ອະດີດ ປະທານາທິບໍດີ Madagascar ເດີນທາງ ກັບຄືນປະເທດ

  • ໄພສານ ວໍຣະຈັກ

ອະດີດປະທານາທິບໍດີ Madagascar ທ່ານ Marc Ravalomanana ແລະພັນລະຍາຂອງທ່ານ ທ່ານນາງ Lalao (ຂວາ) ຖືປີ້ເຮືອບິນໃນມື ທີ່ສະໜາມບິນນະຄອນ Johannesburg ເພື່ອເດີນທາງກັບຄືນປະເທດ (21 ມັງກອນ 2012)

ອະດີດ​ປະທານາທິບໍດີ​ທີ່​ຖືກ​ໂຄ່ນ​ລົ້ມ​ແລະ​ລີ້​ໄພ​ຢູ່​ໃນ​ຕ່າງປະ​ເທດ​ຂອງ Madagascar ກ່າວ​
ວ່າ ທ່ານ​ຈະ​ເດີນທາງ​ກັບ​ຄືນ​ປະ​ເທດ​ໃນ​ວັ​ນ​ເສົາ​ມື້ນີ້.

ທ່ານ Marc Ravalomanana ທີ່​ໄດ້ໄປ​ອາ​ໄສ​ຢູ່​ອາ​ຟຣິກາ​ໃຕ້​ໃນ​ໄລຍະ​ສາມປີຜ່ານມາ​ກ່າວ
ໃນ​ວັນ​ເສົາ​ມື້ນີ້ທີ່​ນະຄອນ​ໂຈ​ແຮນ​ແນັສ​ເບີກ​ວ່າ ທ່ານ​ຈະ​ບໍ່​ຖືກ​ຊັກ​ຊວນ​ໃຫ້​ປ່ຽນ​ໃຈ​ຄື​ກັນ​ກັບ​
ປີ​ກາ​ຍ.

ມີ​ລາຍ​ງານ​ວ່າ ທ່ານ Ravalomanana ​ແລະ​ພັນ​ລະ​ຍາ​ຂອງ​ທ່ານ ໄດ້​ອອກເດີນທາງ​ຈາກ​
ນະຄອນ​ໂຈ​ແຮນ​ແນັສ​ເບີກໂດຍ​ຖ້ຽວ​ບິນ​ພານິດ​ໄປ​ຍັງ​ປະ​ເທດ Madagascar ​ແລ້ວ.

ກຳລັງ​ຮັກສາ​ຄວາມ​ສະຫງົບ​ກ່າວ​ວ່າ ທ່ານ​ຈະ​ຖືກ​ຈັບ​ຖ້າ​ທ່ານ​ຫາກ​ເດີນທາງ​ກັບຄືນ​ໄປ​ຍັງ​
Madagascar ຊຶ່ງ​ເປັນ​ປະ​ເທດເກາະ​ຂະໜາດ​ໃຫຍ່​ທີ່​ຕັ້ງຢູ່​ນອກ​ແຄມ​ຝັ່ງທະ​ເລ​ກໍ້າ​ຕາ​ເວັນ​
ອອກ​ຂອງ​ອາ​ຟຣິກາ​ໃນ​ມະຫາ​ສະມຸດ​ອິນ​ເດຍນັ້ນ.

ທ່ານ Ravalomanana ໄດ້ຖືກຕັດສິນໂທດແບບຫຼັບຫຼັງ ໃຫ້ຈຳຄຸກຕະຫຼອດຊີວິດກ່ຽວ
ກັບການເສຍຊີວິດຂອງພວກປະທ້ວງຝ່າຍຄ້ານຫຼາຍສິບຄົນ ໂດຍກຳລັງຮັກສາຄວາມສະ
ຫງົບຂອງປະທານາທິບໍດີ 2009 ກ່ອນໜ້າການກໍ່ລັດຖະປະຫານໂຄ່ນລົ້ມທ່ານນັ້ນ.