ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ຕ້ອນຮັບ ປະທານາທິບໍດີຝຣັ່ງ ທ່ານເອັມ
ມານູຍແອລ ມາກຣົງ ຢ່າງເປັນທາງການດ້ວຍພິທີອັນສະງ່າຜ່າເຜິຍ ໃນວັນອັງຄານມື້
ນີ້ຢູ່ທີ່ທໍານຽບຂາວ ກ່ອນຜູ້ນຳທັງສອງເປີດການສົນທະນາຫາລື ແລະຈັດງານລ້ຽງຮັບ
ຮອງ ເພື່ອຮັບປະທານອາຫານຄ່ຳ ຢ່າງເປັນທາງການ ໃນແລງມື້ນີ້.
ພີທີດັ່ງກ່າວມີກຳນົດວ່າຈະຮວມທັງທະຫານເກືອບ 500 ຄົນ ຈາກທັງຫ້າເຫລົ່າທັບ
ຂອງສະຫະລັດ ໃນຂະນະທີ່ງານລ້ຽງຮັບຮອງອາຫານຄໍ່າຢ່າງເປັນທາງການເທື່ອທຳ
ອິດຂອງປະທານາທິບໍດີທຣໍາ ແມ່ນຈະຮວມທັງ ການໃຫ້ຄວາມບັນເທີງ ຈາກຄະນະ
ສະແດງໂອເປຣາແຫ່ງຊາດຂອງວໍຊິງຕັນ.
ການປະຊຸມສອງຝ່າຍໃນວັນອັງຄານມື້ນີ້ ແມ່ນຈະຮວມທັງຫຼາຍບັນຫາ ທີ່ສຳຄັນຂອງ
ໂລກທີ່ພວມປະເຊີນໜ້າ ກັບລັດຖະບານຂອງສອງປະເທດຮວມທັງສົງຄາມ ໃນຊີເຣຍ
ໂຄງການນິວເຄລຍຂອງອີຣ່ານ ແລະປະທານາທິບໍດີທຣໍາ ມີແຜນຈະ ເກັບພາສີຕໍ່ອາ
ລູມີນຽມ ແລະເຫຼັກກ້າທີ່ນຳເຂົ້າ.
ປະທານາທິບໍດີທຣໍາ ຖືເປັນກຽດອັນຍິ່ງໃຫຍ່ໃນມິດຕະພາບຂອງທ່ານກັບປະທານາ
ທິ
ບໍດີມາກຣົງ ຊຶ່ງເປັນນຶ່ງໃນເຫດຜົນທີ່ທ່ານໄດ້ເຊື້ອເຊີນປະທານາທິບໍດີຝຣັ່ງ ເປັນແຂກ
ພິເສດຄົນທຳອິດ ໃນງານລ້ຽງຮັບຮອງເພື່ອຮັບປະທານອາຫານຄໍ່າໃນ ນາມຜູ້ນຳຂອງ
ຕ່າງປະເທດ ໂດຍລັດຖະບານຂອງທ່ານ.
ປະທານາທິບໍດີມາກຣົງ ກ່າວໃນເວລາທີ່ທ່ານເດີນທາງມາເຖິງນະຄອນຫຼວງວໍຊິງຕັນ
ວ່າ “ການຢ້ຽມຢາມຄັ້ງນີ້ ມີຄວາມສຳຄັນ ກ່ຽວກັບບົດບາດຂອງພວກເຮົາໃນປັດຈຸບັນ ໃນຂະນະທີ່ມີຫຼາຍໆຢ່າງທີ່ບໍ່ແນ່ນອນ ມີບັນຫາ ແລະໃນເວ ລາດຽວກັນ ກໍມີຂົ່ມຂູ່.”
ປະທານາທິບໍດີຝຣັ່ງ ທ່ານເອັມ ມານູຍແອລ ມາກຣົງ ແລະພັນລະຍາ ທ່ານນາງບຣິສຈິສ ມາກຣົງ ເດີນທາງມາເຖິງ ສະໜາມບິນກອງທັບອາກາດແອນດຣູ ທີ່ລັດແມຣີແລນ ທີ 23 ເມສາ, 2018.
ປະທານາທິບໍດີມາກຣົງ ແນ່ນອນວ່າ ຈະໃຊ້ການສົນທະນາຫາລືຢູ່ທໍານຽບຂາວ ເພື່ອພະຍາຍາມຊັກຊວນປະທານາທິບໍດີທຣໍາ ບໍ່ໃຫ້ຖອນອອກຈາກຂໍ້ຕົກລົງນິວເຄລຍ
ຂອງຫົກປະເທດກັບອີຣ່ານ. ປະທານາທິບໍດີທຣໍາມັກເອີ້ນຂໍ້ຕົກລົງນີ້ຢູ່ສະເໝີີວ່າເປັນ
ຂໍ້ຕົກລົງທີ່ບໍ່ດີ. ທ່ານກຳລັງປະເຊີນໜ້າກັບເສັ້ນຕາຍ ໃນວັນທີ 12 ເດືອນພຶດສະພາ
ອີກຄັ້ງນຶ່ງ ເພື່ອຍົກເວັ້ນການລົງໂທດທາງດ້ານເສດຖະກິດ ຕໍ່ ອີຣ່ານ ທີ່ເປັນພາກ
ສ່ວນນຶ່ງຂອງການຕົກລົງ.
ອີຣ່ານຈະຖືວ່າການລົງໂທດຄືນໃໝ່ນັ້ນ ເປັນການຍົກເລີກຂໍ້ຕົກລົງ ແລະຂົ່ມຂູ່ວ່າຈະ
ລິເລີ້ມໂຄງການນິວເຄລຍຂອງຕົນຄືນໃໝ່.
ບັນດາສະມາຊິກສະພາຢູໂຣບ ພາກັນຍົກປ້າຍຂຶ້ນອ່ານວ່າ "ຢຸດສົງຄາມໃນຊີເຣຍ" ໃນການປະທ້ວງ ການໂຈມຕີຂອງ ສະຫະລັດ ອັງກິດ ແລະຢຣັ່ງ ອາທິດແລ້ວນີ້.
ປະທານາທິບໍດີມາກຣົງໄດ້ກ່າວວ່າ ທ່ານຮູ້ວ່າຂໍ້ຕົກລົງກັບອີຣ່ານບໍ່ແມ່ນຂໍ້ຕົກລົງທີີ່ດີ
ທີ່ສຸດ ແຕ່ກໍບໍ່ມີ “ແຜນທີສອງ.”
ປະທານາທິບໍດີທຣໍາຍັງມີເວລາຮອດວັນທີ 1 ເດືອນພຶດສະພາ ເພື່ອຈະຍົກເວັ້ນ ການ
ເກັບພາສີເຫຼັກກ້າແລະອາລູມີນຽມ ທີ່ນຳເຂົ້າຂອງຢູໂຣບ ຫຼືບໍ່ດັ່ງນັ້ນກໍອາດ ຈະປະເຊີນ
ໜ້າກັບສົງຄາມການຄ້າ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Trump Macron Vitis