ້ນ ຈະຕົກເປັນຂອງ “ພວກທີ່ພະຍາຍາມຈະ
ບ່ອນທຳລາຍປະຊາທິປະໄຕ ແລະເຮັດໃຫ້ທ່ານກົວອີໂດຕົກຢູ່ໃນອັນຕະລາຍ.”