ນະຄອນນິວຢອກ ຖືວ່າ ເປັນສູນກາງແຟຊັ່ນແຫ່ງນຶ່ງຂອງໂລກ
ແຕ່ພວກນັກອອກແບບແຟຊັ່ນ ມັກຈະສົ່ງແບບເສື້ອຂອງພວກ
ເຂົາເຈົ້າ ໄປຜະລິດຢູ່ຕ່າງປະເທດ ເພື່ອປະຫຍັດເງິນ. ບັດນີ້
ນິວຢອກ ກຳລັງສະໜອງ ສິ່ງຈູງໃຈຕ່າງໆ ເພື່ອເພີ້ມທະວີການ
ຜະລິດຢູ່ພາຍໃນຕົວເມືອງ ແລະດຶງດູດເອົານັກອອກແບບແຟຊັ່ນ
ໜ້າໃໝ່ ທີ່ມີທ່າທາງຈະປະສົບຜົນສຳເລັດນັ້ນ ໃຫ້ເຂົ້າໄປເຮັດ
ວຽກຢູ່ທີ່ນັ້ນ. ດາຣາມີລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານ
ຈາກລາຍງານຂອງ ພະແນກຮຽນພາສາອັງກິດ ຂອງວີໂອເອ.
ຟັງລາຍງານນີ້ ເປັນພາສາອັງກິດ:
Your browser doesn’t support HTML5
ຫລາຍໆຄົນໃນບັນດານັກອອກແບບເສື້ອຜ້າ ທີ່ໄດ້ຮັບຄວາມນັບຖືຫລາຍທີ່ສຸດໃນໂລກ
ແມ່ນພາກັນອອກແບບແຟຊັ່ນຂອງເຂົາເຈົ້າ ຢູ່ໃນນະຄອນນິວຢອກ. ແຕ່ກໍມີຢູ່ເລື້ອຍໆ ທີ່
ຜະລິດຕະພັນຂອງເຂົາເຈົ້າ ຖືກສົ່ງໄປຜະລິດຢູ່ຕ່າງປະເທດເພື່ອປະຫຍັດເງິນ ກໍຄືຄ່າໃຊ້ຈ່າຍ. ມາບັດນີ້ ນະຄອນນິວຢອກກຳລັງນຳສະໜອງ ສິ່ງຈູງໃຈຕ່າງໆ ເພື່ອເພີ້ມທະວີການ
ຜະລິດຢູ່ພາຍໃນຕົວເມືອງ ແລະດຶງດູດເອົານັກອອກແບບແຟຊັ່ນ ທີ່ມີທ່າທາງຈະປະສົບ
ຜົນສຳເລັດນັ້ນ ໃຫ້ເຂົ້າໄປເຮັດວຽກຢູ່ທີ່ນັ້ນ.
ໃນນະຄອນນິວຢອກ ອຸດສາຫະກຳແຟຊັ່ນແມ່ນປະກອບເປັນ ຫລາຍກ່ວາ 5 ສ່ວຍຮ້ອຍ
ຂອງໜ່ວຍແຮງງານທັງໝົດ. ນອກນັ້ນ ອຸດສາຫະກຳນີ້ຍັງທຳຍອດຂາຍຍ່ອຍໄດ້ ເກືອບ
ຮອດ 18 ຕື້ດອລລ່າຕໍ່ປີ.
ພວກຂາຍເສື້ອຜ້າຍົກ ພວກປະດິດເສື້ອຜ້າ ແລະອອກແບບເສື້ອຜ້າ ໄດ້ເຮັດວຽກຢູ່ໃນ
ຍ່ານຜະລິດເສື້ອຜ້າ ຂອງນະຄອນນິວຢອກ ມາຕັ້ງແຕ່ຊຸມປີ 1880.
ທ່ານ Bill de Blasio ເປັນເຈົ້າຄອງກຳແພງນະຄອນນິວຢອກ. ທ່ານກ່າວວ່າ ພວກນັກ
ອອກແບບແຟຊັ່ນ ແລະພວກຜະລິດເສື້ອຜ້າ ແມ່ນມີຄວາມສຳຄັນ ຕໍ່ນິວຢອກ.
ທ່ານກ່າວວ່າ: “ມັນບໍ່ພຽງແຕ່ເປັນພາກສ່ວນສຳຄັນທີ່ທຳປະໂຫຍດໃຫ້ແກ່
ເສດຖະກິດຂອງເຮົາເທົ່ານັ້ນ ແຕ່ຍັງເປັນນຶ່ງໃນພວກອຸດສາຫະກຳທີ່ໂດດ
ເດັ່ນທີສຸດ ໃນເມືອງນີ້. ເປັນສິ່ງນຶ່ງທີ່ລະບຸໄດ້ຢ່າງເລິກເຊິ່ງ ກັບລັກສະນະ
ແລະບຸກ ຄະລິກກະພາບຂອງນິວຢອກຊີຕີ້ ແລະພວກເຮົາກໍຢາກເຮັດໃຫ້
ແນ່ໃຈ ວ່າມັນຈະເປັນເຊັ່ນນັ້ນຕະຫລອດໄປ ແລະ ທີ່ຈິງແລ້ວ ກໍແມ່ນເຮັດ
ໃຫ້ ມັນເຂ້ມແຂງຍິ່ງຂຶ້ນ.”
ປີນີ້ ນິວຢອກຈະໃຊ້ຈ່າຍເງິນ ຫລາຍຮອດ 15 ລ້ານດອລລ່າ ເພື່ອ ເກ້ຍກ່ອມເອົາພວກ
ນັກອອກແບບແຟຊັ່ນແລະຜູ້ຜະລິດ ທີ່ມີທ່າທາງຈະປະສົບຜົນສຳເລັດນັ້ນ ໃຫ້ພາກັນ
ປະດິດສ້າງແຟຊັ່ນ ຢູ່ໃນທ້ອງຖິ່ນ. ການຊ່ວຍເຫລືອດ້ານການເງິນທີ່ວ່ານີ້ ແມ່ນສະເໜີ
ໃຫ້ຜ່ານໂຄງການນຶ່ງ ທີ່ຊື່ວ່າ Made in New York ຫລື ເຮັດຢູ່ນິວຢອກ.
ບັນດາເຈົ້າໜ້າທີ່ນະຄອນນິວຢອກກ່າວວ່າ ພວກທຸລະກິດທີ່ມີສິດຈະໄດ້ຮັບການຊ່ວຍ
ເຫລືອນັ້ນ ຈະຕ້ອງຂາຍເສື້ອຜ້າໃຫ້ໄດ້ ຢ່າງນ້ອຍ 1,000 ຕົວໃນແຕ່ລະປີ. ນອກນັ້ນ
ພວກເຂົາເຈົ້າຈະຕ້ອງອອກແບບ ຕັດແລະຫຍິບໃສ່ກັນ ແລະຜະລິດແຟຊັ່ນຂອງເຂົາ
ເຈົ້າ ຢູ່ໃນນິວຢອກ.
Sarah Carson ເປັນຜູ້ກໍ່ຕັ້ງບໍລິສັດນື່ງ ທີ່ເຮັດສິ່ງທັງໝົດນັ້ນ ຊື່ວ່າ ບໍລິສັດ Leota.
ນາງກ່າວວ່າ ນາງກຳລັງລໍຖ້າ ສິ່ງຈູງໃຈໃຫ້ຜະລິດເສື້ອຜ້າ ທີ່ເຮັດຢູ່ນິວຢອກຕື່ມອີກຢູ່.
ນາງກ່າວວ່າ “ການໄດ້ທຶນຊ່ວຍເຫລືອອັນນັ້ນ ໃນຖານະເປັນທຸລະກິດ
ຂະໜາດນ້ອຍ ໃນຖານະເປັນທຸລະກິດທີ່ກຳລັງຂະຫຍາຍໂຕ ແທ້ໆແລ້ວ
ແມ່ນມີສ່ວນສຳຄັນຫລາຍ ຕໍ່ການຂະຫຍາຍທຸລະກິດຂອງຂ້ອຍຢູ່ນີ່ ຕໍ່ການ
ສ້າງໜ້າວຽກເພີ້ມຂຶ້ນຢູ່ທີ່ນີ້ ໃນນະຄອນນິວຢອກ ແລະເປັນເຊື້ອໄຟຊຸກຍູ້
ການເຕີບໂຕຂອງອຸດສາຫະກຳເສື້ອຜ້າ ແລະທຸລະກິດແຟຊັ່ນໃນນິວຢອກ.”
Sarah Carson ເປີດຕົວເສື້ອຜ້າ ຍີ່ຫໍ້ Leota ເມື່ອ 4 ປີກ່ອນ. ນັບແຕ່ນັ້ນມາ ທຸລະກິດ
ກໍໄດ້ເຕີບໃຫຍ່ຂຶ້ນ ແຕ່ Sarah Carson ກ່າວວ່າ ການຜະລິດຢູ່ໃນນິວຢອກ ມີຂໍ້ຈຳກັດ
ຫລາຍໆຢ່າງ ທີ່ຮວມທັງຄ່າເຊົ່າຫ້ອງການທີ່ແພງຫລາຍ ໜ່ວຍແຮງງານທີ່ມີອາຍຸແກ່ຂຶ້ນ
ນັບມື້ ແລະເທັກໂນໂລຈີທີ່ລ້າສະໄໝ.
Sarah Carson ກ່າວວ່າ “ພວກເຮົາບໍ່ມີເທັກໂນໂລຈີບາງຢ່າງທີ່ພວກເຮົາ
ຕ້ອງການ ສຳຫລັບເທັກນິກການຖັກ ທີ່ສະຫລັບຊັບຊ້ອນ ແລະການຕັດ
ດ້ວຍແສງເລເຊີ ແລະສະຕາຍ ຫລືຮູບແບບບາງຢ່າງ ທີ່ຜູ້ຄົນກຳລັງນິຍົມ
ກັນຊື້ ໃນເວລານີ້. ພວກເຮົາບໍ່ສາມາດເຮັດສິ່ງເຫລົ່ານັ້ນໄດ້ຢູ່ນີ່.”
ໂຄງການ ເຮັດຢູ່ນິວຢອກ ຫລື Made in New York ແມ່ນສະໜອງການຊ່ວຍເຫລືອ
ໃຫ້ແກ່ພວກໂຮງຈັກໂຮງງານ ທີ່ລົງທຶນໃໝ່ໃສ່ເທັກໂນໂລຈີ່ ແລະການພັດທະນາໜ່ວຍ
ແຮງງານ. ມາຮອດດຽວນີ້ ນິວຢອກໄດ້ອະນຸມັດເງິນຊ່ວຍເຫລືອ ຈຳນວນຫລາຍກ່ວານຶ່ງ
ລ້ານດອລລ່າແລ້ວ ໃຫ້ແກ່ພວກໂຮງງານທີ່ມີເງຶ່ອນໄຂ.
Kenny Hung ເປັນເຈົ້າຂອງໂຮງງານໃນທ້ອງຖິ່ນແຫ່ງນຶ່ງ ທີ່ຜະລິດເສື້ອຜ້າຍີ່ຫໍ້ Leota.
ລາວບໍລິຫານໂຮງງານແຫ່ງນັ້ນ ກັບພັນລະຍາ ທີ່ຊື່ Carmen. ລາວກ່າວວ່າ ມັນບໍ່ມີວຽກຜະລິດແຟຊັ່ນຫລາຍພໍ ທີ່ຈະເຮັດໃຫ້ພວກຕັດຫຍິບທັງຫລາຍ ມີວຽກເຮັດຕະຫລອດປີ.
ເພື່ອຊ່ວຍແກ້ໄຂບັນຫານີ້ ທາງເມືອງໄດ້ສ້າງລະບົບອີເລັກໂທຣນິກ ອັນນຶ່ງຂຶ້ນມາ ເພື່ອ
ເຊື່ອມຕໍ່ພວກນັກອອກແບບແຟຊັ່ນໃນເຂດທ້ອງຖິ່ນ ກັບບັນດາສູນກາງຜະລິດທ້ອງຖິ່ນ
ຊຶ່ງທຸກໆຄົນຫວັງວ່າ ມັນຈະໝາຍເຖິງການມີວຽກເຮັດເພີ້ມຂຶ້ນ ສຳຫລັບທັງພວກໂຮງຈັກໂຮງງານ ແລະແລະພວກຄົນງານທີ່ມີຄວາມຮູ້ຄວາມຊຳນານ. ນອກນັ້ນແລ້ວ ທ່ານ Kenny Hung ກໍອາດຈະໄດ້ຮັບການພິຈາລະນາໃນເລື້ອງການຊ່ວຍເຫລືອດ້ານການເງິນ ຖ້າຫາກ
ລາວລົງທຶນຊື້ເອົາເທັກໂນໂລຈີທີ່ດີຂຶ້ນມາໃຊ້. ນັ້ນແມ່ນຈະເຮັດໃຫ້ໂຮງງານຂອງລາວເປັນ
ທາງເລືອກທີ່ດຶງດູດໃຈຫລາຍຂຶ້ນ ສຳຫລັບພວກນັກອອກແບບແຟຊັ່ນ ທີ່ປະຈຳຢູ່ນິວຢອກ.
ນັບຈາກການອອກແບບ ໄປຫາການຫຍິບ ການຜະລິດ ໄປຫາຜະລິດຕະພັນຂັ້ນສຸດທ້າຍ
ເສື້ອຜ້າທີ່ເຮັດຢູ່ນິວຢອກຊີຕີ້ ກໍແມ່ນເປັນສິ່ງທີ່ດີ ສຳຫລັບເສດຖະກີດທ້ອງຖິ່ນ ທັງຍັງຈະເຮັດໃຫ້ແນ່ໃຈໄດ້ອີກວ່າ ນິວຢອກຈະກາຍເປັນສູນກາງແຟຊັ່ນ ໃນຫລາຍໆປີຕໍ່ໜ້າ.
ທ່ານວ່າ ກະໂປງໂຕນີ້ ແມ່ນສີຫຍັງກັນແທ້?
Your browser doesn’t support HTML5